ຫຼວງພະບາງຕິດໜຶ່ງໃນເມືອງຮອງ ຂອງເມືອງເອກ ທີ່ໜ້າທ່ຽວທີ່ສຸດໃນອາຊີ

ຜົນການຈັດອັນດັບຈາກ TripZilla ໂດຍການເຜີຍແຜ່ຂອງ Seasia Stats ໄດ້ຍົກໃຫ້ເຫັນເຖິງສະເໜ່ຂອງ “ເມືອງສອງ” (Second Cities) ຫຼື ເມືອງຮອງ ທີ່ມີຄວາມສຳຄັນ ແລະ ໜ້າສົນໃຈບໍ່ແພ້ເມືອງຫຼວງຂອງແຕ່ລະປະເທດ ໃນອາຊີ. ເມືອງເຫຼົ່ານີ້ກາຍເປັນຈຸດໝາຍປາຍທາງທີ່ນັກທ່ຽວທົ່ວໂລກໃຫ້ຄວາມສົນໃຈ ເນື່ອງຈາກມີເອກະລັກທາງວັດທະນະທຳທີ່ເຂັ້ມແຂງ, ຄ່າຄອງຊີບທີ່ເໝາະສົມ ແລະ ບັນຍາກາດທີ່ບໍ່ແອອັດຈົນເກີນໄປ.

4 ອັນດັບ​ຕົ້ນເ​ມືອງທີ່ໂດດເດັ່ນທີ່ສຸດ:

ຊຽງໃໝ່, ປະເທດໄທ (Chiang Mai): ຢືນໜຶ່ງດ້ວຍການປະສົມປະສານລະຫວ່າງວັດວາອາຮາມເກົ່າແກ່ ແລະ ທຳມະຊາດທີ່ສວຍງາມ ພ້ອມກັບວິຖີຊີວິດທີ່ສະບາຍໆ.

ປີນັງ, ຂອງມາເລເຊຍ (Penang): ເມືອງມໍລະດົກໂລກທີ່ຂຶ້ນຊື່ລືນາມດ້ານອາຫານ (Street Food) ແລະ ສະຖາປັດຕະຍະກຳທີ່ຫຼາກຫຼາຍທາງວັດທະນະທຳ.

ດານັງ, ປະເທດຫວຽດນາມ (Da Nang): ເມືອງທ່າເຮືອທີ່ກຳລັງມາແຮງ ໂດດເດັ່ນດ້ວຍຊາຍຫາດທີ່ສວຍງາມ ແລະ ການພັດທະນາຕົວເມືອງທີ່ທັນສະໄໝ.

ແລະ​ ເປັນທີ່ໜ້າສົນໃຈຄື ເມືອງຫຼວງພະບາງ ຂອງ ສປປ ລາວ ​ກໍຕິດຢູ່ໃນອັນດັບຕົ້ນໆຂອງບັນຊີລາຍຊື່ນີ້! ເຊິ່ງສະທ້ອນໃຫ້ເຫັນວ່າ ຫຼວງພະບາງຍັງຄົງເປັນຈຸດໝາຍປາຍທາງທີ່ຊົງຄຸນຄ່າໃນດ້ານການອະນຸລັກຮັກສາຮີດຄອງປະເພນີ, ວັດທະນະທຳ ແລະ ຄວາມງາມທາງທຳມະຊາດທີ່ຫາຊົມໄດ້ຍາກ.

ນອກຈາກນີ້​ ຍັງມີລາຍຊື່ເມືອງອື່ນໆ ທີ່ຕິດອັນດັບ “Best Second Cities” ເຊັນ:

ສິປໍ້ (Hsipaw), ມຽນມາ: ສະເໜ່ຂອງເມືອງເທິງພູ ແລະ ວິຖີຊີວິດແບບດັ້ງເດີມ.

ບັນດຸງ (Bandung), ອິນໂດເນເຊຍ: ເມືອງແຫ່ງຄວາມຄິດສ້າງສັນ ແລະ ອາກາດທີ່ເຢັນສະບາຍ.

ອຸໄດປູຣ໌ ຫຼື​ ອຸໄດປຸຣະ (Udaipur), ອິນເດຍ: ເມືອງແຫ່ງທະເລສາບ ແລະ ພະລາຊະວັງທີ່ສວຍງາມ.

ໂອຊາກ້າ (Osaka), ຍີ່ປຸ່ນ: ສະຫວັນຂອງຄົນຮັກອາຫານ ແລະ ຄວາມບັນເທີງ.

ຈອນຈູ (Jeonju), ເກົາຫຼີໃຕ້: ເມືອງແຫ່ງໝູ່ບ້ານບູຮານ ແລະ ວັດທະນະທຳເກົາຫຼີແບບດັ້ງເດີມ.

ການທ່ອງທ່ຽວໃນເມືອງເຫຼົ່ານີ້ ບໍ່ພຽງແຕ່ຊ່ວຍໃຫ້ທ່ານໄດ້ສຳຜັດກັບຄວາມເປັນ “ທ້ອງຖິ່ນ” ຢ່າງແທ້ຈິງເທົ່ານັ້ນ ແຕ່ຍັງເປັນການຊ່ວຍກະຈາຍລາຍຮັບໄປສູ່ພື້ນທີ່ອື່ນໆນອກເໜືອຈາກເມືອງຫຼວງອີກດ້ວຍ.

Lao Youth​Radio​ FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles