ໃນວັນທີ 18 ກຸມພາ 2026 ນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ຕ້ອນຮັບການເຂົ້າພົບປະຂອງ ທ່ານ ນາງ ເອລິສເບັດ-ແອນ ແຊນນີ ແຄມເບວ ຫົວໜ້າຫ້ອງການ ທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມຄະນະ.
ການເຂົ້າພົບປະຄັ້ງນີ້ ເພື່ອລາຍງານຜົນ ການມາຕິດຕາມ ແລະ ການຈັດຕັ້ງປະຕິບັດບັນດາໂຄງການ ຢູ່ ສປປ ລາວ ທີ່ໄດ້ຮັບເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກ ADB ໃນປີ 2025, ລວມທັງ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ (BRT), ປຶກສາຫາລືຮ່ວມກັນກ່ຽວກັບ ທິດທາງຍຸດທະສາດສໍາລັບການເສີມຂະຫຍາຍຄຸນນະພາບ ແລະ ປະສິດທິຜົນ, ການຫຼຸດຜ່ອນຜົນກະທົບ ຂອງໂຄງການ ແລະ ແຜນງານທີ່ໄດ້ຮັບການສະໜັບສະໜູນຈາກ ADB ໃນ ສປປ ລາວ.
ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ລາຍງານໃຫ້ຮູ້ວ່າ: ໃນປີ 1966 ສປປ ລາວ ໄດ້ເຂົ້າເປັນ ສະມາຊິກ ADB ພ້ອມນັ້ນ, ທ່ານໄດ້ສະແດງຄວາມຂອບໃຈ ສະພາບໍລິຫານ ທີ່ໄດ້ຊຸກຍູ້ໃຫ້ ADB ກັບຄືນສູ່ການສະໜອງທຶນ (ທັງເງິນກູ້ ແລະ ເງິນຊ່ວຍເຫຼືອລ້າ ແລະ ການຊ່ວຍເຫຼືອດ້ານວິຊາການ) ໃຫ້ ສປປ ລາວຫຼັງຈາກຢຸດການຊ່ວຍເຫຼືອ ໃນປີ 2020 – 2023 ເປັນເວລາ 4 ປີ.
ປັດຈຸບັນ ສປປ ລາວ ກຳລັງຈັດຕັ້ງປະຕິບັດຍຸດທະສາດການຮ່ວມມື ກັບ ADB ໄລຍະ ປີ 2024–2028, ເຊິ່ງ ADB ໄດ້ໃຫ້ການຊ່ວຍເຫຼືອຫຼາຍຮູບແບບ ໃນການຈັດຕັ້ງປະຕິບັດໂຄງການຕ່າງໆເຊັ່ນ ເງິນກູ້ຢືມ, ເງິນຊ່ວຍເຫຼືອລ້າ ແລະ ການຊ່ວຍເຫຼືອດ້ານວິຊາການ.
ທີ່ມາ: ກະຊວງການເງິນ

