ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການເລກທີ 594/ຫກ, ລົງວັນທີ 18 ກຸມພາ 2026 ກ່ຽວກັບການເປີດຮັບສະໝັກ ແລະ ຄັດເລືອກແຮງງານລາວ ເພື່ອໄປເຮັດວຽກຕາມລະດູການ ຢູ່ 3 ເມືອງ ຂອງ ສ.ເກົາຫຼີ (ເມືອງຊີຮຶງ, ເມືອງຢອນຊອນ ແລະ ເມືອງຢ່າງຈູ) ສໍາລັບສົກປີ 2026 ນີ້.
1. ຈຳນວນທີ່ຕ້ອງການ:
ທັງໝົດ: 780 ຄົນ.
ແບ່ງເປັນ: ຍິງ 290 ຄົນ (ລວມທັງຍິງໂສດ ແລະ ຄູ່ຜົວເມຍ).
2. ຕາຕະລາງ ແລະ ສະຖານທີ່ສຳພາດ:
ການຄັດເລືອກຈະຈັດຂຶ້ນຢູ່ 4 ຈຸດ ດັ່ງນີ້:
ແຂວງວຽງຈັນ (ເມືອງແກ້ວອຸດົມ): ວັນທີ 24 ກຸມພາ 2026 (ຕ້ອງການ 200 ຄົນ).
ແຂວງວຽງຈັນ (ເມືອງວັງວຽງ): ວັນທີ 25 ກຸມພາ 2026 (ຕ້ອງການ 200 ຄົນ).
ນະຄອນຫຼວງວຽງຈັນ (ເມືອງຫາດຊາຍຟອງ): ວັນທີ 02-03 ມີນາ 2026 (ຕ້ອງການ 190 ຄົນ).
ນະຄອນຫຼວງວຽງຈັນ (ເມືອງນາຊາຍທອງ): ວັນທີ 04-05 ມີນາ 2026 (ຕ້ອງການ 190 ຄົນ).
ໝາຍເຫດ: ທຸກຈຸດເລີ່ມແຕ່ເວລາ 08:00 – 16:00 ໂມງ. ການລົງທະບຽນ ແລະ ສະໝັກ ແມ່ນບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆທັງສິ້ນ.
3. ເງື່ອນໄຂຜູ້ສະໝັກ:
– ເປັນພົນລະເມືອງລາວ, ອາໄສຢູ່ໃນເມືອງທີ່ກ່ຽວຂ້ອງຢ່າງໜ້ອຍ 1 ປີ.
– ອາຍຸລະຫວ່າງ 25-40 ປີ. (ຜູ້ຍິງຕ້ອງບໍ່ຢູ່ໃນໄລຍະຖືພາ ແລະ ບໍ່ມີລູກນ້ອຍຕໍ່າກວ່າ 1 ປີ).
– ມີອາຊີບກະສິກຳເປັນພື້ນຖານ (ເຮັດໄຮ່, ເຮັດນາ, ເຮັດສວນ).
– ສຸຂະພາບແຂງແຮງ, ບໍ່ມີພະຍາດຕິດຕໍ່ (ຕັບອັກເສບ B, ວັນນະໂລກ, HIV, ຊີຟີລິສ) ແລະ ບໍ່ເສບສິ່ງເສບຕິດ.
– ບໍ່ມີຄະດີຄວາມ ຫຼື ປະຫວັດຫ້າມເດີນທາງອອກນອກປະເທດ.
– ລວງສູງ 155 ຊັງຕີແມັດ ຂຶ້ນໄປ.
– ຈົບຊັ້ນປະຖົມຂຶ້ນໄປ (ອ່ານ-ຂຽນ ພາສາລາວໄດ້).
– ມີໂທລະສັບສະມາດໂຟນ ເພື່ອໃຊ້ລົງທະບຽນຢູ່ ສ.ເກົາຫຼີ.
4. ເອກະສານທີ່ຕ້ອງກຽມ:
– ຮູບຖ່າຍ 3×4 (12 ໃບ) ແລະ 3.5×4.5 (12 ໃບ) ພື້ນຂາວ.
– ສຳເນົາສຳມະໂນຄົວ (2 ຊຸດ) ແລະ ບັດປະຈຳຕົວ (1 ຊຸດ).
– ສຳເນົາໜັງສືຜ່ານແດນ/Passport (2 ຊຸດ) – ຖ້າບໍ່ມີໃຫ້ໄປເຮັດພາຍຫຼັງສຳພາດຜ່ານ.
– ໃບຢັ້ງຢືນທີ່ຢູ່.
– ສຳເນົາໃບຕາດິນຂອບທອງ (ເພື່ອໃຊ້ໃນການຄໍ້າປະກັນ).
ຂໍ້ຄວນລະວັງ: ຫ້າມຜ່ານນາຍໜ້າເດັດຂາດ! ການຄັດເລືອກແມ່ນດຳເນີນໂດຍພາກສ່ວນລັດຖະບານ ເພື່ອຄວາມໂປ່ງໃສ. ຜູ້ທີ່ມີເງື່ອນໄຂຄົບຖ້ວນ ແລະ ມີໜັງສືຜ່ານແດນແລ້ວ ຈະໄດ້ຮັບການພິຈາລະນາເປັນພິເສດ.
ສອບຖາມຂໍ້ມູນເພີ່ມເຕີມ: ຕິດຕໍ່ພະແນກຈັດຫາງານໄປຕ່າງປະເທດ ໂທ: 021 217738 ຫຼື ຕິດຕໍ່ພະແນກ ຮສສ ເມືອງ/ແຂວງ ທີ່ທ່ານອາໄສຢູ່.
ອ່ານລາຍລະອຽດເພີ່ມເຕີມ



