ໂຄງການຮ່ວມມື ຜ່າຕັດມືລະຫວ່າງໂຮງຫມໍມິດຕະພາບ (ໂຮງຫມໍ 150ຕຽງ) ແລະ GICAM ໂດຍທີມແພດຈາກໂຮງໝໍມິດຕະພາບ ແລະ ຊ່ຽວຊານຜ່າຕັດມືຈາກຫຼາຍປະເທດ (ປະເທດສະວີດເຊີແລນ, ອີຕາລີ…)
ໂຄງການຜ່າຕັດ ແລະ ປິ່ນປົວມື ທັງເດັກນ້ອຍ ແລະ ຜູ້ໃຫຍ່(ບໍ່ຈໍາກັດອາຍຸ-ເພດ) , ຈະໄດ້ຈັດຂື້ນໃນວັນທີ 9-14 ມີນາ 2026.
ຄົນເຈັບທີ່ມີບັນຫາຂໍ້ມື ແລະ ມື, ເຊີ່ງອາດເກີດຈາກອຸບັດຕິເຫດ ຫຼື ຜິດປົກກະຕິມາແຕ່ກໍາເນີດ ເຊັ່ນ: ນິ້ວມືຕິດຈ່ອງຈາກອຸປະຕິເຫດໄຟໃໝ້, ນໍ້າຮ້ອນລວກ, ນິ້ວມືຕິດກັນ ຫຼື ນິ້ວມືເກີນຜິດປົກກະຕິ ມາແຕ່ກໍາເນີດ, ກະດູກຂໍ້ມື ແລະ ມືຜິດຮູບ, ມີບັບຫາລະບົບປະສາດເຊັ່ນ: ມືນຕາມປາຍມື ແລະ ແຂນ, ມືລ່ອຍ ແລະ ອຶ່ນໆ.
ໂຄງການຈະຮັບຜິດຊອບຄ່າໃຊ້ຈ່າຍສະເພາະເຄື່ອງມືອຸປະກອນບາງປະເພດ.
ສໍາລັບຄ່າໃຊ້ຈ່າຍໃນການເດີນທາງ, ກິນຢູ່, ພັກເຊົາ, ຄ່າກວດກາຮ່າງກາຍເພື່ອຕຽມຜ່າຕັດ, ຄ່າຜ່າຕັດ, ຄ່າຢາແມ່ນຜູ້ກ່ຽວຮັບຜິດຊອບເອງ.
ຖ້າຜູ້ໃດສົນໃຈ ສາມາດຕິດຕໍ່ພົວພັບໄດ້ທີ່: ພະແນກຜ່າຕັດກະດູກເດັກ ແລະ ກະດູກຜູ້ໃຫຍ່
ດຣ ກົງນະພາສຸກ ສູນທະວົງ 020 9887 8929
ດຣ ພຸດດາວສະຫັວນ ຊ້ອຍດາຣາ 020 5645 6359

