ລາວ–ໄທ ຮ່ວມມືຜັກດັນກະສິກໍາບໍ່ເຜົາ ພ້ອມຍົກລະດັບ GAP ແກ້ບັນຫາໝອກຄວັນຂ້າມແດນ

ນະຄອນຫຼວງພະບາງ ກອງປະຊຸມສຳມະນາວິຊາການກ່ຽວກັບການຈັດຕັ້ງປະຕິບັດມາດຕະຖານກະສິກໍາທີ່ດີ (Good Agricultural Practice: GAP) ແບບບໍ່ເຜົາ ແລະ ລະບົບການຢັ້ງຢືນຜະລິດຕະພັນປັດສະຈາກການເຜົາ (Traceability System) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23–27 ມີນາ 2026 ໂດຍມີການຮ່ວມມືລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ເພື່ອຜັກດັນການແກ້ໄຂບັນຫາມົນລະພິດໝອກຄວັນທີ່ສົ່ງຜົນກະທົບຂ້າມຊາຍແດນ.

ກອງປະຊຸມດັ່ງກ່າວ ຈັດໂດຍ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສປປ ລາວ ໃນນາມຈຸດປະສານງານມົນລະພິດໝອກຄວັນຂ້າມແດນ ຮ່ວມກັບ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄທ ໂດຍມີຜູ້ແທນຈາກຫຼາຍພາກສ່ວນ ທັງພາກລັດ ແລະ ວິຊາການ ຈາກທັງສອງປະເທດ ເຂົ້າຮ່ວມຢ່າງຄັບຄັ່ງ.

ໃນກອງປະຊຸມ ໄດ້ມີການສະເໜີ ແລະ ຖ່າຍທອດປະສົບການ ກ່ຽວກັບການພັດທະນາກະສິກໍາທີ່ບໍ່ເຜົາ ໂດຍຝ່າຍໄທ ທີ່ມີການດຳເນີນນະໂຍບາຍ GAP Zero Burning ຄູ່ກັບລະບົບ Traceability ເພື່ອສາມາດກວດສອບແຫຼ່ງທີ່ມາຂອງສິນຄ້າກະສິກໍາ ແລະ ເພີ່ມຄວາມໂປ່ງໃສໃນຫ່ວງໂສ່ການຜະລິດ.

ຝ່າຍລາວໄດ້ເນັ້ນເຖິງການນຳເອົາຄວາມຮູ້ ແລະ ແນວທາງທີ່ໄດ້ຮັບ ໄປປັບໃຊ້ໃນພາກປະຕິບັດ ເພື່ອຍົກລະດັບການຜະລິດກະສິກໍາພາຍໃນປະເທດ ໃຫ້ມີມາດຕະຖານ ແລະ ສາມາດແຂ່ງຂັນໃນຕະຫຼາດສາກົນໄດ້ ພ້ອມທັງຫຼຸດຜ່ອນການຈູດເຜົາໃນພາກກະສິກໍາ.

ນອກຈາກນີ້ ກອງປະຊຸມຍັງໄດ້ຫາລືເຖິງການຜັກດັນນະໂຍບາຍຮ່ວມກັນ ພາຍໃຕ້ຍຸດທະສາດ CLEAR Sky Strategy 2024–2030 ຂອງພາກພື້ນ ລາວ–ໄທ–ມຽນມາ ເພື່ອຫາທາງອອກຢ່າງຍືນຍົງໃນການແກ້ໄຂບັນຫາຝຸ່ນ PM2.5 ແລະ ໝອກຄວັນຂ້າມແດນ 🌫️.

ຂະນະທີ່ ການນຳໃຊ້ເທັກໂນໂລຊີດ້ານການຕິດຕາມຄຸນນະພາບອາກາດ ຜ່ານໂຄງການ Air4Mekong ໄດ້ຖືກນຳມາເປັນເຄື່ອງມືສຳຄັນໃນການເຊື່ອມໂຍງຂໍ້ມູນໃນພາກພື້ນ ເພື່ອເຕືອນໄພ ແລະ ສະໜອງຂໍ້ມູນແບບທັນເວລາໃຫ້ແກ່ປະຊາຊົນ 📡.

ທ້າຍສຸດ ການຈັດກອງປະຊຸມຄັ້ງນີ້ ຖືເປັນອີກກ້າວສຳຄັນໃນການສ້າງຄວາມຮ່ວມມືລະຫວ່າງປະເທດ ເພື່ອພັດທະນາກະສິກໍາທີ່ຍືນຍົງ ແລະ ຫຼຸດຜ່ອນບັນຫາສິ່ງແວດລ້ອມທີ່ກຳລັງເປັນປັນຫາສຳຄັນໃນພາກພື້ນ

ທີ່ມາ: ຂ່າວສາຍກະສິກຳ ແລະສິງແວດລ້ວມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles