ເຈົ້າເຄີຍສັງເກດບໍ່ວ່າ? ໃນບັນດາສິ່ງທີ່ມີຊີວິດປະເພດລີງ ຫຼື ບັນພະບຸລຸດທີ່ໃກ້ຊິດກັບມະນຸດທີ່ສຸດ ມີພຽງແຕ່ “ມະນຸດ” ເທົ່ານັ້ນທີ່ມີ “ຄາງ” ທີ່ເດັ່ນຊັດ ແມ່ນແຕ່ລີງຊິມແພນຊີ (Chimpanzees) ຫຼື ມະນຸດບູຮານຢ່າງ ເນແອນເດີທັນ (Neanderthals) ກໍບໍ່ມີຄາງຄືກັນກັບພວກເຮົາ.
ແຕ່ກ່ອນ ນັກວິທະຍາສາດເຄີຍຄິດວ່າ “ຄາງ” ຄືສັນຍະລັກຂອງຄວາມເໜືອກວ່າ ຫຼື ມີໄວ້ເພື່ອຊ່ວຍໃນການຍ້ຳອາຫານ. ແຕ່ຜົນວິໄຈໃໝ່ລ່າສຸດຈາກວາລະສານ PLOS One ພັດບອກວ່າ: “ມັນເປັນພຽງເລື່ອງບັງເອີນເທົ່ານັ້ນ”
ນັກມະນຸດວິທະຍາ ທ່ານ Noreen von Cramon-Taubadel ແລະ ທີມງານ ໄດ້ອະທິບາຍວ່າ ຄາງຂອງມະນຸດເປັນສິ່ງທີ່ເອີ້ນວ່າ “Spandrel”. ມັນບໍ່ໄດ້ຖືກສ້າງຂຶ້ນມາເພື່ອຈຸດປະສົງໃດໜຶ່ງໂດຍສະເພາະ ແຕ່ມັນເກີດຂຶ້ນຍ້ອນ “ສ່ວນອື່ນໆ” ຂອງໃບໜ້າເຮົາມັນປ່ຽນໄປ.
ເມື່ອສະໝອງໃຫຍ່ຂຶ້ນ ແຕ່ໃບໜ້ານ້ອຍລົງ
ເປັນຫຍັງພວກເຮົາຈຶ່ງມີຄາງ? ນັກວິໄຈວິເຄາະວ່າ ມັນຄື “ຜົນກະທົບລູກໂສ້” ຈາກວິວັດທະນາການດັ່ງນີ້:
1. ສະໝອງຂະຫຍາຍຕົວ: ເມື່ອມະນຸດມີສະໝອງໃຫຍ່ຂຶ້ນ ກະໂຫຼກຫົວຈຶ່ງຕ້ອງປ່ຽນຮູບຮ່າງ ແລະ ອົງສາໃໝ່.
2. ໃບໜ້າຫົດນ້ອຍລົງ: ໃນຂະນະທີ່ສ່ວນເທິງຂະຫຍາຍ ສ່ວນໃບໜ້າລຸ່ມພັດນ້ອຍລົງ.
3. ແຂ້ວນ້ອຍລົງ: ໃບໜ້າທີ່ຫົດຕົວເຮັດໃຫ້ແຂ້ວຂອງເຮົານ້ອຍລົງນຳອີກ.
4. ຄາງຄື “ສ່ວນທີ່ເຫຼືອ”: ເມື່ອທຸກຢ່າງມີການ “ຈັດລະບຽບໃໝ່” ສ່ວນກະດູກຄາງທີ່ຍື່ນອອກມານັ້ນ ເປັນພຽງເລຂາຄະນິດທີ່ເກີດຂຶ້ນເພື່ອ “ເຕັມຊ່ອງຫວ່າງ” ທີ່ເຫຼືອຈາກການປ່ຽນແປງນັ້ນເອງ
ຜົນການທົດສອບສະແດງໃຫ້ເຫັນວ່າ ຄາງບໍ່ໄດ້ຊ່ວຍໃຫ້ຄາງກະໄຕຂອງເຮົາແຂງແຮງຂຶ້ນໃນການຍ້ຳຂອງແຂງໆ ຫຼື ຊ່ວຍໃນການເວົ້າໃຫ້ດີຂຶ້ນເລີຍ. ມັນເປັນພຽງ “ກະດູກສ່ວນເກີນ” ທີ່ບັງເອີນເກີດຂຶ້ນມາຈາກການທີ່ກະໂຫຼກຫົວຂອງເຮົາຖືກ “ບິດ ແລະ ບ້ຽວ” ໄປຕາມວິວັດທະນາການເປັນເວລາຫຼາຍລ້ານປີ.
“ຄາງບໍ່ໄດ້ຖືກຄັດເລືອກໂດຍທຳມະຊາດເພື່ອຄວາມຢູ່ລອດ ແຕ່ມັນຄືສິ່ງເສດເຫຼືອທາງວິສະວະກຳທີ່ເຮັດໃຫ້ມະນຸດເຮົາມີໃບໜ້າທີ່ເປັນເອກະລັກແບບທຸກມື້ນີ້.”
ທີ່ມາ: PLOS One, University at Buffalo News, VICE News

