ເປັນຫຍັງ! ຈຶ່ງມັກເຫັນ ຫອຍທາກ ປະກົດຕົວຕອນຝົນຕົກ?

ເຄີຍສັງເກດບໍ່? ພໍແຕ່ຝົນເລີ່ມຕົກປຸບ ຢູ່ຕາມທາງຍ່າງ ຫຼື ໃນສວນຫຼັງບ້ານ ກໍຈະເຫັນ “ຫອຍທາກ” ຕົວນ້ອຍໆ ຄ່ອຍໆຄານອອກມາອວດໂສມ ພ້ອມທັງຖິ້ມຮ່ອງຮອຍເມືອກໃສໆໄວ້ຕາມທາງ. ພວກມັນມາຈາກໃສ? ແລະ ເປັນຫຍັງຕ້ອງຖ້າໃຫ້ຝົນຕົກກ່ອນຈຶ່ງຍອມອອກມາ? ມາຫາຄຳຕອບກັນ 👇

ຮ່າງກາຍທີ່ບອບບາງ: “ນ້ຳ” ຄືລົມຫາຍໃຈ

ຄຳຕອບທີ່ສຳຄັນທີ່ສຸດແມ່ນຢູ່ທີ່ ກົນໄກຮ່າງກາຍ ຂອງພວກມັນ. ຫອຍທາກເປັນສັດທີ່ບໍ່ມີກະດູກສັນຫຼັງ ແລະ ມີຜິວໜັງທີ່ບອບບາງຫຼາຍ. ຈຸດອ່ອນຂອງມັນຄື “ເກັບນ້ຳບໍ່ໄດ້ດີ” ຫາກຕ້ອງຢູ່ກາງແດດຮ້ອນໆ ຫຼື ບ່ອນທີ່ແຫ້ງແລ້ງເປັນເວລາດົນ ຮ່າງກາຍຂອງມັນຈະສູນເສຍນ້ຳຢ່າງໄວວາ.

ໃນທາງຊີວະວິທະຍາ ເອີ້ນສະພາວະນີ້ວ່າ “Desiccation” ຫຼື ພາວະຮ່າງກາຍຂາດນ້ຳ ເຊິ່ງອັນຕະລາຍເຖິງຊີວິດສຳລັບຫອຍທາກເລີຍທີດຽວ.

“ເມືອກ” ມະຫັດສະຈັນ: ເຄື່ອງຈັກທີ່ຕ້ອງໃຊ້ນ້ຳ

ເຈົ້າຮູ້ບໍ່ວ່າ ເມືອກທີ່ຫອຍທາກປ່ອຍອອກມາ ມີປະໂຫຍດມະຫາສານ:

1. ຊ່ວຍໃນການເຄື່ອນທີ່: ຫຼຸດແຮງສຽດທານ ໃຫ້ຄານໄປໄດ້ສະດວກ.

2. ປ້ອງກັນບາດແຜ: ປົກປ້ອງຜິວໜັງຈາກການຖືກຂອງແຫຼມບາດ.

3. ຮັກສາຄວາມຊຸ່ມ: ເປັນເກາະປ້ອງກັນບໍ່ໃຫ້ຮ່າງກາຍແຫ້ງ.

ແຕ່ບັນຫາກໍຄື: ການທີ່ຈະສ້າງເມືອກໄດ້ນັ້ນ ຮ່າງກາຍຕ້ອງໃຊ້ “ນ້ຳ” ເປັນສ່ວນປະກອບຫຼັກ ຖ້າອາກາດແຫ້ງເກີນໄປ ຫອຍທາກກໍຈະບໍ່ສາມາດສ້າງເມືອກໄດ້ ແລະ ເຄື່ອນໄຫວໄປໃສບໍ່ໄດ້ເລີຍ.

ເມື່ອຝົນຕົກ ມັນບໍ່ແມ່ນແຕ່ຄວາມເຢັນສະບາຍ ແຕ່ມັນຄື “ເວລາທຳການ” ຂອງພວກມັນ:

1. ອອກຫາອາຫານ: ຄວາມຊຸ່ມໃນອາກາດເຮັດໃຫ້ພວກມັນຄານໄປຫາອາຫານໄດ້ໄກຂຶ້ນໂດຍບໍ່ຕ້ອງຢ້ານໂຕແຫ້ງ.

2. ສືບພັນ: ເປັນຊ່ວງເວລາທີ່ເໝາະສົມໃນການຂະຫຍາຍພັນ.

3. ອອກມາຊົມໂລກ: ຫຼັງຈາກທີ່ຕ້ອງລີ້ຢູ່ກ້ອງກອງໃບໄມ້ ຫຼື ໃຕ້ດິນມາດົນເພື່ອລໍຖ້າໃຫ້ອາກາດເປັນໃຈ.

“ສຳລັບພວກເຮົາ ຝົນອາດຈະເຮັດໃຫ້ປຽກ ແຕ່ສຳລັບຫອຍທາກ ຝົນຄື “ພົມແດງ” ທີ່ປູໃຫ້ພວກມັນອອກມາໃຊ້ຊີວິດຢ່າງມີຄວາມສຸກ.”

ສະຫຼຸບ: ຄັ້ງຕໍ່ໄປຖ້າເຈົ້າເຫັນຫອຍທາກຄານຢູ່ຕາມທາງຫຼັງຝົນຕົກ ຢ່າຟ້າວໄປທຳຮ້າຍພວກມັນເດີ ເພາະພວກເຂົາກຳລັງໃຊ້ຊ່ວງເວລາທີ່ປອດໄພທີ່ສຸດໃນການອອກມາທຳມາຫາກິນນັ້ນເອງ. ແຕ່ກໍຢ່າລືມຍ່າງລະວັງໆ ຢ່າໄປຢຽບ “ນັກເດີນທາງຕົວນ້ອຍ” ເຫຼົ່ານີ້ເດີ້

ທີ່ມາ: Journal of Molluscan Studies, BBC Science Focus, Natural History Museum (NHM)

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles