ວັນທີ 18 ກຸມພາ 2026, ທີ່ຫ້ອງປະຊຸມໃຫ່ຍຊັ້ນ 2 ສູນອິນເຕີເນັດແຫ່ງຊາດ, ໄດ້ມີກອງປະຊຸມຊຸກຍູ້ການຈັດຕັ້ງປະຕິບັດວຽກງານພາຍໃນ ສູນບໍລິຫານລັດດິຈິຕອນ ຂຶ້ນໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ນສານ, ໂດຍມີ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກຕສ, ຜູ້ຊີ້ນໍາວຽກງານ ສູນບໍລິຫານລັດດິຈິຕອນ, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ມີແຂກຖືກເຊີນຈາກ ຫ້ອງການ, ກົມຈັດຕັ້ງ, ກົມແຜນການ ແລະ ການເງິນ, ມີບັນດາຄະນະສູນ, ບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊູມ, ທ່ານ ນ. ວັນນະພາ ພົມມະທັນສິ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ຂຶ້ນລາຍງານພາບລວມໂດຍຫຍໍ້ ຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການ 05 ປີຕໍ່ໜ້າ (2026-2030) ຂອງ ສູນບໍລິຫານລັດດິຈິຕອນ. ພ້ອມນັ້ນ, ກອງປະຊຸມໄດ້ເປີດກວ້າງໃຫ້ພະນັກງານພາຍໃນສູນ ໄດ້ປະກອບຄໍາຄິດເຫັນ, ແລກປ່ຽນແບບກົງໄປກົງມາ ແລະ ສະເໜີບັນຫາຕ່າງໆໃນການຈັດຕັ້ງປະຕິບັດວຽກງານ ຊຶ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຂໍ້ສະເໜີຈໍານວນໜຶ່ງ ທັງນີ້ກໍ່ເພື່ອແນ່ໃສ່ຮັບປະກັນການຈັດຕັ້ງປະຕິບັດວຽກງານຂອງ ສລດ ສາມາດບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ໄດ້ວາງໄວ້ໃນ 5 ປີຕໍ່ໜ້າ ຄື ກ້າວໄປສູ່ການຫັນເປັນດິຈິຕອນ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຫັນວຽກງານບໍລິຫານ ແລະ ບໍລິການລັດຫັນເປັນທັນສະໄໝໃນຂອບເຂດທົ່ວປະເທດ.
ໃນຕອນທ້າຍຂອງກອງປະຊູມໃນຄັ້ງນີ້ ຍັງໄດ້ຮັບຟັງຄໍາເຫັນໂອ້ລົມຂອງ ທ່ານ ລັດຖະມົນຕີ ທີ່ເຕັ້ມໄປດ້ວຍຄວາມໝາຍຄວາມສໍາຄັນຢ່າງຍິ່ງ ແລະ ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ ສູນບໍລິຫານລັດດິຈິຕອນ ກໍຄືອ້າຍນ້ອງພະນັກງານພາຍໃນສູນ ໄດ້ນໍາໄປຜັນຂະຫຍາຍເຂົ້າສູ່ລວງເລິກໃນການຈັດຕັ້ງປະຕິບັດວຽກງານໃຫ້ປາກົດຜົນເປັນຈິງ. ທ່ານໄດ້ເນັ້ນໜັກໃຫ້ເອົາໃຈໃສ່ໃນວຽກງານບໍລິຫານ ແລະ ບໍລິການລັດເພື່ອຫັນເປັນດິຈິຕອນໃນທົ່ວສັງຄົມ, ຊຸກຍູ້ສົ່ງເສີມກໍ່ສ້າງບຸກຄະລາກອນຮອບດ້ານເພື່ອຮອງຮັບກັບການພັດທະນາດ້ານດິຈິຕອນ, ຍົກສູງບົດບາດຄວາມເປັນເຈົ້າການເພື່ອສ້າງຄວາມເປັນມືອາຊີບໃນວຽກງານການປະສານງານກັບທຸກພາກສ່ວນ ເພື່ອພ້ອມກັນຫັນເປັນທັນສະໄໝໃນຕໍ່ໜ້າ.
ທີ່ມາຂ່າວ: ສູນບໍລິຫານລັດດິຈິຕອນ

