ວັນທີ 17 ກຸມພາ ນີ້ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ເຊິ່ງນຳໂດຍ ທ່ານ ອາລຸນ ບຸນວິໄລ ຫົວຫນ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ສົມທົບກັບ ຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງໄຊ ລົງເຄື່ອນໄຫວ ຕິດຕາມ, ກວດກາ ແລະ ຊຸກຍູ້ ການຄ້າ-ຂາຍ ຢູ່ ບັນດາຕະຫລາດ, ຮ້ານຊັບພະສິນຄ້າ, ຮ້ານຂາຍເຄື່ອງ ຍົກ-ຍ່ອຍ ແລະ ຮ້ານສະດວກຊື້ຕ່າງໆ ພາຍໃນເທດສະບານ ແຂວງອຸດົມໄຊ.
ການລົງເຄື່ອນໄຫວ ມີຢູ່ຫລາຍຈຸດ ໂດຍສະເພາະແມ່ນ ຕະຫລາດ ຫນອງແມງດາ, ຕະຫລາດ ກຳສິກຳ ຫນອງແລ້ງ, ຕະຫລາດ ລືໄຊ, ຊຸບເປີມາເກັດ ເຊີ່ງຊ່າງ, ຊຸບເປີມາເກັດ ຂາຍສົ່ງ ກວາງວິງ ແລະ ຮ້ານຂາຍຍົກ ພ້ອມທັງ ໄດ້ມີການປະສານງານ ກັບ ຜູ້ປະກອບການ ແລະ ຜູ້ບໍລິຫານ ຕະຫລາດ ແລະ ຫ້າງຮ້ານ ເພື່ອລາຍງານສະພາບການຈັດຕັ້ງປະຕິບັດ ໂດຍລວມ ກ່ຽວກັບ ການກຳນົດ, ຄຸ້ມຄອງ ແລະ ອຳນວຍຄວາມສະດວກ ໃນການ ຄ້າ-ຂາຍ ໃຫ້ແກ່ ພໍ່ຄ້າ ຊາວຂາຍ ພ້ອມທັງ ນຳພາໃນການລົງເຄື່ອນໄຫວຕົວຈິງ.
ທ່ານ ອາລຸນ ບຸນວິໄລ ຫົວຫນ້າພະແນກ ອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ການລົງເຄື່ອນໄຫວ ແມ່ນການເຄື່ອນໄຫວປົກກະຕິ ຂອງ ເຈົ້າຫນ້າທີ່ ກວດກາການຄ້າ ເດືອນລະ 2 ຄັ້ງ ເພື່ອ ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ ບັນດານິຕິກຳ ກໍຄື ແຈ້ງການຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ທິດຊີ້ນຳຂອງການນຳແຂວງ ກ່ຽວກັບການຊຸກຍູ້ ການຊົມໃຊ້ຜະລິດຕະພັນພາຍໃນແຂວງ, ການນຳເຂົ້າສິນຄ້າ ຕ້ອງຫ້າມ, ການກຳນົດລາຄາສິນຄ້າ ອຸປະໂພກ-ບໍລິໂພກ ເປັນຕົ້ນແມ່ນ ລາຄາ ຊີ້ນ, ຜັກ, ປາ, ໄຂ່ ອື່ນໆ ໃຫ້ຢູ່ໃນເກນທີ່ ພະແນກ ອຸດສາຫະກຳ ແລະ ການຄ້າ ວາງອອກ, ການນຳໃຊ້ຕາຊິງ ໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ, ການຄຸ້ມຄອງ ແລະ ກຳນົດ ໃນການຈັດຫມວດຫມູ່ ໃຫ້ແກ່ ຜູ້ຄ້າ-ຂາຍ ເປັນລະບົບ ລະບຽບ ຕາມສິນຄ້າ ແຕ່ລະປະເພດ.
ທີ່ມາ: ເສດຖະກິດ-ສັງຄົມ

