ແຂວງຈຳປາສັກ ມອບເງິນໃຫ້ແກ່ໂຄງການມື້ລະຖົງຂອງໄວໜຸ່ມຈິດອາສາ ທີ່ຮັກສາຄວາມສະອາດຕາມຄູກັນນ້ຳແຄມນ້ຳຂອງ

ວັນທີ 24 ກຸມພາ 2025 ຢູ່ທີ່ຫ້ອງວ່າການແຂວງຈຳປາສັກ ທ່ານ ປອ ສຸກສະຫັວນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ, ທ່ານ ສຸວັນນະລາດ ສີຫານົນ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງຈຳປາສັກ ,ມີບັນດາຊາວໜຸ່ມຈິດອາສາຂອງໂຄງການມື້ລະຖົງເຂົ້າຮ່ວມ.

ໃນການຊຸກຍູ້ໂຄງການມື້ລະຖົງຂອງໄວໜຸ່ມຈິດອາສາ ທີ່ໄດ້ມີນ້ຳໃຈໃນການຮັກສາຄວາມສະອາດສວຍງາມຕາມເຂດຄູກັນນ້ຳແຄມແມ່ນ້ຳຂອງ ນະຄອນປາກເຊໃນຄັ້ງນີ້ ກ່ອນອື່ນປະທານຄະນະກຳມະການປົກຄອງແຂວງ ແມ່ນໄດ້ຮັບຟັງ ທ້າວ ປັນ ເຊີ່ງເປັນຜູ້ລິເລີ່ມໂຄງການມື້ລະຖົງຂອງໄວໜຸ່ມຈິດອາສາລາຍງານໂດຍສັງເຂບ ເຊິ່ງຈຸດປະສົງຫຼັກໆຂອງໂຄງການຄືຢາກໃຫ້ສະຖານທີ່ສາທາລະນະກໍ່ຄືສະຖານທີ່ແຄມຂອງ ໂດຍສະເພາະຄູກັນນ້ຳແຄມແມ່ນ້ຳຂອງນະຄອນປາກເຊໃຫ້ມີຄວາມສະອາດ ເປັນການປູກຈິດສຳນຶກໃຫ້ທຸກຄົນທີ່ມາຫຼິ້ນມາທ່ຽວ ຫຼືມາອອກກຳລັງກາຍຕ່າງໆຊ່ວຍກັນຮັກສາຄວາມສະອາດໃຫ້ຫຼາຍກ່ວາຜູ້ຖິ້ມ.

ຈາກນັ້ນ ທ່ານ ປອ ສຸກສະຫັວນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກໄດ້ຕ່າງໜ້າໃຫ້ການນຳແຂວງກ່າວຍ້ອງຍໍຊົມເຊີຍ ແລະ ດີໃຈຫຼາຍຕໍ່ຊາວໜຸ່ມໄວໜຸ່ມທີ່ໄດ້ມີແນວຄວາມຄິດສ້າງຕັ້ງໂຄງການດີໆແບບນີ້ຂື້ນມາ ແລະກໍ່ຂໍໃຫ້ສຶບຕໍ່ ເຊິ່ງທາງພັກ-ລັດສະໜັບສະໜູນແລະຂອບໃຈເປັນຢ່າງຍິ່ງ ຕໍ່ແນວຄວາມຄິດນີ້ ເຊີ່ງນີ້ຈະເປັນແບບຢ່າງທີ່ດີຫຼາຍໃຫ້ແກ່ສັງຄົມ.

ໂອກາດນີ້ທ່ານ ປອ ສຸກສະຫັວນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ຍັງໄດ້ຕ່າງໜ້າໃຫ້ການນຳແຂວງມອບເງິນຈຳນວນ 5,000,000 ກີບໃຫ້ແກ່ໂຄງການມື້ລະຖົງຂອງໄວໜຸ່ມຈິດອາສາ ທີ່ໄດ້ມີນ້ຳໃຈໃນການຮັກສາຄວາມສະອາດສວຍງາມຕາມເຂດຄູກັນນ້ຳແຄມແມ່ນ້ຳຂອງ ນະຄອນປາກເຊອີກດ້ວຍ.

ທີ່ມາ: ໜັງສືພິມຈຳປາໃໝ່

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles