ແຂວງຈຳປາສັກ ເປີດນຳໃຊ້ 5 ເສັ້ນທາງໃຫມ່ ມູນຄ່າກວ່າ 5,8 ຕື້ກີບ

ແຂວງຈໍາປາສັກ ໄດ້ຈັດພິທີມອບ ແລະ ເປີດນໍາໃຊ້ເສັ້ນທາງຕາຜ້າຜັງເມືອງ ຈໍານວນ 5 ເສັ້ນ ພາຍໃນເທດສະບານເມືອງມຸນລະປາໂມກ ໂດຍມີທ່ານ ປະລິນຍາເອກ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເປັນປະທານ, ພ້ອມດ້ວຍທ່ານ ພົນຈັດຕະວາ ວິລະຕູ ວໍລະຈິດ ຄະນະປະຈໍາພັກແຂວງ, ທ່ານ ວັນນະສັກ ຊາດຕະກຸນ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ທ່ານ ສົມສັກ ເສົາວະລັດ ເລຂາພັກເມືອງ ພ້ອມຄະນະນໍາ ແລະ ຕົວແທນພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໂຄງການລົງທຶນພັດທະນາໂຄງສ້າງ ມູນຄ່າກວ່າ 5,8 ຕື້ກີບ

ໃນພິທີ ທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກໍາມະການປົກຄອງເມືອງ ໄດ້ລາຍງານວ່າ: ໂຄງການກໍ່ສ້າງທາງຕາຜ້າຜັງ 5 ເສັ້ນ ແບ່ງເປັນ 2 ໂຄງການ ເປັນທຶນລົງທຶນຂອງລັດ ຈາກແຂວງຈໍາປາສັກ ມີຄວາມຍາວລວມ 4.050 ແມັດ ມູນຄ່າກວ່າ 5 ຕື້ 826 ລ້ານກີບ.

ໂຄງການທີ 1: ກໍ່ສ້າງ 4 ເສັ້ນ ຄວາມຍາວ 3.200 ແມັດ ມູນຄ່າ 4 ຕື້ 400 ລ້ານກີບ ໂດຍ ບໍລິສັດຄໍາເພັດ ດວງຈະເລີນ ຂົວ–ທາງ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ ເລີ່ມດໍາເນີນວຽກແຕ່ 20 ທັນວາ 2025.

ໂຄງການທີ 2: ທາງປູຢາງ 2 ຊັ້ນ ຈາກສາມແຍກຄຸ້ມປ່າອ້ອຍ ຫາ ທ່າບັກ ບ້ານເວີນແຄນ ຄວາມຍາວ 850 ແມັດ ມູນຄ່າ 1 ຕື້ 426 ລ້ານກີບ ໂດຍ ບໍລິສັດລັດວິສາຫະກິດກໍ່ສ້າງ–ຕິດຕັ້ງໄຟຟ້າ ໄຊສົມບູນ.

ຜ່ານການກວດກາພາກສະໜາມ ເຫັນວ່າ ຄຸນນະພາບທາງ ແລະ ມາດຕະຖານເຕັກນິກ ເປັນໄປຕາມກໍານົດ ສາມາດຮອງຮັບການສັນຈອນໄດ້ຢ່າງສະດວກ.

ນອກຈາກນັ້ນ ຜ່ານມາ ມີ 8 ບ້ານ ພາຍໃນເມືອງ ໄດ້ຮ່ວມລະດົມທຶນ ກໍ່ສ້າງທາງເບຕົງ 11 ເສັ້ນ ຄວາມຍາວ 3.350 ແມັດ ມູນຄ່າກວ່າ 1,5 ຕື້ກີບ ໂດຍເປັນທຶນປະຊາຊົນ ແລະ ສັງຄົມ ຂະແໜງການທ້ອງຖິ່ນ ໄດ້ສົມທົບ 100 ລ້ານກີບ.

ທ່ານ ພົນຈັດຕະວາ ວິລະຕູ ວໍລະຈິດ ໄດ້ເນັ້ນວ່າ ໂຄງການດັ່ງກ່າວ ເປັນພື້ນຖານສໍາຄັນ ທີ່ຊ່ວຍສ້າງການຫັນປ່ຽນຢ່າງແຂງແຮງ ໃນການພັດທະນາເມືອງ ເສີມສ້າງການຜະລິດ ປັບປຸງຊີວິດປະຊາຊົນ ແລະ ຊຸກຍູ້ວຽກງານ “3 ສ້າງ” ໃຫ້ເຂັ້ມແຂງ.

ພ້ອມນັ້ນ ຍັງມອບໝາຍໃຫ້ທ້ອງຖິ່ນ ສືບຕໍ່ສ້ອມແປງ ແລະ ຍົກລະດັບທາງປູຢາງຊັ້ນ 1 ຈໍານວນ 6 ເສັ້ນ ຄວາມຍາວ 3.550 ແມັດ ໃຫ້ສໍາເລັດຕາມແຜນ.

ການເປີດນໍາໃຊ້ເສັ້ນທາງຄັ້ງນີ້ ຖືວ່າເປັນອີກກ້າວສໍາຄັນ ໃນການພັດທະນາໂຄງສ້າງພື້ນຖານ ຂອງແຂວງຈໍາປາສັກ ເຊິ່ງຈະຊ່ວຍເຊື່ອມໂຍງເຂດເສດຖະກິດ ການຄ້າ ແລະ ການທ່ອງທ່ຽວ ໃຫ້ພັດທະນາໄປພ້ອມກັນ ສົ່ງຜົນໃຫ້ຊີວິດປະຊາຊົນດີຂຶ້ນຢ່າງຍືນຍົງ.

ທີ່ມາ: ຂ່າວເສດຖະກິດ-ສັງຄົມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles