ທີມແພດ ສ.ເກົາຫຼີ ແລະ ແຂວງໄຊຍະບູລີ ຜ່າຕັດສົບແຫວ່ງ ແລະ ເພດານປາກໂຫວ່ ຟຣີ

ທີມງານແພດ ໂກຼບານແຄ ສ. ເກົາຫຼີ ສົມທົບກັບພະແນກສາທາລະນະສຸກແຂວງ ແລະ ທີມງານແພດໂຮງໝໍ ແຂວງໄຊຍະບູລີ ໄດ້ລົງຜ່າຕັດ ສົບແວ່ງ, ເພດານໂຫວ່, ບາດແຜດຶງກ້າມຊີ້ນ ຍ້ອນໄຟໄໝ້ ແລະ ນໍ້າຮ້ອນລວກ ໂດຍບໍ່ໄດ້ເສຍຄ່າ ໃຫ້ແກ່ປະຊາຊົນພາຍໃນແຂວງໄຊຍະບູລີ ຊຶ່ງໄດ້ດໍາເນີນການຜ່າຕັດມາແຕ່ ວັນທີ 7-14 ມີນາ 2026 ນີ້, ທີມແພດຊ່ຽວຊານໂກຼບານແຄ ສ. ເກົາຫຼີ ນໍາພາໂດຍ ທ່ານ ນາມ ເຊິງ ມິນ ພ້ອມດ້ວຍຊ່ຽວຊານ ແລະ ພະຍາບານ.

ສໍາລັບການຜ່າຕັດໃນວັນທີ 9 ມີນາ 2026 ມີຄົນເຈັບເຂົ້າມາກວດສຸຂະພາບທັງໝົດ 22 ຄົນ ຍິງ 8 ຄົນ ແລະ ໄດ້ຮັບການຜ່າຕັດ 17 ຄົນ ຍິງ 8 ຄົນ ສ່ວນ 5 ຄົນ ບໍ່ໄດ້ຜ່າຕັດຍ້ອນບໍ່ໄດ້ຢູ່ໃນເປົ້າໝາຍ​ (ອາຍຸບໍ່ທັນຮອດ) ໃນນີ້ ປະກອບມີຄົນເຈັບສົບແວ່ງ 5 ຄົນ, ເພດານໂຫວ່ 2 ຄົນ, ນີ້ວຕີນຕິດກັນ,​ ແຜເປັນ 2 ຄົນ, ເອັນຈ່ອງ ແລະ ອື່ນໆ 8 ຄົນ.

ໃນການຜ່າຕັດຢູ່ໂຮງໝໍແຂວງໃນຄັ້ງນີ້ໄດ້ນໍາໃຊ້ທຶນຊ່ວຍເຫຼືອຈາກທີມແພດໂກຼບານແຄ ແລະ ທຶນສົມທົບຈາກໂຮງໝໍແຂວງໄຊຍະບູລີ. ຈຸດປະສົງໃນການຮ່ວມກັນລົງຜ່າຕັດສົບແວ່ງ, ເພດານໂຫວ່ໃນຄັ້ງນີ້ ກໍ່ເພື່ອປະຕິບັດຕາມແນວທາງນະໂຍບາຍການຕ່າງປະເທດ ຂອງພັກ-ລັດ ໃນການຍາດແຍ່ງການຊ່ວຍເຫຼືອ ແລະ ການຮ່ວມມືສາກົນ ທັງເປັນການແລກປ່ຽນບົດຮຽນປະສົບການໃນການຜ່າຕັດດ້ານວິຊາການ ແລະ ທັງຜູກແໜ້ນຄວາມສາມັກຄີ ເຊິ່ງກັນ ແລະ ກັນ ອີກດ້ານໜຶ່ງກໍ່ເປັນການເຮັດໃຫ້ປະຊາຊົນຜູ້ດ້ອຍໂອກາດໄດ້ເຂົ້າເຖິງການບໍລິການຜ່າຕັດ ເພື່ອເປັນການຍົກສູງຄຸນນະພາບຊີວິດ ຂອງຄົນເຈັບທີ່ມີບັນຫາທີ່ກ່າວມານັ້ນໃຫ້ດີຂຶ້ນ ແລະ ເທົ່າທຽມກັບສັງຄົມ.

ທີ່ມາ: ສະຖານີວິທະຍຸ-ໂທລະພາບແຂວງໄຊຍະບູລີ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles