ເປີດແອແບບໃດ ໃຫ້ເຢັນກາຍສະບາຍໃຈ ຄ່າໄຟບໍ່ແພງ

ເມື່ອເຂົ້າລະດູຮ້ອນ ແນ່ນອນວ່າອຸນຫະພູມໃນບ້ານເຮົາ ກໍເລີ່ມເພີ່ມສູງຂື້ນເລື່ອຍໆ ບາງຄັ້ງເຮົາກໍຢາກຄາຍຮ້ອນ ດ້ວຍການເປີດແອໃຫ້ເຢັນຊື່ນໃຈ ແຕ່ໃນຂະນະດຽວກັນ ກໍຍັງກັງວົນເລື່ອງຄ່າໄຟຟ້າທີ່ຕາມມານຳ ເພາະເລື່ອງຄ່າໄຟຟ້ານັ້ນ ຖືວ່າເປັນພາລະຄ່າໃຊ້ຈ່າຍທີ່ກະທົບກັບເຮົາໂດຍກົງ, ດັ່ງນັ້ນ ຖ້າຫາກຢາກຈະເປີດແອ ແຕ່ບໍ່ຢາກຈ່າຍຄ່າໄຟຟ້າແພງ ກໍຕ້ອງມີເຕັກນິກວິທີປະຫຍັດດັ່ງນີ້:

How to!! ເປີດແອແນວໃດ ໃຫ້ເຢັນກາຍ ສະບາຍໃຈ ຄ່າໄຟບໍ່ແພງ:

ລ້າງແອປີລະ 2 ຄັ້ງ: ຈະຊ່ວຍເພີ່ມປະສິດທິພາບເຮັດຄວາມເຢັນໄດ້ເພີ່ມຂື້ນ 10-15% ຊ່ວຍໃຫ້ອາກາດທີ່ໄດ້ຈາກການເປີດແອເຢັນຂື້ນ ແລະ ຍັງມີສ່ວນໃນການຊ່ວຍປະຫຍັດໄຟຟ້າພ້ອມ.

ເລືອກຕຳແໜ່ງແອ ແລະ ຄອມເພດເຊີ້ແອ (Compressor Air) ໃຫ້ເໝາະສົມ: ໂດຍຫຼີກຫຼ່ຽງການຕິດຕັ້ງແອໃນທິດຕາເວັນຕົກ ເພາະບໍລິເວນດັ່ງກ່າວໄດ້ຮັບຄວາມຮ້ອນຈາກຕາເວັນຊ່ວງບ່າຍທີ່ຮ້ອນຕະຫຼອດ ເຮັດໃຫ້ແອຕ້ອງເຮັດວຽກຫຼາຍຂື້ນເພື່ອສ້າງຄວາມເຢັນ ເຊັ່ນດຽວກັນກັບຄອມເພດເຊີ້ແອ ຄວນຕິດຕັ້ງໃນບ່ອນຮົ່ມ ແລະ ມີອາກາດໄຫຼວຽນໄດ້ສະດວກ ເພາະຈະເຮັດໃຫ້ ຄອມເພດເຊີ້ແອບໍ່ຮ້ອນເກີນໄປ ແລະ ຊ່ວຍລະບາຍຄວາມຮ້ອນໄດ້ດີ.

ເປີດແອໃນອຸນຫະພູມ 26-27ອົງສາ ພ້ອມກັບເປີດພັດລົມ: ເພາະເປີດແອໃນລະດັບນີ້ ຈະຊ່ວຍໃຫ້ປະຫຍັດໄຟຟ້າໄດ້ເຖິງ 10-30% ແລະ ເປີດພັດລົມຕັ້ງໂຕະໄປພ້ອມ ເພື່ອຊ່ວຍກະຈາຍຄວາມເຢັນໃຫ້ທົ່ວຫ້ອງ ລວມເຖິງພັດເອົາອາຍເຢັນມາໃສ່ໂຕຄົນໄດ້ໂດຍກົງ.

ຕັ້ງເວລາປິດແອ: ຄວນຕັ້ງເວລາປິດແອຕອນກາງຄືນໃນຊ່ວງທີ່ເຮົາກຳລັງນອນ ແລະ ກ່ອນນອນກໍຄວນເປີດພັດລົມໄປພ້ອມກັນ ກໍຈະຊ່ວຍຮັກສາຄວາມເຢັນໄວ້ໄດ້ຕະຫຼອດຄືນ ເຖິງຈະບໍ່ໄດ້ເປີດແອໄວ້ຕະຫຼອດ.

ປັບສະພາບອາກາດໃນຫ້ອງກ່ອນເປີດແອ: ຄືເປີດປະຕູປ່ອງຢ້ຽມ, ເປີດພັດລົມດູດອາກາດໃນຫ້ອງອອກ ຫຼື ໃຊ້ພັດລົມເປົ່າອາກາດຮ້ອນໃນຫ້ອງອອກກ່ອນສ່ວນໜຶ່ງ ເປັນການລະບາຍຄວາມຮ້ອນພາຍໃນຫ້ອງກ່ອນເປີດແອ ຈະຊ່ວຍໃຫ້ແອເຢັນ ເຮັດວຽກບໍ່ໜັກ ແລະ ເຮັດໃຫ້ອາກາດໃນຫ້ອງເຢັນໄວຂື້ນ.

ປິດແອກ່ອນອອກຫ້ອງ 30 ນາທີ: ເພາະເຖິງເຮົາຈະປິດແອໄປແລ້ວ ແຕ່ອາກາດພາຍໃນຫ້ອງກໍຈະຍັງເຢັນຢູ່ອີກປະມານ 30 ນາທີ ເຊິ່ງຈະຊ່ວຍປະຫຍັດໄຟຟ້າໄດ້ຫຼາຍຂື້ນ.

ຫຼີກຫຼ່ຽງການສ້າງຄວາມຮ້ອນໃນຫ້ອງ: ຄວນງົດເວັ້ນການຫຸງເຂົ້າ, ໃຊ້ໝໍ້ກະທະໄຟຟ້າ ຫຼື ການນໍາອາຫານຮ້ອນໆເຂົ້າໃນຫ້ອງແອ ເພາະຈະເຮັດໃຫ້ເສຍຄວາມເຢັນ ແລ້ວແອຈະເຮັດວຽກຫຼາຍຂື້ນ.

ຫຼີກຫຼ່ຽງການນຳຄວາມຊຸ່ມເຂົ້າມາໃນຫ້ອງເຊັ່ນ: ການປູກຕົ້ນໄມ້ໃນຫ້ອງ ຫຼື ການຕາກເຄື່ອງໄວ້ໃນຫ້ອງ ເພາະການເຮັດວຽກຂອງແອແມ່ນແບ່ງອອກເປັນ 2 ສ່ວນຄື: ໃຊ້ພະລັງງານສ້າງຄວາມເຢັນ 30% ແລະ ອີກ 70% ແມ່ນໃຊ້ພະລັງງານໃນການຫຼຸດຄວາມຊູ່ມໃນອາການ.

ປິດປະຕູ ແລະ ປ່ອງຢ້ຽມໃນແຈບດີ: ເພື່ອບໍ່ໃຫ້ສູນເສຍຄວາມເຢັນໃນຫ້ອງໄປຢ່າງເສຍລ້າ ເຊິ່ງຈະສົ່ງຜົນໃນແອເຮັດວຽກຫຼາຍຂື້ນ ແລະ ເປືອງຄວາມໄຟຟ້າເພີ່ມຂື້ນ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles