ທູດປະເທດການາດາ ເຂົ້າຢ້ຽມຢາມກະຊວງການຕ່າງປະເທດຂອງລາວ

ໃນຕອນເຊົ້າຂອງວັນທີ 10 ມີນາ 2026 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Ambra Dickie, ເອກອັກຄະລັດຖະທູດ ການາດາ ປະຈໍາອາຊຽນ ທີ່ ຈາກາກຕາ, ອິນໂດເນເຊຍ.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ການາດາ ຕະຫຼອດໄລຍະຜ່ານມາ ກໍຄືການຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດອາຊຽນ-ການາດາ ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ການາດາ ສະບັບປີ 2021-2025. ພ້ອມນີ້, ຍັງໄດ້ປຶກສາຫາລື ແລະ ກໍານົດທິດທາງການຮ່ວມມືໃນຕໍ່ໜ້າໂດຍສືບຕໍ່ເນັ້ນໜັກຄວາມໝາຍໝັ້ນຮ່ວມກັນໃນການຮັບຮອງເອົາແຜນປະຕິບັດງານອາຊຽນ-ການາດາ ສະບັບປີ 2026-2030, ການເລັ່ງລັດຂະບວນການເຈລະຈາເຂດການຄ້າເສລີອາຊຽນ-ການາດາ (ACAFTA)ລວມເຖິງການກະກຽມໃຫ້ແກ່ການສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ການາດາ ຄົບຮອບ 50 ປີ ໃນປີ 2027 ແລະ ການຮັດແໜ້ນການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ, ພະລັງງານສະອາດ, ບໍ່ແຮ່, ການສຶກສາ ແລະ ການສ້າງຂີດຄວາມສາມາດ, ການພັດທະນາແບບຍືນຍົງ ແລະ ການທ່ອງທ່ຽວແບບອະນຸລັກ ເປັນຕົ້ນ.

ໂອກາດນີ້, ທ່ານ ທູດ ການາດາ ປະຈໍາອາຊຽນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການພົວພັນຮ່ວມມືອັນດີ ໃນນາມປະເທດປະສານງານໃຫ້ແກ່ການພົວພັນຮ່ວມມືອາຊຽນ-ການາດາ ສໍາລັບສົກປີ 2024-2027ພ້ອມທັງສະແດງຄວາມໝາຍໝັ້ນໃນການສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືອາຊຽນ-ການາດາ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.

ທີ່ມາ: ກະຊວງການຕ່າງປະເທດ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles