ນະຄອນຫຼວງວຽງຈັນ, 10 ມີນາ 2026 ບາດກ້າວໃໝ່ຂອງການຂົນສົ່ງໃນຕົວເມືອງ! ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດໃຫ້ບໍລິການລົດເມດ່ວນ BRT (Bus Rapid Transit) ຢ່າງເປັນທາງການ ເພື່ອຍົກລະດັບການສັນຈອນໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ.
ຄວາມພ້ອມ 100% ສູ່ການຂົນສົ່ງແບບຍືນຍົງ
ທ່ານ ຄຳພັນ ວັນທະນາ, ຫົວໜ້າໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ກ່າວວ່າ: ລະບົບ BRT ນີ້ໄດ້ຮັບການອອກແບບຕາມມາດຕະຖານສາກົນ ເພື່ອແກ້ໄຂບັນຫາການສັນຈອນແອອັດ ແລະ ຫຼຸດຜ່ອນອຸບປະຕິເຫດ. ໂຄງການດັ່ງກ່າວເລີ່ມກໍ່ສ້າງ ແລະ ຕິດຕັ້ງລະບົບຄວບຄຸມຕັ້ງແຕ່ຕົ້ນປີ 2024 ແລະ ປັດຈຸບັນແມ່ນ ສຳເລັດ 100% ຮຽບຮ້ອຍແລ້ວ.
ເວລາການໃຫ້ບໍລິການ ແລະ ໂປຣໂມຊັນພິເສດ
ເພື່ອເປັນການທົດລອງລະບົບ ແລະ ຊຸກຍູ້ໃຫ້ມວນຊົນຫັນມານຳໃຊ້ລົດເມສາທາລະນະ, ທາງໂຄງການໄດ້ເປີດໃຫ້ ບໍລິການຟຣີ (ບໍ່ເກັບເງິນ) ເປັນເວລາ 2 ເດືອນ:
• ໄລຍະເວລາ: ວັນທີ 10 ມີນາ 2026 ຫາ 9 ພຶດສະພາ 2026.
• ມື້ບໍລິການ: ວັນຈັນ ຫາ ວັນອາທິດ (ທຸກມື້).
• ເວລາ: 06:00 ໂມງ ຫາ 22:00 ໂມງ.
• ຄວາມຖີ່: * ຊົ່ວໂມງຮີບດ່ວນ (06:00-09:00 / 16:00-18:00): ລົດອອກທຸກໆ 6-7 ນາທີ.
• ຊົ່ວໂມງປົກກະຕິ: ລົດອອກທຸກໆ 10-15 ນາທີ.
ສາຍທາງ ແລະ 19 ສະຖານີບໍລິການ
ເສັ້ນທາງແລ່ນເລີ່ມແຕ່ ສະຖານີດົງໂດກ (ມຊ) ຫາ ສະຖານີຕະຫຼາດເຊົ້າ ໂດຍຜ່ານຈຸດສຳຄັນຕ່າງໆ ດັ່ງນີ້:
ດົງໂດກ > ເຮືອນພັກຊີເກມ > ຊ້າງຄູ້ > ສະພັງເມິກ > ທາງ 450 ປີ > ທສກ > ທະນາຄານພົງສະຫວັນ > ພະຂາວ > ວິວມໍ > ໂຮງຮຽນ SOS > ຫໍພິພິຕະພັນໄກສອນ > ICTC > ໂພນພະເນົາ > ໂພນເຄັງ > ຫໍພິພິດຕະພັນ ປກສ > ໂພນສະອາດ > ປະຕູໄຊ > ທາດຝຸ່ນ > ຕະຫຼາດເຊົ້າ (ແລະ ແລ່ນວຽນກັບ).
ເພື່ອຄວາມວ່ອງໄວຂອງການບໍລິການ, ໄດ້ມີການກຳນົດຂໍ້ຫ້າມ ແລະ ຂໍ້ຍົກເວັ້ນ ດັ່ງນີ້:
• ຂໍ້ຫ້າມ: ຫ້າມພາຫະນະປະເພດອື່ນຂັບຂີ່ເຂົ້າໃນເລນ BRT ໃນຊ່ວງເວລາບໍລິການ (06:00-22:00). ຜູ້ລະເມີດຈະຖືກຕັກເຕືອນ ແລະ ປັບໄໝຕາມລະບຽບ.
• ຂໍ້ຍົກເວັ້ນ: ລົດສຸກເສີນ, ລົດກູ້ໄພ, ລົດດັບເພີງ ແລະ ລົດຂະບວນທາງການທີ່ມີລົດຈຳຫຼວດນຳທາງ ສາມາດນຳໃຊ້ໄດ້.
• ເວລາພິເສດ: ອະນຸຍາດໃຫ້ພາຫະນະທົ່ວໄປນຳໃຊ້ເລນ BRT ໄດ້ໃນເວລາ 22:01-05:59 ໂມງ (ແຕ່ຕ້ອງຮັບປະກັນຄວາມປອດໄພ, ຫາກເກີດອຸບປະຕິເຫດເຮັດໃຫ້ຊັບສິນລັດເສຍຫາຍ ຈະຖືກປັບໄໝ 10% ຂອງມູນຄ່າເສຍຫາຍ ແລະ ໃຊ້ແທນຄືນທັງໝົດ).
ຂໍເຊີນຊວນ ພໍ່ແມ່ປະຊາຊົນ, ພະນັກງານ, ນັກຮຽນ-ນັກສຶກສາ ທຸກທ່ານ ຫັນມານຳໃຊ້ລົດເມ BRT ເພື່ອຄວາມສະດວກສະບາຍ ແລະ ຮ່ວມກັນສ້າງນະຄອນຫຼວງວຽງຈັນ ໃຫ້ເປັນຕົວເມືອງທີ່ໜ້າຢູ່!
ທີ່ມາ: Laoedaily

