ສຳນັກຂ່າວ The Guardian ລາຍງານອ້າງອີງໂຄງການ ToxFree LIFE for All ເຊິ່ງເປັນຄວາມຮ່ວມມືຂອງອົງກອນພາກປະຊາສັງຄົມໃນພາກກາງຂອງຢຸເອີຣົບ ເຜີຍແຜ່ຜົນການສືບສວນລ່າສຸດກ່ຽວກັບຫູຟັງທີ່ຈຳໜ່າຍໃນເອີຣົບ ໂດຍພົບວ່າ ຫູຟັງທຸກຄູ່ທີ່ນຳມາກວດສອບມີສານເຄມີອັນຕະລາຍຕໍ່ສຸຂະພາບມະນຸດປະປົນເປື້ອນຢູ່
ການກວດສອບຄັ້ງນີ້ຄອບຄຸມຫູຟັງຈຳນວນ 81 ລຸ້ນ ທັງແບບ in-ear ແລະ over-ear ທີ່ວາງຈຳໜ່າຍໃນ ສາທາລະນະລັດເຊັກ, ສະໂລວາກິ, ຮົງກາລີ, ສະໂລເວນີ ແລະ ໂອຕຣິດ ລວມທັງສິນຄ້າທີ່ຈຳໜ່າຍຜ່ານແພລດຟອມອອນລາຍຢ່າງ Shein ແລະ Temu ກ່ອນນຳໄປວິເຄາະໃນຫ້ອງປະຕິບັດການເພື່ອກວດຫາສານເຄມີອັນຕະລາຍຫຼາຍຊະນິດ
ຜົນການວິເຄາະລະບຸວ່າ ພົບສານອັນຕະລາຍໃນທຸກຜະລິດຕະພັນທີ່ທົດສອບ ແມ່ນແຕ່ສິນຄ້າຈາກຍີ່ຫໍ້ດັງລະດັບໂລກຢ່າງ Bose, Panasonic, Samsung ແລະ Sennheiser ກໍຖືກກວດພົບສານເຄມີອັນຕະລາຍໃນສ່ວນປະກອບພລາສະຕິກ
ໜຶ່ງໃນສານທີ່ພົບຫຼາຍທີ່ສຸດແມ່ນ ບິສຟີນອນ ເອ (BPA) ເຊິ່ງພົບໃນ 98% ຂອງຕົວຢ່າງ ຂະນະທີ່ສານທົດແທນຢ່າງ ບິສຟີນອນ ເອສ (BPS) ພົບເຖິງ 3 ໃນ 4 ຂອງຕົວຢ່າງ
ສານທັງ 2 ຊະນິດເປັນສານສັງເຄາະທີ່ໃຊ້ເພື່ອເຮັດໃຫ້ພລາສະຕິກແຂງແຮງ ແລະ ມີຄຸນສົມບັດຮຽນແບບຮ໋ອກໂມນເອສໂຕເຈນໃນຮ່າງກາຍ ອາດສົ່ງຜົນກະທົບດ້ານຮ໋ອກໂມນ ແລະ ເພີ່ມຄວາມສ່ຽງໃນການເກີດມະເຮັງ
ນັກວິໄຈລະບຸວ່າ ມີຫຼັກຖານກ່ອນໜ້ານີ້ຊີ້ວ່າ ສານບິສຟີນອນສາມາດເຄື່ອນຍ້າຍຈາກວັດຖຸສັງເຄາະເຂົ້າສູ່ເຫື່ອ ແລະ ຖືກດູດຊຶມຜ່ານຜິວໜັງໄດ້ໂດຍກົງ ໂດຍສະເພາະເມື່ອມີຄວາມຮ້ອນ ແລະ ເຫື່ອ ເຊັ່ນ ໃນຂະນະອອກກຳລັງກາຍ ເຊິ່ງອາດເປັນຕົວເລັ່ງຂະບວນການດູດຊຶມເຂົ້າສູ່ຮ່າງກາຍ
ນອກຈາກນັ້ນ ຍັງກວດພົບສານພະທາເລດ (phthalates) ຊຶ່ງເປັນສານພິດຕໍ່ລະບົບສືບພັນ ອາດກະທົບຕໍ່ພາວະການຈະເລີນພັນ ຄລໍຣິເນດເທັດພາຣາຟິນ (chlorinated paraffins) ທີ່ເຊື່ອມໂຍງກັບຄວາມເສຍຫາຍຕໍ່ຕັບ ແລະ ໝາກໄຂ່ຫຼັງ
ນັກວິໄຈເຕືອນວ່າ ເຖິງແມ່ນວ່າການໄດ້ຮັບສານຈາກແຫຼ່ງດຽວອາດຢູ່ໃນລະດັບຕ່ຳ ແຕ່ການໄດ້ຮັບສານຫຼາຍຊະນິດຈາກຫຼາຍແຫຼ່ງໃນຊີວິດປະຈຳວັນ ອາດກໍ່ໃຫ້ເກີດ “cocktail effect” ຫຼື ຜົນກະທົບສະສົມຈາກການໄດ້ຮັບສານອັນຕະລາຍພ້ອມກັນໃນລະຍະຍາວ
ທີ່ມາຈາກ: The Guardian

