ໃນວັນທີ 5 ມີນາ 2026 ທີ່ຜ່ານມາ, ທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ເຂົ້າຮ່ວມພິທີມອບຮັບ “ໂຄງການກໍ່ສ້າງສຸກສາລາ ບ້ານເພຍສຸ ເມືອງບຸນໃຕ້ ແຂວງຜົ້ງສາລີ” ທີ່ແມ່ນໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດ ໃນຂັ້ນຮາກຖານ (GGP).![]()
ລັດຖະບານຍີ່ປຸ່ນໄດ້ສະໜັບສະໜຸນໂຄງການກໍ່ສ້າງສຸກສາລາເປັນມູນຄ່າປະມານ 81,930 ໂດລາສະຫະລັດ ເຂົ້າໃນການສົ່ງເສີມການບໍລິການທາງການແພດທີ່ມີຄຸນນະພາບສູງ ໃຫ້ແກ່ຊຸມຊົນ ທີ່ມາໃຊ້ບໍລິການສຸກສາລາດັ່ງກ່າວ.
ການຊ່ວຍເຫຼືອໃນຄັ້ງນີ້ ປະກອບມີການກໍ່ສ້າງສຸກສາລາໃໝ່ ໂດຍມີຫ້ອງກວດສຸຂະພາບ, ຫ້ອງປະສູດ, ຫ້ອງຜູ້ປ່ວຍ, ຫ້ອງສັກວັກຊີນ, ນອກຈາກນີ້ ກໍ່ມີການຕິດຕັ້ງຖັງນໍ້າ, ມອບໂຕະ, ຕັ້ງ ໃຫ້ແກ່ທ່ານໝໍ, ນາງພະຍາບານ, ຊັ້ນວາງເອກະສານ, ຢາ, ຕຽງ ແລະ ອື່ນໆ.
ໂຄງການ GGP ແມ່ນໂຄງການຂະໜາດນ້ອຍທີ່ສະໜັບສະໜຸນຕໍ່ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນທ້ອງຖິ່ນໂດຍກົງ ແລະ ສົ່ງເສີມການພັດທະນາເສດຖະກິດສັງຄົມໃນປະເທດທີ່ກໍາລັງພັດທະນາທີ່ລວມເຖິງປະເທດລາວດ້ວຍ. ປະເທດຍີ່ປຸ່ນຈະສືບຕໍ່ໃຫ້ການສະໜັບສະໜູນການຍົກລະດັບຊີວິດການເປັນຢູ່ຂັ້ນຮາກຖານພາຍໃນທົ່ວປະເທດລາວ ເພື່ອໃຫ້ໝັ້ນໃຈວ່າ “ຈະບໍ່ມີໃຜຖືກຖິ້ມໄວ້ຂ້າງຫຼັງ”.
ທີ່ມາ: ສະຖານທູດຍີ່ປຸ່ນປະຈຳລາວ

