ບອກລາບັນຫາ “ລໍຖ້າສາກໄຟດົນ” ຫຼື “ຢ້ານໄຟໝົດກາງທາງ” ໄປໄດ້ເລີຍ ເພາະໂລກກຳລັງກ້າວເຂົ້າສູ່ການປະຕິວັດຄັ້ງໃຫຍ່ຂອງວົງການລົດໄຟຟ້າ (EV) ດ້ວຍເຕັກໂນໂລຊີ Solid-State Battery ທີ່ທຸກຄົນທົ່ວໂລກກຳລັງຈ້ອງເບິ່ງ.
ເປັນຫຍັງມັນຈຶ່ງເປັນຕົວປ່ຽນເກມ?
ບໍ່ແມ່ນແບັດເຕີຣີແບບເດີມທີ່ເຮົາເຄີຍໃຊ້ ແຕ່ມັນຄືຂີດສຸດຂອງວິທະຍາສາດ:
1. ສາກໄວປານສາຍຟ້າ: ພຽງ 10-15 ນາທີ (ໄວພໍໆກັບການແວ່ເຕີມນ້ຳມັນ) ແຕ່ສາມາດແລ່ນໄດ້ໄກກວ່າ 1,000 – 1,200 ກິໂລແມັດ
2. ຄວາມປອດໄພສູງສຸດ: ໝົດກັງວົນເລື່ອງໄຟໄໝ້ ຫຼື ລະເບີດ ເພາະໃຊ້ອົງປະກອບທີ່ເປັນຂອງແຂງ ທົນທານຕໍ່ຄວາມຮ້ອນໄດ້ດີກວ່າແບັດເຕີຣີ Lithium-ion ທົ່ວໄປ.
3. ນ້ຳໜັກເບົາ ແຕ່ພະລັງມະຫາສານ: ເຮັດໃຫ້ຕົວລົດເບົາລົງ ແລະ ເພີ່ມສະມັດຖະພາບການຂັບຂີ່ໃຫ້ມ່ວນຂຶ້ນກວ່າເກົ່າ.
ຈະໄດ້ໃຊ້ແທ້ປີໃດ?
ຍັກໃຫຍ່ແຫ່ງວົງການລົດຍົນຢ່າງ Toyota (ໂຕໂຍຕ້າ) ໄດ້ປະກາດແຜນການຊັດເຈນວ່າ ເຂົາເຈົ້າກຽມຈະນຳເຕັກໂນໂລຊີນີ້ມາໃຊ້ໃນລົດທີ່ວາງຈຳໜ່າຍແທ້ ພາຍໃນປີ 2027 – 2028 ນີ້ແລ້ວ ບອກເລີຍວ່າອີກບໍ່ເທົ່າໃດປີຂ້າງໜ້າຕະຫຼາດລົດ EV ຈະປ່ຽນໄປຕະຫຼອດການ.
ທີ່ມາ: Toyota Global Newsroom

