ແຫຼ່ງຂ່າວຈາກພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫົວພັນ ແຈ້ງໃຫ້ຮູ້ວ່າ: ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ສະໜາມກິລາ ຂອງເມືອງຫົວເມືອງ ແຂວງຫົວພັນ ໃນວັນທີ 26 ມີນາ 2026 ນີ້.
ນັບເປັນເວລາຊ້ານານກວ່າ 1500 ປີຜ່ານມາແລ້ວ, ຢູ່ບໍລິເວນສັນພູສູງ ທີ່ປົກຄຸມໄປດ້ວຍປ່າໄມ້ທີ່ອຸດົມສົມບູນ ຂອງແຂວງຫົວພັນນີ້. ຍັງມີມະນຸດກຸ່ມໜຶ່ງ ຊຶ່ງບໍ່ຮູ້ກົກເຄົ້າຕົ້ນກຳເນີດຊັດເຈນວ່າ ດັ້ງເດີມເປັນຊົນເຜົ່າໃດ ໄດ້ປະຮອງຮອຍຫີນຕັ້ງຈຳນວນຫຼາຍຮ້ອຍອັນ ຢັ່ງຢາຍຕາມເສັ້ນທາງທີ່ຍາວຢຽດ ໄຕ່ຕາມສັນພູ ແລະ ແກ່ວພູ ໂດຍສະເພາະແມ່ນໄດ້ຈັດເປັນ 3 ກຸມໃຫຍ່ທີ່ສໍາຄັນ, ນອກຈາກນີ້ ຍັງມີກຸ່ມນ້ອຍໆອີກຈໍານວນໜຶ່ງ ທີ່ຕັ້ງຢູ່ປ່ຽວ ແລະ ຢັ່ງຢາຍເກາະກ່າຍຈາກຈຸດໜຶ່ງຫາອີກຈຸດອື່ນ.
ຫີນຕັ້ງແມ່ນສ້າງດ້ວຍຫີນມີກາຊິດຕັດແຕ່ງເປັນແຜ່ນບາງ ແລະ ຍາວ ນໍາມາຝັງລຽງລາຍກັນເປັນກຸ່ມ, ໂດຍສ່ວນໃຫຍ່ແລ້ວ ຫີນຕັ້ງທີ່ມີຂະຫນາດສູງກວ່າໝູ່ມັກຈະຝັງຢູ່ໃຈກາງຂອງກຸ່ມ. ສ່ວນທິດທາງໃນການຈັດວາງແມ່ນບໍ່ມີຫຼັກການຕາຍຕົວ. ຢູ່ໃຕ້ດິນລົງໄປ ເພິ່ນໄດ້ເຄີຍພົບຂຸມອຸບມົງຂະໜາດໃຫຍ່ ແລະ ເລິກ.
ຕາມປົກກະຕິແລ້ວ ຂຸມເຫຼົ່ານີ້ ແມ່ນຖືກປົກດ້ວຍແຜ່ນຫີນມົນຂະໜາດໃຫຍ່, ເຊິ່ງບາງແຜ່ນມີເສັ້ນຜ່າກາງເກີນກວ່າ 2 ແມັດຂຶ້ນໄປ ແລະ ມີປ່ອງແປວຂຸດເປັນຮູລົງໃນລວງດິ່ງ ແລະ ມີປ່ຽງຫີນນ້ອຍບາງຝັງຕິດກັບຝາຜະໜັງຂອງຫູມເພື່ອໃຊ້ເປັນລູກຂັ້ນໄດປີນ, ໄຕ່ລົງສູ່ຫ້ອງໃຕ້ດິນໄດ້ ຢູ່ໃນຫ້ອງໃຕ້ດິນເປັນຜົ້ງກວ້າງ ສາມາດຝັງສົບໄດ້ຫຼາຍສົບ, ມີປ່ຽງຫີນຂັ້ນແບ່ງອອກເປັນຫ້ອງນ້ອຍໆອີກ ສ່ວນຫຼາຍແມ່ນບໍ່ພົບເຫັນຊີ້ນສ່ວນຮ່ອງຮອຍຂອງໂຄງກະດູກມະນຸດນອກຈາກເສດດິນໜຽວທີ່ເຈື່ອນລົງໄປ.
ໃນປີ 1931 ມີນັກຄົ້ນຄວ້າຊາວຝຣັ່ງເສດ ຊື່ວ່າ ນາງ ມາເດີລຽນ ໂກລານີ ຊຶ່ງສັ່ງກັດຢູ່ສະຖາບັນຝຣັ່ງເສດແຫ່ງພາກຕາເວັນອອກໄກ ໄດ້ເດີນທາງມາທຳການສໍາຫຼວດ ແລະ ຂຸດຄົ້ນ ທາງບູຮານຄະດີຢູ່ບໍລິເວນຫີນຕັ້ງແຫ່ງນີ້. ໃນການຂຸດຄົ້ນໃນຄັ້ງນັ້ນໄດ້ພົບເຫັນວັດຖຸຫຼັກຖານທາງບູຮານຄະດີຈໍານວນໜຶ່ງ ໃນນັ້ນມີໂຖໃສ່ກະດູກ ທີ່ເຮັດດ້ວຍດິນເຜົາ ແລະ ປອກແຂນທອງອີກດ້ວຍ. ຈົນຕາບເທົ້າທຸກວັນນີ້ ຫີນຕັ້ງແຫ່ງນີ້ ຍັງຄົງເຊື່ອງຊ້ອນຄວາມລຶກລັບ, ປິດສະໜາ ໄວ້ໃຫ້ນັກຄົ້ນຄວ້າຮຸ່ນຫຼັງໄດ້ສຶກສາຄົ້ນຄວ້າຕໍ່ໄປ.
ໃນປີ 2004 ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກກອງທຶນເອກອັກຄະລັດຊະທູດ ເພື່ອອະນຸລັກວັດທະນະທຳກະຊວງການຕ່າງປະເທດ ສະຫະລັດອາເມລິກາ, ກອງບູຮານວິທະຍາ, ພິພິຕະພັນ ແລະ ວັດຖຸບູຮານກະຊວງ ຖວທ ສົມທົບກັບພະແນກ ຖວທ ແຂວງຫົວພັນໄດ້ພ້ອມກັນສໍາຫຼວດຂຶ້ນທະບຽນ (ໃສ່ເລກລະຫັດ) ພ້ອມທັງສຳຫຼວດເສັ້ນທາງຢາງບູຮານຢູ່ໃນເຂດອຸທິຍານຫີນຕັ້ງສຳເລັດ.
ປີ 2015 ກົມພັດທະນາການທ່ອງທ່ຽວກະຊວງ ຖວທ ສົມທົບກັບພະແນກ ຖວທ ແຂວງຫົວພັນໄດ້ພ້ອມກັນສຳຫຼວດ ແລະ ແຜນພັດທະນາຫີນຕັ້ງ ສໍາລັບປີ 2015-2025.
ປີ 2025 ອໍານາດການປົກຄອງເມືອງຫົວເມືອງ, ອຳນາດການປົກຄອງແຂວງ ໄດ້ຈັດພິທີຮັບຮອງເອົາຫີນຕັ້ງເມືອງຫົວເມືອງ ເປັນມໍຣະດົກແຫ່ງຊາດ ທາງດ້ານວັດທະນະທຳ ລະດັບທ້ອງຖິ່ນຂອງແຂວງຫົວພັນ ຢ່າງເປັນທາງການໃນຄັ້ງວັນທີ 24 ມັງກອນ 2025.
ອີກບໍ່ດົນອາດຈະໄດ້ຂຶ້ນທະບຽນເປັນມໍຣະດົກໂລກ, ໂດຍກ່ອນໜ້ານີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ຮູ້ໃນໂອກາດເຜີຍແຜ່ແຜນພັດທະນາເສດຖະກິດ-ສັງຄົມ 5 ປິຄັ້ງທີ X (2026-2030) ເມື່ອບໍ່ດົນມານີ້ ກ່ຽວກັບຄາດໝາຍດ້ານວັດທະນະທຳ-ສັງຄົມ ໂດຍຈະສູ້ຊົນສະເໜີມໍຣະດົກວັດທະນະທໍານາມມະທໍາ “ລາບ, ພິທີສູ່ຂວັນ, ປູ່ເຍີ-ຍ່າເຍີ, ບຸນປີໃໝ່ລາວ, ເຂົ້າຕົ້ມ-ເຂົ້າຫຼາມ” ເຂົ້າເປັນມໍຣະດົກວັດທະນະທໍາຂອງມວນມະນຸດ ແລະ ສູ້ຊົນສະເໜີແຫ່ງມໍຣະດົກອຸທິຍານ ແຫ່ງຊາດນາກາຍ-ນໍ້າເທີນ, ເສົາຫີນຕັ້ງແຂວງຫົວພັນ ແລະ ທາດອີງຮັງ ເປັນມໍຣະດົກໂລກ ຈາກອົງການຢູເນັສໂກ.
ທີ່ມາ: ຂ່າວແຂວງຫົວພັນ
Lao Youth Radio FM90MHz


