ໃນຍຸກທີ່ທຸກຢ່າງເບິ່ງຄືວ່າມີ “ລາຄາ” ແລະ ສາມາດຊື້ຂາຍໄດ້ ຄຳວ່າ “ສັກສີຄວາມເປັນມະນຸດ” ມັກຈະຖືກຍົກຂຶ້ນມາເວົ້າເຖິງເລື້ອຍໆ. ແຕ່ເຈົ້າເຄີຍສົງໄສບໍ່ວ່າ ມັນຄືຫຍັງກັນແທ້? ມັນຄືສິ່ງດຽວກັນກັບ “ກຽດຕິຍົດ” ທີ່ເຮົາຕ້ອງສ້າງຂຶ້ນມາ ຫຼື ບໍ່?
ສັກສີທີ່ມາພ້ອມກັບ “ລົມຫາຍໃຈ” ບໍ່ແມ່ນ “ການກະທຳ”
ຫຼາຍຄົນມັກສັບສົນວ່າ ສັກສີຄືສິ່ງທີ່ເຮົາຕ້ອງ “ເຮັດ” ບາງຢ່າງເພື່ອໃຫ້ໄດ້ມາ. ແຕ່ຕາມຫຼັກປັດຊະຍາແລ້ວ ສັກສີຄວາມເປັນມະນຸດຄື “ສິ່ງທີ່ຕິດໂຕເຮົາມາແຕ່ກຳເນີດ”. ມັນບໍ່ແມ່ນລາງວັນຈາກການເຮັດດີ ແລະ ມັນບໍ່ໄດ້ຫາຍໄປພຽງຍ້ອນເຮົາເຮັດຜິດ.
ຮາກເຫງົ້າຈາກປັດຊະຍາຂອງ Immanuel Kant
ໃນປີ 1785, ນັກປັດຊະຍາຊື່ດັງ Immanuel Kant ໄດ້ວາງຮາກຖານໄວ້ວ່າ: ໃນໂລກນີ້ມີສິ່ງຂອງທີ່ມີ “ລາຄາ” ເຊິ່ງໃຊ້ແລກປ່ຽນກັນໄດ້ ແຕ່ມະນຸດມີ “ສັກສີ” ເຊິ່ງ ບໍ່ມີລາຄາ ແລະ ບໍ່ສາມາດແລກປ່ຽນໄດ້.
1. ມະນຸດບໍ່ແມ່ນ “ສິ່ງຂອງ” ທີ່ໃຜຈະເອົາໄປໃຊ້ເປັນເຄື່ອງມືເພື່ອຜົນປະໂຫຍດໃດໜຶ່ງ.
2. ຖ້າເຮົາປາສະຈາກສັກສີນີ້ ເຮົາກໍຄົງບໍ່ຕ່າງຫຍັງກັບເຄື່ອງຈັກ ຫຼື ສິນຄ້າໃນຕະຫຼາດ.
ບົດຮຽນລາຄາແພງຈາກ “ສົງຄາມໂລກ”
ໃນອະດີດ, ແນວຄິດນີ້ອາດເບິ່ງຄືເປັນພຽງເລື່ອງເພີ້ຝັນຂອງນັກປັດຊະຍາ. ແຕ່ຄວາມໂຫດຮ້າຍຂອງສົງຄາມໂລກທັງ 2 ຄັ້ງ ໄດ້ພິສູດໃຫ້ເຫັນວ່າ: ເມື່ອໃດທີ່ມະນຸດເບິ່ງກັນເປັນພຽງ “ສິ່ງຂອງ” ຄວາມຫາຍະນະຈະເກີດຂຶ້ນ.
ຫຼັງສົງຄາມໂລກຄັ້ງທີ 2 ໂລກຈຶ່ງໄດ້ຮ່ວມກັນສ້າງ “ສິ່ງສົມມຸດ” ທີ່ຊື່ວ່າ ສິດທິມະນຸດ ຂຶ້ນມາ ເພື່ອເປັນເກາະປ້ອງກັນບໍ່ໃຫ້ໃຜມາລະເມີດສັກສີນີ້ໄດ້. ມັນຄືສິດທີ່ “ພາກໄປບໍ່ໄດ້” ຂາຍບໍ່ໄດ້, ເສຍໄປບໍ່ໄດ້ ແລະ ຖືກທຳລາຍບໍ່ໄດ້.
ເມື່ອ “ສິ່ງສົມມຸດ” ເລີ່ມເສື່ອມຄາຍ: ສັນຍານອັນຕະລາຍຂອງໂລກ
ໃນປັດຈຸບັນ, ລະບຽບໂລກທີ່ເຄີຍຍຶດຖືສັກສີຄວາມເປັນມະນຸດກຳລັງຖືກຫຼຸດລົງ. ເມື່ອຜູ້ນຳມະຫາອຳນາດເລີ່ມເບິ່ງຂ້າມຫຼັກການນີ້ ຖ້າເຮົາເລີ່ມເຊື່ອວ່າ “ສັກສີຄວາມເປັນມະນຸດ” ບໍ່ມີຈິງ ໂລກຈະກັບໄປສູ່ຍຸກ “ລ່າອານານິຄົມ” ແບບດິບໆອີກຄັ້ງ ແຕ່ຄາວນີ້ມັນຈະໂຫດຮ້າຍກວ່າເກົ່າ ຍ້ອນເຕັກໂນໂລຊີອາວຸດທີ່ທັນສະໄໝກວ່າເດີມຫຼາຍເທົ່າ.
ແຫຼ່ງທີ່ມາຂໍ້ມູນ: UN, Immanuel Kant, Human Rights Watch (HRW)

