ຍີ່ປຸ່ນ ສະໜັບສະໜຸນໂຄງການເກັບກູ້ລະເບີດໃນລາວ

ໃນວັນທີ 13 ກຸມພາທີ່ຜ່ານມາ, ທ່ານ ທະຄຸໂຣ ທະສະກະ, ອຸປະທູດຍີ່ປຸ່ນ ປະຈຳ ສປປ ລາວ, ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງໂຄງການເກັບກູ້ລະເບີດແຫ່ງຊາດ (UXO Lao) ຄົບຮອບ 30 ປີ​ 💣.

ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1996, UXO Lao ໄດ້ສືບຕໍ່ປະຕິບັດພາລະກິດຕໍ່ສູ້ກັບໄພຂົ່ມຂູ່ຈາກລະເບີດບໍ່ທັນແຕກຢ່າງບໍ່ຮູ້ອິດເມື່ອຍ. ເຊິ່ງໄດ້ຊ່ວຍໃຫ້ຊຸມຊົນມີຄວາມປອດໄພຂຶ້ນ​ ຜ່ານການເກັບກູ້ລະເບີດບໍ່ທັນແຕກໃນໄລຍະສາມທົດສະວັດທີ່ຜ່ານມາ.

ໃນລະຫວ່າງການດຳເນີນພິທີ ໄດ້ມີການສາຍວິດີໂອກ່ຽວກັບການເຄື່ອນໄຫວ ແລະ ໝາກຜົນຄວາມສຳເລັດຂອງ UXO Lao ໃນໄລຍະຜ່ານມາ. ພາບບັນທຶກທີ່ມີພະລັງດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງອົງການ ແລະ ຜົນງານອັນພົ້ນເດັ່ນຂອງການເຄື່ອນໄຫວໃນທົ່ວປະເທດ.

ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນແກ່ UXO Lao ໃນວຽກງານເຄື່ອນໄຫວເກັບກູ້​ ລບຕ​ ຢູ່ໃນເຂດພາກໃຕ້ຂອງລາວ. ຜ່ານການຮ່ວມມືກັບ UXO Lao ພວກເຮົາຂໍຍ້ອງຍໍຊົມເຊີຍຕໍ່ຄວາມມຸ່ງໝັ້ນອັນເຂັ້ມແຂງ, ຄວາມເປັນມືອາຊີບຂອງພວກເຂົາ ແລະ ຂໍສະແດງຄວາມຍິນດີຕໍ່ຜົນສຳເລັດອັນຫຍິ່ງໃຫຍ່ໃນຄັ້ງນີ້.

ທີ່ມາ: ສະຖານທູດຍີ່ປຸ່ນປະຈຳລາວ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles