ແຈ້ງທຶນການສຶກສາ Kemitraan Negara lerkembang (KNB) Scholarship ລັດຖະບານ ອິນໂດເນເຊຍ ປະຈໍາປີ 2026

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານ ແລະ ທົ່ວປວງຊົນ ຊາບວ່າ: Kemitraan Negara Berkembang (KNB) Scholarship ປະເທດ ອິນໂດເນເຊຍ ເປີດສະຫມັກຮັບຜູ້ທີ່ມີຈຸດປະ ສົງຢາກໄປສຶກສາຕໍ່ທີ່ປະເທດດັ່ງກ່າວ ປະຈໍາປີ 2026, ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ພາຍ ໃຕ້ທຶນການສຶກສາຂອງ ມະຫາວິທະຍາໄລແຫ່ງຕ່າງໆຂອງ ລັດຖະບານ ອິນໂດເນເຊຍ, ການສະຫມັກຜ່ານລະບົບອອນລາຍ.

E-mail knb@kemdiktisaintek.go.id. ສາມາດໂທພົວພັນ Ms. Meirani ໂທ: + 85620 51917878 & Mr. Arief tri Junisman ໂທ: + 85620 76755866. ລະບົບ ອອນລາຍເປີດວັນທີ 02 ກຸມພາ 2026 ຫາ ວັນທີ 31 ມີນາ 2026 ເປັນມື້ປິດ.

ພາຍຫຼັງສະຫມັກສໍາເລັດແລ້ວນໍາສົ່ງສໍາເນົາເອກະສານ 01 ຊຸດ, ມາຍັງກົມກິດຈະການນັກສຶກສາ, ພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ (ຫ້ອງ107-108)ຕາມໂມງລັດຖະການ.

ກົມກິດຈະການນັກສຶກສາ ເບີໂທ 021 255033, 255035
ສໍາລັບສາຂາວິຊາຮຽນ, ຂໍ້ມູນລາຍລະອຽດຜູ້ສົນໃຈສາມາດເຂົ້າເບີ່ງທີ່ເວັບໄຊ knb.kemdiktisaintek.go.id

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles