ເຄີຍສົງໄສບໍ່? ເປັນຫຍັງຕ້ອງແມ່ນວັນທີ 30 ມີນາ? ມື້ນີ້ບໍ່ແມ່ນວັນທຳມະດາ ແຕ່ແມ່ນວັນເກີດຂອງ ວິນເຊັນ ແວນ ໂກ້ (Vincent van Gogh) ສິລະປິນເອກຂອງໂລກ ຜູ້ທີ່ສ້າງສັນຜົນງານອັນລໍ້າຄ່າ ໃນຂະນະທີ່ຕ້ອງຕໍ່ສູ້ກັບສະພາວະ “ອາລົມສອງຂົ້ວ” ຕະຫຼອດຊີວິດ.
ໄບໂພລາ (Bipolar) ບໍ່ແມ່ນແຕ່ “ອາລົມປ່ຽນແປງງ່າຍ”
ຫຼາຍຄົນມັກເວົ້າຢອກກັນວ່າ “ເປັນໄບໂພລາຫວາ?” ເວລາເຫັນໝູ່ຫົວແລ້ວໄຫ້. ແຕ່ໃນຄວາມເປັນຈິງ, ມັນຄື “ໂລກທາງຈິດຕະເວດ” ທີ່ເກີດຈາກສານເຄມີໃນສະໝອງບໍ່ສົມດຸນ ເຮັດໃຫ້ອາລົມສະແດງອອກແບບ 2 ຂົ້ວ ທີ່ແຕກຕ່າງກັນຢ່າງຊັດເຈນ:
1. ຂົ້ວມີຄວາມສຸກ: ພະລັງງານລົ້ນເຫຼືອ, ເວົ້າໄວ, ໝັ້ນໃຈສູງ, ຢາກເຮັດໂປຣເຈັກຮ້ອຍແປດ, ໃຊ້ອາລົມເໜືອເຫດຜົນ ຫຼື ໃຊ້ເງິນຟຸ່ມເຟືອຍແບບຄຸມບໍ່ຢູ່.
2. ຂົ້ວໂສກເສົ້າ: ອາລົມລົງເຫວ, ເມື່ອຍລ້າ, ບໍ່ຢາກເຮັດຫຍັງ, ເສົ້າເສຍໃຈແບບບໍ່ມີສາເຫດ ແລະ ຮູ້ສຶກວ່າຕົວເອງບໍ່ມີຄ່າ.
ຈື່ໄວ້ວ່າ: ອາລົມເຫຼົ່ານີ້ບໍ່ໄດ້ສະຫຼັບກັນພາຍໃນ 5 ນາທີ ແຕ່ມັກຈະເປັນຕໍ່ເນື່ອງເປັນອາທິດ ຫຼື ເປັນເດືອນ ເຊິ່ງກະທົບຕໍ່ການໃຊ້ຊີວິດຢ່າງຮຸນແຮງ.
ຄວາມຈິງທີ່ຢາກໃຫ້ຮູ້…
I. ມັນຄື “ພະຍາດ” ບໍ່ແມ່ນ “ນິດໄສ”: ບໍ່ມີໃຜຢາກເປັນ ແລະ ມັນບໍ່ແມ່ນຄວາມຜິດຂອງໃຜ.
II. ປິ່ນປົວໄດ້ ຄຸມໄດ້: ພຽງແຕ່ກິນຢາຕາມແພດສັ່ງ ແລະ ເບິ່ງແຍງໃຈຢ່າງໃກ້ຊິດ ເຂົາເຈົ້າກໍສາມາດເຮັດວຽກເກັ່ງ ມີຄອບຄົວທີ່ອົບອຸ່ນ ແລະ ໃຊ້ຊີວິດໄດ້ປົກກະຕິຄືກັບພວກເຮົາທຸກຄົນ.
ພວກເຮົາຈະຊ່ວຍຫຍັງໄດ້ແດ່?
ໃນວັນໄບໂພລາໂລກປີ 2026 ນີ້ ສິ່ງທີ່ຜູ້ປ່ວຍຕ້ອງການທີ່ສຸດບໍ່ແມ່ນ “ຄຳສອນ” ແຕ່ແມ່ນ “ຄວາມເຂົ້າໃຈ”:
1. ເຊົາຕັດສິນ: ຢ່າເບິ່ງວ່າເຂົາເຈົ້າເປັນຄົນ “ບ້າ” ຫຼື “ໜ້າຢ້ານ”.
2. ຮັບຟັງ: ຟັງໂດຍບໍ່ຕັດສິນ, ແຕ່ລະຄຳເວົ້າທີ່ສະແດງເຖິງຄວາມຫ່ວງໃຍ ຊ່ວຍໃຫ້ໃຈທີ່ແກ່ວງຢູ່ກັບມານິ່ງໄດ້.
3. ໃຫ້ກຳລັງໃຈ: ບອກເຂົາເຈົ້າວ່າ “ບໍ່ເປັນຫຍັງເດີ, ຂ້ອຍພ້ອມຈະຢູ່ຄຽງຂ້າງໃນທຸກຊ່ວງເວລາ”.
“ເພາະຫົວໃຈທີ່ເຂົ້າໃຈ ຄືຢາທີ່ດີທີ່ສຸດສຳລັບຜູ້ປ່ວຍໂລກອາລົມສອງຂົ້ວ”
ມາຊ່ວຍກັນປ່ຽນໂລກທີ່ເຕັມໄປດ້ວຍອະຄະຕິ ໃຫ້ເປັນໂລກທີ່ໂອບກອດຄວາມແຕກຕ່າງໄປນຳກັນເດີ ຊ່ວຍກັນ Share ເພື່ອສົ່ງຕໍ່ຄວາມເຂົ້າໃຈທີ່ຖືກຕ້ອງໃຫ້ກັບສັງຄົມ.
ທີ່ມາ: TNN Health


