ເລື່ອງເລົ່າສອນໃຈ ຊີວິດຄູ່ ແລະ ກົດໝາຍ

ມີຊາຍຍິງຄູ່ໜຶ່ງກຽມຕົວແຕ່ງງານກັນ, ໃນນັ້ນ ຝ່າຍຊາຍມີເຮືອນ 1 ຫຼັງ, ມີລົດຄັນໜຶ່ງ ແລະ ເງິນ 100 ລ້ານກີບ. ຝ່າຍຍິງມີລົດຄັນໜຶ່ງ ແລະ ເງິນ 200 ລ້ານກີບ.

ຫຼັງຈາກແຕ່ງງານກັນ ທັງສອງໄດ້ຕົກລົງເອົາເງິນຂອງຕົນທັງໝົດມາປັບປຸງແຕ່ງເຮືອນໃຫ້ງາມ ແລະ ຊື້ເຄື່ອງໃຊ້ຕ່າງໆເຂົ້າເຮືອນ.

3 ປີຕໍ່ມາຜູ້ຍິງຖືພາ ແລະ ຈາກນັ້ນກໍເກີດລູກອອກມາ ຊຶ່ງທັງສອງໄດ້ຕົກລົງກັນວ່າ ໃຫ້ຜູ້ເປັນເມຍລາອອກຈາກວຽກແລ້ວມາເບິ່ງແຍງດູແລລູກຢູ່ເຮືອນ ສ່ວນຜູ້ເປັນຜົວແມ່ນເປັນຄົນເຮັດວຽກຫາເງິນລ້ຽງຄອບຄົວຕາມຄວາມຮັບຜິດຊອບທີ່ຜູ້ຊາຍຄວນມີ.

ຕໍ່ມາຜູ້ເປັນຜົວໄດ້ຖືກເລື່ອນຕຳແໜ່ງ ການງານດີຂຶ້ນ ເງິນເດືອນກໍ່ເພິ່ມຂຶ້ນ ສ່ວນຜູ້ເປັນເມຍແມ່ນຢູ່ເຮືອນເພື່ອເອົາລູກ ຊຶ່ງກໍຖືວ່າຜູ້ເປັນເມຍໄດ້ກາຍເປັນແມ່ເຮືອນຢ່າງເຕັມໂຕ .

5 ປີຕໍ່ມາຜູ້ເປັນຜົວປະສົບຄວາມສຳເລັດໃນໜ້າທີ່ການງານ ມີລັດສະໝີລາສີງົດງາມ ສ່ວນຜູ້ເປັນເມຍແມ່ນໃຊ້ເວລາຢູ່ແຕ່ກັບລູກຢູ່ເຮືອນ ແລະ ລາສີກໍ່ໝົ່ນໝອງລົງ.

ມາຮອດຕອນນີ້ຜູ້ເປັນຜົວຮູ້ສຶກວ່າ ເມຍຕົນເອງບໍ່ສາມາດພາເຂົ້າສັງຄົມໄດ້ອີກແລ້ວ ສິ່ງຍົ້ວຍວນພາຍນອກຈາກສາວພະນັກງານກໍຍິ່ງຮ້ອນແຮງຍົ້ວຍວນໃຈ ສຸດທ້າຍຜູ້ເປັນຜົວກໍມີເມຍນ້ອ.

ຫຼັງຈາກຜູ້ເປັນເມຍຮູ້ເລື່ອງ ກໍເລີຍເກີດມີເລື່ອງຜິດຖຽງກັນ ສຸດທ້າຍກໍໂສກເສົ້າເສຍໃຈ ແລະ ໃນທີ່ສຸດ​ ທັງສອງກໍກຽມຢ່າຮ້າງກັນ 📄🖋️.

ຕາມການຕີຄວາມໝາຍຂອງກົດໝາຍຄອບຄົວ:

ເຮືອນຖືວ່າເປັນ “ຊັບເດີມ” ຂອງຜູ້ເປັນຜົວ ສະນັ້ນຜູ້ເປັນເມຍແມ່ນບໍ່ມີສິດ .

ຜູ້ຍິງບໍ່ຍອມເລີຍໂຕ້ຕອບໄປວ່າ ຕົນເອງກໍມີສ່ວນຮ່ວມໃນການຕົບແຕ່ງປັບປຸງເຮືອນນັ້ນເຊັ່ນກັນ ສະນັ້ນ ຕົນຄວນມີສິດໃນເຮືອນນັ້ນ. ທະນາຍຂອງຜູ້ເປັນຜົວເລີຍຖາມກັບໄປວ່າ: ”ເຈົ້າມີຫຼັກຖານການປະກອບສ່ວນຕົບແຕ່ງເຮືອນນັ້ນບໍ່?” ຜູ້ເປັນເມຍຕອບວ່າ: ”ບໍ່ມີ”… ດັ່ງນັ້ນ ສານຈຶ່ງຕັດສິນວ່າ ຜູ້ເປັນເມຍບໍ່ມີສິດຕໍ່ກັບເຮືອນນັ້ນ 🔨.

ນອກຈາກເຮືອນແລ້ວ ຍັງມີເລື່ອງລູກ , ຊຶ່ງຜູ້ເປັນເມຍບອກວ່າ ລູກແມ່ນຕົນເປັນຄົນເກີດອອກມາ ແລະ ລ້ຽງຈົນໃຫຍ່ ສະນັ້ນ ຕົນຕ້ອງມີສິດໄດ້ລູກ .

ແຕ່ທະນາຍຂອງຝ່າຍຜົວເວົ້າວ່າ ລູກຈະຢູ່ກັບໃຜນັ້ນຕ້ອງເບິ່ງວ່າ “ໃຜມີຄວາມສາມາດໃຫ້ຜົນປະໂຫຍດ ແລະ ລ້ຽງລູກໄດ້ດີທີ່ສຸດ”

ຊຶ່ງຕອນນີ້ຜູ້ເປັນເມຍບໍ່ມີວຽກເຮັດ ບໍ່ມີລາຍໄດ້ ບໍ່ມີເຮືອນເປັນຂອງຕົນເອງ ສະນັ້ນ ຈຶ່ງຍ່ອມບໍ່ເປັນຜົນດີຕໍ່ການເຕີບໃຫຍ່ຂອງລູກ. ໂດຍອີງຕາມກົດໝາຍ ແລະ ສະພາບທາງການເງິນຂອງຜູ້ເປັນຜົວທີ່ດີກວ່າ ສານຈຶ່ງຕັດສິນໃຫ້ລູກຕົກເປັນຂອງຜົວ.

ຕອນນີ້ຜູ້ເປັນເມຍບໍ່ມີເຮືອນ ບໍ່ມີວຽກ ບໍ່ມີເງິນ ບໍ່ມີລູກ ລາວໝົດຫວັງແລ້ວ ຊີວິດຂອງລາວລົ້ມສະຫຼາຍ ສ່ວນຜູ້ເປັນຜົວແມ່ນໄປເລີ່ມຕົ້ນຊີວິດໃໝ່…

ເລື່ອງນີ້ສອນໃຫ້ຮູ້ວ່າ:

ຢ່າລະຖິ້ມການເພິ່ງພາຕົນເອງ: ບໍ່ວ່າຜົວຈະລວຍ ຫຼື ດີປານໃດ, ຜູ້ຍິງຄວນມີລາຍໄດ້ ຫຼື ອາຊີບທີ່ເປັນຂອງຕົນເອງ ເພື່ອເປັນຫຼັກປະກັນໃນຍາມສຸກເສີນ.

ກົດໝາຍບໍ່ໄດ້ຕັດສິນດ້ວຍ “ຄວາມເສຍສະຫຼະ”: ສານຕັດສິນດ້ວຍ “ຫຼັກຖານ” 📄. ການລົງທຶນໃນຊັບສິນໃດໜຶ່ງ ຄວນມີການເຮັດເອກະສານ ຫຼື ຫຼັກຖານການໂອນເງິນທີ່ຊັດເຈນ .

ຢ່າຢຸດພັດທະນາຕົນເອງ: ການເປັນແມ່ເຮືອນເປັນວຽກທີ່ໜັກໜ່ວງ, ແຕ່ຕ້ອງບໍ່ລືມເບິ່ງແຍງທັງຮ່າງກາຍ ແລະ ຈິດໃຈຂອງຕົນເອງໃຫ້ທັນໂລກສະເໝີ.

ແລ້ວທ່ານເດ… ຄິດວ່າເລື່ອງນີ້ສອນຫຍັງແດ່?

​ທີ່ມາ: ເພຈທີມງານກົດໝາຍເພື່ອປະຊາຊົນ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles