ວັນທີ 23 ກຸມພາ 2026 ທີ່ໂຮງແຮມ ອະມາລີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເປີດໂຕໂຄງການຄຸ້ມຄອງມົນລະພິດ ແລະ ສິງເສດເຫຼືອ ຢູ່ ສປປ ລາວ, ກອງປະຊຸມຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມເຂົ້າຮ່ວມ.
ທ່ານ ເດດສົງຄາມ ທໍາມະວົງໄດ້ກ່າວໃນ ປະຊຸມເປີດໂຕໂຄງການຄຸ້ມຄອງມົນລະພິດ ແລະ ສິງເສດເຫຼືອ ຢູ່ ສປປ ລາວວ່າ: ປີ 2025 ທີ່ຜ່ານມາ ຕາມການປະເມີນທາງດ້ານວິຊາການຂອງກົມເຄຫາ ແລະ ຜັງເມືອງ, ຄາດຄະເນວ່າ ປະລິມານຂີ້ເຫຍື້ອຄົວເຮືອນທີ່ເກີດຂຶ້ນທົ່ວປະເທດ ສູງເຖິງ 6,900 ໂຕນ ຕໍ່ ວັນ, ໃນນີ້ ນະຄອນຫຼວງວຽງຈັນກວມເອົາ 15 % ຂອງປະລິມານຂີ້ເຫຍື້ອທີ່ເກີດຂຶ້ນທົ່ວປະເທດ. ພ້ອມດ່ຽວກັນນີ້ ການເຂົ້າເຖິງການບໍລິການເກັບມ້ຽນຂີ້ເຫຍື້ອຂອງຄົວເຮືອນ ແມ່ນຍັງຕໍ່າກວ່າ 50 % ຂອງປະລິມານຂີ້ເຫຍື້ອທີ່ເກີດຂຶ້ນທົ່ວປະເທດ ເຮັດໃຫ້ປະຊາຊົນຫຼາຍພື້ນທີຈໍານວນບໍ່ນ້ອຍ ຈໍາຕ້ອງໄດ້ກໍາຈັດຂີ້ເຫຍື້ອແບບຜິດວິທີ ແລະຜິດກົດໝາຍ ດ້ວຍວິທີການຖິ້ມຂີ້ເຫຍື້ອຊະຊາຍ ແລະ ຈຸດຂີ້ເຫຍື້ອດ້ວຍຕົນເອງ ສົ່ງຜົນເຮັດໃຫ້ເກີດມົນລະພິດທາງອາກາດ ແລະ ຜົນກະທົບຕໍ່ສຸຂະພາບຂອງຄົນເຮົາ. ບວກກັບບັນຫາດ້ານນິຕິກໍາ ລະບຽບການ ແລະ ມາດຕະການດ້ານການຄຸ້ມຄອງຂີ້ເຫຍື້ອບໍ່ພຽງພໍ; ງົບປະມານ ແລະ ໂຄງລາງພື້ນຖານການຄຸ້ມຄອງ-ບໍລິການຂີ້ເຫຍື້ອມີຈໍາກັດ, ລວມເຖິງ ການດໍາເນີນງານຕິດຕາມ ແລະ ບໍາລຸງຮັກສາສະໜາມກໍາຈັດຂີ້ເຫຍື້ອບໍ່ໄດ້ມາດຕະຖານ ແລະ ປະສິດທິພາບເທົ່າທີ່ຄວນ ສົ່ງຜົນໃຫ້ປະລິມານຂີ້ເຫຍື້ອໃນສະໜາມກໍາຈັດຂີ້ເຫຍື້ອເຕັມກ່ອນກຳນົດ.
ທີ່ມາ: ກະຊວງ ຍທຂ

