ຫ້ອງການກະຊວງສຶກສາທິການ ແລະ ກິລາ ແຈ້ງມາຍັງພະນັກງານລັດຖະກອນ ຊາບວ່າ: ສະຖາບັນເຕັກໂນໂລຊີ, ໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ສສ. ຫວຽດນາມ ສະເຫນີໃຫ້ທຶນການສຶກສາແກ່ພະນັກງານ ແລະ ນັກສຶກສາທົ່ວໄປ ທີ່ມີຄວາມສົນໃຈຢາກໄປສຶກສາຕໍ່ ໃນປະເທດດັ່ງກ່າວ ມີທັງຫມົດຈໍານວນ 20 ທຶນ.
ລະດັບປະລິນຍາຕີ ມີຈໍານວນ 15 ທຶນ:
1. ວິຊາເຕັກໂນໂລຊີຂໍ້ມູນຂ່າວສານ;
2. ຄວາມປອດໄພຂໍ້ມູນຂ່າວສານ;
3. ເຕັກໂນໂລຊີວິສະວະກໍາໄຟຟ້າ ແລະ ແມ່ເຫຼັກໄຟຟ້າ;
4. ວິສະວະກໍາອີເລັກໂທຣນິກ ແລະ ໂທລະຄົມມະນາຄົມ;
5. ວິທະຍາສາດຄອມພິວເຕີ ແລະ ປັນຍາປະດິດ.
ລະດັບປະລິນຍາໂທ ແລະ ເອກ ຈໍານວນ 05 ທຶນ:
1. ວິຊາລະບົບຂໍ້ມູນຂ່າວສານ;
2. ວິສະວະກໍາອີເລັກໂທຣນິກ;
3. ວິສະວະກໍາໂທລະຄົມ ແລະ ວິທະຍາສາດ ຄອມພິວເຕີ.
ນະໂຍບາຍທີ່ຈະໄດ້ຮັບມີ:
1) ຍົກເວັ້ນຄ່າຮຽນ ແລະ ທີ່ພັກ;
2) ອາຫານ 3 ຄາບ;
3) ປະກັນສັງຄົມ;
4) ຄ່າເດີນທາງ ໄປ-ກັບ;
5) ເບ້ຍລ້ຽງ (ໄລຍະກຽມພາສາຈະບໍ່ໄດ້ຮັບເບ້ຍລ້ຽງ, ຫຼັງຈາກເຂົ້າສາຍຮຽນຈຶ່ງໄດ້ຮັບ ຊຶ່ງຈະຕ້ອງຜ່ານການປະເມີນຜົນການຮຽນ).
ເງື່ອນໄຂຜູ້ສະຫມັກ
1) ຕ້ອງເປັນພົນລະເມືອງລາວ/ຖືສັນຊາດລາວ, ມີສຸຂະພາບທາງກາຍ ແລະ ຈິດໃຈແຂງແຮງດີ;
2) ຜູ້ສະຫມັກລະດັບປະລິນຍາຕີອາຍຸບໍ່ເກີນ 25 ປີ, ປະລິນຍາໂທບໍ່ເກີນ 35 ແລະ ປະລິນຍາເອກບໍ່ເກີນ 40 ປີ;
3) ຜູ້ສະຫມັກປະລິນຍາຕີ ຄະແນນສະເລ່ຍແມ່ນ 7,0 ຂື້ນໄປ.
ວິທີສະຫມັກ
ສາມາດເອົາແບບຟອມໄດ້ຢູ່ຫ້ອງ 105 ສູນບໍລິການນັກສຶກສາ ກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະ ກິລາ ເຂດສະຫນາມກິລາເຈົ້າອານຸວົງ ໃນໂມງລັດຖະການ ວັນສຸກ ວັນທີ 10 ເມສາ 2026 ເປັນມື້ປິດຮັບສະຫມັກ.
ແບບຟອມສະຫມັກສາມາດດາວໂຫຼດຈາກເວັບໄຊ້ກົມກິດຈະການນັກສຶກສາ www.moes.dsa.edu.la/

