ຄວາມຄິດ Vs ແສງ: ອັນໃດຄື “ເຈົ້າແຫ່ງຄວາມໄວ” ໃນຈັກກະວານ?

ເຄີຍສົງໄສບໍ່? ພໍແຕ່ເຮົາຄິດປຸບ ເຮົາກໍສາມາດໄປຮອດດາວອັງຄານໄດ້ທັນທີ ແຕ່ໃນທາງວິທະຍາສາດແທ້ໆນັ້ນ “ຄວາມຄິດ” ຂອງມະນຸດເຮົາຈະສາມາດຊະນະ “ແສງ” ທີ່ເດີນທາງໄວທີ່ສຸດໃນເອກະພົບໄດ້ ຫຼື ບໍ່? ມື້ນີ້ພວກເຮົາຈະມາຫາຄຳຕອບທີ່ NASA ຢືນຢັນ.

1. ແສງ: ເສືອປືນໄວແຫ່ງຈັກກະວານ

ຕາມທິດສະດີຂອງ Albert Einstein ແສງຄື “ຂີດຈຳກັດຄວາມໄວ” ຂອງທຸກສິ່ງ. ບໍ່ມີຫຍັງໃນສາກົນໂລກທີ່ສາມາດແລ່ນທັນແສງໄດ້

– ຄວາມໄວ: 300,000 ກິໂລແມັດຕໍ່ວິນາທີ (ໝາຍຄວາມວ່າ ໃນ 1 ວິນາທີ ແສງສາມາດແລ່ນອ້ອມໂລກໄດ້ເຖິງ 7 ຮອບເຄິ່ງ .

– ໄລຍະທາງ: ຈາກດວງອາທິດມາຮອດໂລກທີ່ໄກແສນໄກ ແສງໃຊ້ເວລາພຽງ 8 ນາທີ ປາຍເທົ່ານັ້ນ

2. ຄວາມຄິດ: ຄວາມໄວພາຍໃນສະໝອງ

ຫຼາຍຄົນອາດຈະຄິດວ່າ “ຄວາມຄິດໄວກວ່າ” ເພາະເຮົາຄິດຮອດຂອບຈັກກະວານໄດ້ໃນວິນາທີ. ແຕ່ຄວາມຈິງແລ້ວຄວາມຄິດຄື “ການສົ່ງສັນຍານໄຟຟ້າ” ລະຫວ່າງຈຸລັງປະສາດ.

– ຄວາມໄວ: ປະມານ 120 ແມັດຕໍ່ວິນາທີ (ຊ້າກວ່າແສງຫຼາຍລ້ານເທົ່າ).

– ເປັນຫຍັງຈຶ່ງເບິ່ງຄືວ່າໄວ?: ຍ້ອນວ່າສະໝອງຂອງເຮົາມີການເກັບຂໍ້ມູນໄວ້ແລ້ວ. ການ “ຄິດ” ບໍ່ແມ່ນການເດີນທາງຂອງວັດຖຸອອກໄປນອກໂລກ ແຕ່ແມ່ນການເຮັດວຽກຂອງຂໍ້ມູນພາຍໃນກະໂຫຼກຫົວຂອງເຮົາເອງ.

ສະຫຼຸບສັ້ນໆໃຫ້ຈື່ໄດ້:

ເຖິງວ່າ “ຄວາມຄິດ” ຂອງເຮົາຈະຈິນຕະນາການໄປໄກປານໃດກໍຕາມ ແຕ່ໃນໂລກຂອງຄວາມເປັນຈິງທາງຟີຊິກ “ແສງ” ຍັງຄົງເປັນເຈົ້າແຫ່ງຄວາມໄວ ທີ່ບໍ່ມີໃຜທຳລາຍສະຖິຕິໄດ້. NASA ແລະ ນັກວິທະຍາສາດທົ່ວໂລກຕ່າງກໍຍອມຮັບໃນກົດເກນຂໍ້ນີ້ 🔭

#ວິທະຍາສາດ#NASA#ຄວາມໄວແສງ#ຄວາມຮູ້ຮອບຕົວ#ຄວາມຄິດມະນຸດ

ທີ່ມາ: NASA, MIT (Massachusetts Institute of Technology)

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles