ໃນລະຫວ່າງວັນທີ 16-17 ກຸມພາ 2026 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ພ້ອມຄະນະ ໄດ້ລົງເຄື່ອນໄຫວວຽກງານຕົວຈິງການແກ້ໄຂບັນ ຫາລະເບີດບໍ່ທັນແຕກ (ລບຕ) ຢູ່ແຂວງຫລວງພະບາງ ເພື່ອຊຸກຍູ້ການກະກຽມຄວາມພ້ອມ ເປັນເຈົ້າພາບແລະ ປະທານກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ຈະຈັດຂື້ນໃນລະຫວ່າງວັນທີ 13-18 ກັນຍາ 2026.
ພ້ອມກັນນີ້, ຄະນະຜູ້ແທນໄດ້ລົງຢ້ຽມຢາມສະໜາມປະຕິບັດງານຕົວຈິງຢູ່ບ້ານນ້ຳພິກ ແລະ ບ້ານຫາດຄໍ້ ເມືອງປາກອູ ຊຶ່ງເປັນພື້ນທີ່ມີລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ສະຖານທີ່ດັ່ງກ່າວແມ່ນຈະຖືກກຳນົດເຂົ້າໃນວາລະກະກຽມ ເພື່ອຕ້ອນຮັບການຢ້ຽມຢາມພາກສະໜາມການສໍາຫລວດ-ກວດກູ້ ລບຕຂອງຄະນະຜູ້ແທນລະດັບສູງ ໃນໄລຍະກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະ ເບີດລູກຫວ່ານຮອບວຽນທີ 3.
ພ້ອມທັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຕາມພັນທະສາກົນ ແລະ ປະສິດທິພາບຂອງການດຳເນີນງານ ຊຶ່ງເປັນຈຸດສຸມຕົ້ນ ຕໍຂອງການເຄື່ອນໄຫວວຽກງານໃນການກຽມຄວາມພ້ອມສໍາລັບ ສປປ ລາວ ໃນການປະຕິບັດໜ້າທີ່ປະ ທານກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3, ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້: “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາ ເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ”, ກອງປະຊຸມຄາດວ່າ ຈະມີການຕ້ອນຮັບຄະນະຜູ້ແທນປະມານ 700-900 ທ່ານ ຈາກຫລາຍກວ່າ 150 ປະເທດ.
ທີ່ມາ: ຂປລ

