ລາວຕິດອັບດັບ 7 ທາງລົດໄຟຍາວທີ່ສຸດໃນອາຊຽນ

ປີ 2026 ຖືເປັນປີທີ່ພາກພື້ນອາຊຽນ ມີການປ່ຽນແປງດ້ານໂຄງລ່າງພື້ນຖານຢ່າງເຫັນໄດ້ຊັດເຈນ ໂດຍສະເພາະລະບົບການຂົນສົ່ງທາງລົດໄຟທີ່ກາຍເປັນກະດູກສັນຫຼັງໃນການເຊື່ອມໂຍງເສດຖະກິດ.

ມາເບິ່ງກັນວ່າໃນປີ 2026 ນີ້ ປະເທດໃດໃນອາຊຽນ ມີເສັ້ນທາງລົດໄຟທີ່ຍາວທີ່ສຸດ ໂດຍອີງຕາມຂໍ້ມູນຈາກ Seasia Stats:

ອັນດັບ 1: ອິນໂດເນເຊຍ ມີຄວາມຍາວ​ 8,260 ກິໂລແມັດ: ຄອງແຊ້ມດ້ວຍເຄືອຂ່າຍທີ່ກວ້າງຂວາງທີ່ສຸດ ເຊິ່ງລວມມີທັງລົດໄຟຄວາມໄວສູງ ແລະ ເສັ້ນທາງຂົນສົ່ງສິນຄ້າ-ຜູ້ໂດຍສານຫຼັກໃນເກາະຈາວາ ແລະ ສຸມາຕຣາ.

ອັນດັບ 2: ໄທ ມີຄວາມຍາວ​4,845 ກິໂລແມັດ: ຕາມມາເປັນອັນດັບສອງ ດ້ວຍການເລັ່ງພັດທະນາທາງລົດໄຟລາງຄູ່ ແລະ ການເຊື່ອມຕໍ່ລະຫວ່າງພາກພື້ນທີ່ເຂັ້ມແຂງ ເພື່ອມຸ່ງໜ້າສູ່ການເປັນສູນກາງ Logistics ຂອງແຫຼມອິນດູຈີນ.

ອັນດັບ 3: ຫວຽດນາມ ມີຄວາມຍາວ​ 3,315 ກິໂລແມັດ: ຍັງຄົງຮັກສາຕຳແໜ່ງອັນດັບສາມ ດ້ວຍເສັ້ນທາງລົດໄຟແຕ່ເໜືອ-ໃຕ້ ທີ່ເປັນເສັ້ນເລືອດໃຫຍ່ໃນການຂົນສົ່ງ ແລະ ມີແຜນການຍົກລະດັບໃຫ້ທັນສະໄໝຂຶ້ນເລື້ອຍໆ.

ສ່ວນອັນດັບອື່ນໆ ມີດັ່ງນີ້:

4. ມາເລເຊຍ: ຍາວ​ 2,041 ກິໂລແມັດ.

5. ກຳປູເຈຍ: ຍາວ​ 650 ກິໂລແມັດ.

6. ຟິລິບປິນ: ຍາວ​ 532 ກິໂລແມັດ.

7. ສປປ ລາວ: ຍາວ​ 424 ກິໂລແມັດ.

8. ສິງກະໂປ: ຍາວ281 ກິໂລແມັດ.

ເຖິງວ່າ ສປປ ລາວ ຂອງພວກເຮົາຈະຢູ່ອັນດັບທີ 7​ ຂອງອາຊຽນ ດ້ວຍໄລຍະທາງ 424 ກິໂລແມັດ ແຕ່ທາງລົດໄຟຢູ່ລາວເຮົາ ແມ່ນໄດ້ມາດຕະຖານສາກົນ​ ທັນສະໄໝ ແລະ ວາງລະບົບດີກວ່າຫຼາຍປະເທດທີ່ມີທາງລົດໄຟຍາວໆ​ ແຕ່ເກົ່າແກ່​ ແລະຖືວ່າເປັນຕົວເລກທີ່ຊົງພະລັງຫຼາຍແລ້ວ​ ເມື່ອທຽບກັບຂະໜາດປະເທດ ແລະ ເປັນເສັ້ນທາງທີ່ມີປະສິດທິພາບສູງໃນການເຊື່ອມຕໍ່ສາກົນ ແລະ ກາຍເປັນຕົວແບບໃນການຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ມາເປັນສູນກາງການເຊື່ອມໂຍງທາງບົກ ໃນການຂົນສົ່ງສິນຄ້າ ແລະ ການທ່ອງທ່ຽວຂອງລາວເຮົາໃຫ້ຄຶກຄື້ນຂຶ້ນກວ່າເກົ່າ!

ການພັດທະນາເຫຼົ່ານີ້ສະແດງໃຫ້ເຫັນວ່າ ອາຊຽນ​ ກຳລັງກ້າວເຂົ້າສູ່ຍຸກແຫ່ງການເຊື່ອມໂຍງ “ລາງ” ເພື່ອຊຸກຍູ້ການຄ້າ ແລະ ການທ່ອງທ່ຽວແບບຍືນຍົງ!

ທີ່ມາ: Seasia Stats

Lao Youth Radio​ ​FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles