ສະເທືອນວົງການດົນຕີ Google ເປີດຕົວ “Gemini + Lyria 3” ສ້າງເພງໄດ້ງ່າຍໆ ພຽງແຕ່ປາຍນິ້ວ

ບອກລາຄວາມຍຸ້ງຍາກໃນການແຕ່ງເພງໄປໄດ້ເລີຍ ເພາະຫຼ້າສຸດ Google ໄດ້ປະກາດອັບເກຣດແອັບພລິເຄຊັນ Gemini ຄັ້ງໃຫຍ່ ດ້ວຍການນຳໃຊ້ເຕັກໂນໂລຊີ AI ໃໝ່ລ່າສຸດ Lyria 3 ທີ່ຈະມາປ່ຽນຈິນຕະນາການຂອງທ່ານໃຫ້ກາຍເປັນສຽງເພງສຸດລ້ຳ ພາຍໃນເວລາບໍ່ເທົ່າໃດວິນາທີ🎧

3 ຄວາມສາມາດສຸດພິເສດຂອງ Lyria 3 ທີ່ທ່ານຕ້ອງຮູ້

ບໍ່ແມ່ນພຽງແຕ່ການສ້າງສຽງທຳມະດາ ແຕ່ Lyria 3 ມາພ້ອມກັບຄວາມສາມາດລະດັບມືອາຊີບ:

1. ແຕ່ງເນື້ອຮ້ອງໃຫ້ອັດຕະໂນມັດ: ທ່ານບໍ່ຕ້ອງນັ່ງກຸມຂະມັບຄິດເນື້ອເພງເອງ ເພາະ Gemini ຈະຈັດການຂຽນເນື້ອຮ້ອງໃຫ້ສອດຄ່ອງກັບຫົວຂໍ້ທີ່ທ່ານຕ້ອງການທັນທີ.

2. ກຳນົດຮູບແບບໄດ້ດັ່ງໃຈ: ຢາກໄດ້ສຽງຮ້ອງແບບໃດ ຈັງຫວະ ຊ້າ ຫຼື ໄວ ຫຼື ແນວດົນຕີສະເພາະຕົວ ກໍສາມາດກຳນົດໄດ້ຢ່າງລະອຽດ.

3. ຄຸນນະພາບສຽງສົມຈິງ: ດົນຕີມີຄວາມຊັບຊ້ອນ ແລະ ມ່ວນອອນຊອນ ຈົນແຍກບໍ່ອອກວ່າແມ່ນຝີມືຂອງ AI.

ຈາກ “ຈິນຕະນາການ” ສູ່ “ບົດເພງ” ເຮັດໄດ້ແນວໃດ?

Gemini ເປີດໂອກາດໃຫ້ສ້າງສັນຜົນງານໄດ້ 2 ຮູບແບບຫຼັກຄື:

1. ຈາກຂໍ້ຄວາມເປັນສຽງເພງ: ພຽງແຕ່ພິມອະທິບາຍເຊັ່ນ: “ຂໍເພງແນວ R&B ຊ້າໆ ຫຼື “ເພງແນວແອັບໂຟຣບີທ (Afrobeats) ມ່ວນໆ ໄວ້ເປີດໃນງານລ້ຽງ” AI ກໍຈະເນລະມິດໃຫ້ທັນທີ.

2. ຈາກພາບເປັນສຽງເພງ: ລ້ຳໄປອີກຂັ້ນ ພຽງແຕ່ອັບໂຫຼດຮູບພາບ ຫຼື ວິດີໂອ Gemini ຈະວິເຄາະບັນຍາກາດໃນພາບ ແລ້ວແຕ່ງເພງໃຫ້ “ເຂົ້າກັບອາລົມ” ຂອງພາບນັ້ນໂດຍອັດຕະໂນມັດ.

ພິເສດສຸດ ຍັງມີເຄື່ອງມື Nano Banana ທີ່ຊ່ວຍສ້າງຮູບໜ້າປົກສວຍງາມໃຫ້ພ້ອມແຊຣ໌ລົງໂຊຊຽວ ຫຼື ສົ່ງໃຫ້ໝູ່ເພື່ອນຟັງໄດ້ທັນທີ.

ຄວາມປອດໄພ ແລະ ລິຂະສິດທີ່ໝັ້ນໃຈໄດ້

Google ໃຫ້ຄວາມສຳຄັນກັບເລື່ອງນີ້ຢ່າງເຂັ້ມງວດ ໂດຍເພງທີ່ສ້າງຂຶ້ນຈະຖືກຝັງ “ລາຍນ້ຳດິຈິຕອນ” ເພື່ອຢືນຢັນວ່າເປັນຜົນງານຈາກ AI. ນອກຈາກນີ້, ຍັງເນັ້ນການ “ສ້າງສັນສິ່ງໃໝ່” ໂດຍບໍ່ແມ່ນການຮຽນແບບສິລະປິນທີ່ມີຢູ່ແທ້ ເພື່ອໃຫ້ກຽດຄົນເຮັດວຽກສິລະປະຕົວຈິງ.

ໃຜແດ່ທີ່ມີສິດເລີ່ມໃຊ້ກ່ອນ?

1. ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ.

2. ຮອງຮັບຫຼາຍພາສາ (ອັງກິດ, ເຢຍລະມັນ, ແອັດສະປາຍ, ຝຣັ່ງ, ຮິນດູ, ຍີ່ປຸ່ນ, ເກົາຫຼີ ແລະ ປອກຕຸຍການ).

3. ສຳລັບສະມາຊິກ Google AI Plus, Pro ແລະ Ultra ຈະໄດ້ຮັບສິດໃນການໃຊ້ງານທີ່ສູງກວ່າທົ່ວໄປ.

ເຖິງວ່າຕອນນີ້ຈະຍັງບໍ່ທັນມີຂໍ້ມູນຢືນຢັນກ່ຽວກັບ “ພາສາລາວ” ແຕ່ເຊື່ອວ່າອີກບໍ່ດົນ ຄົນລາວທີ່ມີຫົວໃຈຮັກດົນຕີຄົງຈະໄດ້ສຳຜັດຄວາມລ້ຳນີ້ແນ່ນອນ ກຽມຕົວໃຫ້ພ້ອມ ແລ້ວໄປສ້າງເພງສ່ວນຕົວຂອງທ່ານນຳກັນ

ທີ່ມາ: Google Blog, Google DeepMind

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles