ວັນນທີ 19 ກຸມພາ 2026 ພາສີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະ ກຳນົດທິດທາງແຜນການ ປີ 2026 ຂື້ນ, ໂດຍການເປັນປະທານຂອງທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ, ມີ ທ່ານ ບົວວັງ ອາຕະນາພອນ ຫົວໜ້າພາສີ ປະຈຳນະຄອນຫຼວງ, ມີບັນດາທ່ານຜູ້ຕາງໜ້າຈາກດ່ານພາສີທ່າບົກທ່ານາແລງ ແລະ ຂົວມິດຕະພາບ 1, ດ່ານພາສີສາກົນສະໜາມບິນວັດໄຕ ແລະ ພະນັກງານພາສີນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ທ່ານ ບົວວັງ ອາຕະນາພອນ ໄດ້ກ່າວຕື່ມວ່າ ທິດທາງແຜນການ ແລະ ວຽກຈຸດສຸມໃນປີ 2026 ພາສີ ປະຈໍານະຄອນຫຼວງວຽງຈັນ ໄດ້ຮັບແຜນການຈັດເກັບລາຍຮັບທັງໝົດ 11.779 ຕື້ກີບ, ເຊິ່ງເປັນຕົວເລກສູງສົມຄວນ, ເຖິງຢ່າງໃດກໍ່ຕາມເພື່ອຮັບປະກັນເຮັດໃຫ້ການປະຕິບັດແຜນລາຍຮັບ ປີ 2026 ໃຫ້ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ພາສີປະຈຳນະຄອນຫຼວງວຽງຈັນ ຈະໄດ້ສຸມໃສ່ທິດທາງ ແລະ ມາດຕະການຕົ້ນຕໍ່ ດັ່ງນີ້:
1) ເພີ້ມທະວີສຶກສາອົບຮົມແນວທາງການເມືອງໃຫ້ພະນັກງານຂະແໜງພາສີປະຕິບັດໜ້າທີດ້ວຍຄວາມຮັບຜິດຊອບສູງ;
2) ໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ກ່ຽວກັບຂະແໜງການເງິນ ໃຫ້ທົ່ວເຖິງ;
3) ສ້າງກົນໄກການຄຸ້ມຄອງ, ຕິດຕາມ ແລະ ກວດກາການເຄື່ອນຍ້າຍຕູ້ສິນຄ້າຈາກສະຖາທີ່ວຽງຈັນໃຕ້ມາຍັງທ່າບົກທ່ານາແລ້ງ;
4) ເລັ່ງສະສາງສິນຄ້າ, ເຄື່ອງຂອງ ແລະ ພາຫະນະຄ້າງສາງຫຼາຍປີ, ເລັ່ງທວງການຊຳລະສະສາງໃບແຈ້ງພາສີລະບອບຄໍ້າປະກັນ IM8 ເຊິ່ງຄ້າງໃນລະບົບ;
5) ຈັດຕັ້ງປະຕິບັດລະບົບການແຈ້ງພາສີປະຕູດຽວແຫ່ງຊາດ ອາຊີກູດາ ພາດສ (NSWA+) ຢູ່ດ່ານພາສີສາກົນ ແລະ ອື່ນໆ.
ໂອກາດດັ່ງກ່າວ ທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຍາດມາໄດ້ໃນປີຜ່ານມາ ແລະ ໄດ້ເນັ້ນໃຫ້ ພາສີ ປະຈຳນະຄອນຫຼວງວຽງຈັນ ຈົ່ງເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການ, ຄວາມຮັບຜິດຊອບໃນທຸກດ້ານ ເພື່ອສຳເລັດຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ປະຕິບັດແຜນການຈັດເກັບລາຍຮັບ ໃນສົກປີ 2026 ໃຫ້ໄດ້ຕາມແຜນການ ຫລື ລື່ນແຜນການທີ່ທາງພາສີ ປະຈຳນະຄອນຫຼວງວຽງຈັນ ໄດ້ວາງໄວ້.
ຂໍ້ມູນ: ກະຊວງການເງິນ

