ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ເລັ່ງຜັນຂະຫຍາຍນະໂຍບາຍການຄຸ້ມຄອງທາງຫຼວງແບບໃໝ່ ໂດຍການຈັດກອງປະຊຸມເປີດກວ້າງຮັບຟັງຄຳຄິດເຫັນ ຕໍ່ກັບການຄິດໄລ່ອັດຕາເກັບຄ່າຜ່ານທາງຫຼວງແຫ່ງຊາດເລກ 9 ແລະ ການປັບປຸງມາດຕະການລົງໂທດຜູ້ລະເມີດບັນທຸກນ້ຳໜັກເກີນ ເພື່ອຮັບປະກັນຄວາມຍືນຍົງຂອງພື້ນຖານໂຄງລ່າງຄົມມະນາຄົມ.
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 11 ມີນາ 2026 ທີ່ຫ້ອງວ່າການແຂວງສະຫວັນນະເຂດ ໂດຍການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ. ເຂົ້າຮ່ວມໃນພິທີມີບັນດາຮອງຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ຜູ້ຕາງໜ້າຈາກບັນດາແຂວງພາກກາງ ແລະ ພາກໃຕ້, ຫົວໜ້າກົມຂົວທາງ, ຫົວໜ້າພະແນກ ຍທຂ ແຂວງ, ຜູ້ບໍລິຫານລັດວິສາຫະກິດ, ສະມາຄົມຂົນສົ່ງສິນຄ້າ ແລະ ບໍລິສັດຂົນສົ່ງຕ່າງໆ.
ທ່ານ ເຫຼັກໄຫຼ ສີວິໄລ ໄດ້ກ່າວເນັ້ນຢ້ຳເຖິງຈຸດປະສົງຫຼັກຂອງການຈັດງານຄັ້ງນີ້ວ່າ: ແມ່ນເພື່ອຜັນຂະຫຍາຍ ມະຕິ 165/ສພຊ (ລົງວັນທີ 26 ມິຖຸນາ 2025) ແລະ ມະຕິຂອງລັດຖະບານ ສະບັບເລກທີ 10/ລບ (ລົງວັນທີ 1 ກັນຍາ 2025) ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່ ໃຫ້ປະກົດຜົນເປັນຮູບປະທຳໂດຍໄວ.
ປັດຈຸບັນ, ກະຊວງ ຍທຂ ໄດ້ອອກນິຕິກຳຄຳແນະນຳຈຳນວນໜຶ່ງ ເຊິ່ງເຮັດໃຫ້ຫຼາຍແຂວງໃນທົ່ວປະເທດເລີ່ມມີການເຊັນສັນຍາສ້ອມແປງທາງໃນຮູບແບບໃໝ່. ໂດຍສະເພາະ ເສັ້ນທາງເລກ 9 ແມ່ນເສັ້ນທາງທຳອິດທີ່ໄດ້ເຊັນ MOU ແລະ ຖືກກຳນົດໃຫ້ເປັນ “ຕົວແບບ” (Model) ໃນການຈັດຕັ້ງປະຕິບັດໃຫ້ແກ່ເສັ້ນທາງສາຍອື່ນໆທົ່ວປະເທດ.
ໂຄງການດັ່ງກ່າວແມ່ນນຳໃຊ້ສັນຍາຮູບແບບປະສົມປະສານທີ່ທັນສະໄໝ:
• OPBRC (Output and Performance-Based Road Contract): ສັນຍາມອບເໝົາທີ່ອີງໃສ່ຄຸນນະພາບ ແລະ ຜົນສຳເລັດຂອງວຽກເປັນຫຼັກ.
• PRTC (Public Road Toll Collection): ການເກັບຄ່າບໍລິການຜ່ານທາງ ເພື່ອມາໃຊ້ໃນການບູລະນະຮັກສາ.
•
ການຄົ້ນຄວ້າ ແລະ ການປັບປຸງມາດຕະການປັບໃໝ ທ່ານ ວັນທອງ ບຸດຕະນະວົງ, ຫົວໜ້າກົມຂົວທາງ ໄດ້ຂຶ້ນຜ່ານຮ່າງເອກະສານສຳຄັນ 2 ສະບັບ ທີ່ຜ່ານການຄົ້ນຄວ້າຢ່າງລະອຽດ:
• ການຄິດໄລ່ອັດຕາເກັບເງິນຄ່າຜ່ານທາງ: ເພື່ອໃຫ້ມີຄວາມຍຸຕິທຳ ແລະ ສອດຄ່ອງກັບຕົ້ນທຶນການບູລະນະ.
• ການປັບປຸງອັດຕາຄ່າປັບໃໝ: ເພີ່ມທະວີບົດລົງໂທດຕໍ່ຜູ້ລະເມີດບັນທຸກນ້ຳໜັກເກີນກຳນົດ ເພື່ອຫຼຸດຜ່ອນການເປ່ເພຂອງໜ້າທາງ ແລະ ຢືດອາຍຸການນຳໃຊ້ເສັ້ນທາງໃຫ້ຍາວນານ.
ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນແລກປ່ຽນ ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອໃຫ້ເນື້ອໃນຂອງນິຕິກຳທັງສອງສະບັບມີຄວາມສົມບູນຄົບຖ້ວນ ແລະ ແທດເໝາະກັບສະພາບຕົວຈິງ.
ນິຕິກຳທັງສອງສະບັບນີ້ ຈະກາຍເປັນພື້ນຖານທີ່ສຳຄັນໃນການນຳສະເໜີຕໍ່ລັດຖະບານ ເພື່ອພິຈາລະນາຮັບຮອງ ແລະ ເລີ່ມນຳໃຊ້ຢ່າງເປັນທາງການພາຍໃນເດືອນມີນາ 2026 ນີ້. ເປົ້າໝາຍສູງສຸດແມ່ນການເພີ່ມປະສິດທິພາບໃນການບູລະນະຮັກສາທາງຫຼວງ ໃຫ້ມີງົບປະມານສະສົມເພື່ອ “ຮັກສາຕົວມັນເອງ” ໄດ້ຢ່າງໝັ້ນຄົງໃນໄລຍະຍາວ.
ທີ່ມາ: ວຽງຈັນໃໝ່ / Vientiane Mai

