ລາວ – ໄທ ເປີດລາດຕະເວນທາງນ້ຳຮ່ວມກັນ ເພື່ອຄວາມປອດໄພຕາມລຳແມ່ນ້ຳຂອງ

ວັນທີ 27 ມີນາ 2026 ທີ່ຂົວມິດຕະພາບແຫ່ງທີ 5 ບໍລິຄຳໄຊ-ບຶງການ ໜ່ວຍປະສານງານປະຈຳພື້ນທີ່ ແຂວງບໍລິຄຳໄຊ ນຳພາໂດຍ ພົນຈັດຕະວາ ຄຳແພນ ວີລື້ທຳ ຫົວໜ້າກອງບັນຊາການທະຫານແຂວງ, ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ, ໄດ້ເຂົ້າຮ່ວມກອງປະຊຸມລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ບໍລິຄຳໄຊ-ບຶງການ, ໂດຍມີ ພົນຕີ ມົງຄົນ ຫໍທອງ ຫົວໜ້າກອງກຳລັງສຸລະສັກມົນຕີ ຫົວໜ້າໜ່ວຍປະສານງານປະຈໍາພື້ນທີ່ ຈັງຫວັດບຶງການ ແລະ ຄະນະເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ສອງຝ່າຍໄດ້ເອກະພາບການລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ບໍລິຄຳໄຊ-ບຶງການ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ສະເພາະກໍ່ແມ່ນການເອກະພາບບັນດາເນື້ອໃນຂັ້ນຕອນການປະສານງານ ກໍ່ຄືຂັ້ນຕອນແຕ່ລະບາດກ້າວ ໃນການລາດຕະເວນທາງ ນ້ຳ ຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ບໍລິຄຳໄຊ-ບຶງການ ແນໃສ່ຮັບປະກັນໃຫ້ການລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງຮ່ວມໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ຮັບປະກັນໄດ້ຄວາມປອດໄພ 100%.

ນອກນັ້ນ, ຍັງສະແດງໃຫ້ເຫັນເຖິງການພົວພັນຮ່ວມມືທີ່ດີຂອງທັງ 2 ປະເທດ ກໍ່ຄືແຂວງ ບໍລິຄຳໄຊ ກັບ ຈັງຫວັດບຶງການ ໃນການແກ້ໄຂບັນຫາຕ່າງໆຕາມຊາຍແດນ ເປັນຕົ້ນແມ່ນບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ການເຂົ້າ-ອອກເມືອງຜິດກົດໝາຍ, ຕະຫລອດຮອດບັນຫາອາດສະຍາກໍາ ຕາມລໍາແມ່ນ້ຳຂອງເຂດ ແຂວງບໍລິຄຳໄຊ ແລະ ຈັງຫວັດບຶງການ ໃຫ້ນັບມື້ລຸດໜ້ອຍຖອຍລົງ ເທື່ອລະກ້າວ ແນໃສ່ເຮັດໃຫ້ຊາຍແດນກາຍເປັນ ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ມີການພັດທະນາຢ່າງຍືນຍົງ.

ຈາກນັ້ນ, ສອງຝ່າຍກໍ່ໄດ້ເຂົ້າຮ່ວມການລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ບໍລິຄຳໄຊ- ບຶງການ ໂດຍມີເຮືອເຂົ້າຮ່ວມການລາດຕະເວນ 6 ລຳໃນນັ້ນເຮືອລາວ 3 ລຳ ແລະ ເຮືອໄທ 3 ລຳ.

ທີ່ມາ: ກອງບັນຊາການທະຫານແຂວງບໍລິຄຳໄຊ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles