ຖ້າບອກວ່າ “ຂີ້ງົວ” ຊ່ວຍໃຫ້ຊາວກະສິກອນລາວ ລວຍຂຶ້ນ 30% ແລະ ຫຼຸດມົນລະພິດໄດ້ 40%, ທ່ານຈະເຊື່ອບໍ່?

ທ່ານຮູ້ຫຼືບໍ່ວ່າ ໂດຍທົ່ວໄປແລ້ວ ງົວໜຶ່ງໂຕ ສາມາດຜະລິດແກ໊ສມີເທນໄດ້ເຖິງ 70-120 ກິໂລ ຕໍ່ປີ, ນັ້ນຄືໜຶ່ງໃນສາເຫດໃຫຍ່ຂອງການປະກອບສ່ວນສ້າງທາດອາຍພິດເຮືອນແກ້ວ ອອກສູ່ໂລກ ເຮັດໃຫ້ໂລກຮ້ອນຂຶ້ນ. ແຕ່ໃນມື້ນີ້ ຜະລິດຕະພັນໃໝ່ຊື່ວ່າ “ກ້ອນແຮ່ທາດ” ຈາກບໍລິສັດ AgCoTech ໂຮງງານ ຢູ່ ສປປ ລາວ, ກໍາລັງປ່ຽນໂສມໜ້າໃໝ່ ຂອງວົງການ ການລ້ຽງສັດຢູ່ລາວ ໄປຢ່າງຄາດບໍ່ເຖິງ!

ກິນດີ ຂີ້ກໍດີ ໂລກກໍດີຂຶ້ນ

ກ້ອນແຮ່ທາດ ເປັນອາຫານເສີມຂອງງົວ ທີ່ອັດແໜ້ນໄປດ້ວຍ ພືດ, ຖົ່ວ ແລະ ແຮ່ທາດ — ເມື່ອງົວກິນແລ້ວ ພາຍໃນກະເພາະຈະ ຫຼຸດການຜະລິດແກ໊ສມີເທນ CH4 ລົງ 40% ທັນທີ. ບໍ່ພຽງແຕ່ເທົ່ານັ້ນ, ຊາວກະສິກອນຍັງໄດ້ ນ້ຳນົມງົວເພີ່ມຂຶ້ນ 30% ແລະ ງົວ ມີສຸຂະພາບແຂງແຮງຂຶ້ນ ອີກດ້ວຍ.

ທ່ານນາງ ສຸມິນທາ ຊັນຕິວົງ ຜູ້ຈັດການໂຄງການ AgCoTech Laos ບອກວ່າ ຊາວບ້ານທີ່ລອງໃຊ້ແລ້ວ ຕ່າງຮູ້ສຶກວ່າ ລົງທຶນໜ້ອຍ ແຕ່ໄດ້ຜົນດີຫຼາຍ — ທັງດ້ານລາຍຮັບ, ສຸຂະພາບສັດ ແລະ ຄຸນນະພາບຊີວິດ.

ຜົນປະໂຫຍດ 3 ຕໍ່ 1

ນ້ຳນົມ ເພີ່ມ 30% ແກ໊ສພິດ ຫຼຸດ 40% ງົວ ແຂງແຮງ — ຂາຍໄດ້ລາຄາດີຂຶ້ນ

ໃນຍຸກທີ່ທົ່ວໂລກກໍາລັງຮ້ອງຫາ ທາງອອກຈາກວິກິດສະພາບອາກາດຮ້ອນ, ກ່ອນແຮ່ທາດ ແມ່ນຄໍາຕອບໜຶ່ງ ທີ່ເຊື່ອງຢູ່ໃນ ຄອກງົວຂອງຊາວລາວ ທີ່ລ້ຽງສັດ ເປັນອາຊີຍ ກໍອາດເປັນໄປໄດ້.

ບົດຄວາມນີ້ ຜະລິດໂດຍ ນາງ ພູມມະໂນ ຫຼ່ຽມໄຊຍະຈັກ, ຜູ້ເຂົ້າຮ່ວມໂຄງການ GAMCIL ຊຶ່ງເປັນໂຄງການ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ກັບນັກຂ່າວ/ຜູ້ສ້າງຄອນເທັນ ໃນ ສປປ ລາວ ໂດຍໄດ້ຮັບທຶນການສະໜັບສະໜູນໂດຍ ສະຫະພາບເອີຣົບ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles