ການຫັນໂຮງໝໍເປັນກຸ້ມຕົນເອງແມ່ນຫັຍງ?


ແມ່ນການໃຫ້ໂຮງໝໍມີສິດ ບໍລີຫານໄດ້ບາງສ່ວນເຊັ່ນ: ການບໍລິຫານງົບປະມານ, ການບໍລິຫານພະນັກງານ, ການປັບປຸງການບໍລິການ, ແລະການຕັດສິນບາງວຽກໄດ້.

ເຮັດເພື່ອຫັຍງ? ເພື່ອຍົກລະດັບຄຸນະພາບການປິ່ນປົວນັບມື້ດີຂື້ນ, ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ສາມາດ ສ້າງຄວາມເຊື່ອໝັ້ນການບໍລິການ ແລະ ດື່ງດູດການບໍລິການ ໃຫ້ສູງຂື້ນ;

ເພື່ອໃຫ້ໂຮງໝໍສາມາດສ້າງຄວາມເຂັ້ມແຂງໃນການບໍລິຫານຄຸ້ມຄອງວຽກງານ, ຍົກສູງຄວາມເປັນເຈົ້າຕົນເອງ ສ້າງລາຍຮັບເພີ້ມຈາກການບໍລິການ, ຫຼຸດຜ່ອນລາຍຈ່າຍຈາກງົບປະມານແຫ່ງລັດ, ສາມາດຄຸ້ມຄອງລາຍຮັບ-ລາຍຈ່າຍໄດ້ຢ່າງມີປະສິດທິພາບ, ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້.

ໃຜເປັນຜູ້ເຮັດ?

ລັດຖະບານ ຈະເປັນຜູ້ອອກດຳລັດ ແຈ້ງການ ແລະມີຄຳແນະນຳຈາກ ກະຊວງແຜນການ-ການເງີນ ແລະ ກະຊວງສາທາລະນະສຸກ ຜູ້ອຳນວຍການໂຮງໝໍ ແລະ ຄະນະບໍລິຫານ ເປັນຜູ້ຈັດຕັ້ງປະຕິບັດຕາມແຈ້ງການແລະ ຄຳສັ່ງແນະນຳຈາກລັດຖະບານ;

ເຂົ້າຮ່ວມການປະປະຊາຊົນທຸກຄົນ ມີສ່ວນຮ່ວມການການຮັກສາສຸຂະພາບ ແລະ ປີ່ນປົວສຸຂະພາບຂອງຕົນເອງ ຕາມເງື່ອນໄຂ.

ໃຜຈະໄດ້ຮັບປະໂຫຍດ?

ປະຊາຊົນ/ຜູ້ຮັບບໍລິການ: ໄດ້ຮັບການບໍລິການທີ່ມີຄຸນນະພາບ ແລະ ມີປະສິດທິພາບສູງ

ພະນັກງານແພດໝໍ ຈະໄດ້ຮັບເງີນເດືອນ ແລະເງີນອຸດໜູນເວນຍາມດີຂື້ນ ແກ້ໄຂການຄ່າຄອງຊີບທີ່ສູງຂື້ນ.

ປະຊາຊົນຜູ້ທຸກຍາກຈະໄປປິ່ນປົວຢູ່ໃສ?

ໂຮງໝໍລັດທຸກແຫ່ງໃນ ສປປລາວ ຍັງໃຫ້ການບໍລິການຕໍ່ປະຊາຊົນ ແລະ ມີນະໂຍບາຍຕໍ່ຜູ້ທີ່ທຸກຍາກຂາດເຂີນ ຄືເກົ່າແຕ່ການຫັນໂຮງໝໍເປັນກຸ້ມຕົນເອງຈະເກັບຄ່າບໍລິການນຳຄົນທີ່ມີຄວາມສາມາດຈ່າຍໄດ້ມານະໂຍບາຍໃຫ້ຄົນທີ່ທຸກຍາກອະນາຖາ, ໄລຍະຜ່ານມາ ໃນ 5 ໂຮງໝໍສູນກາງ ແລະ ໂຮງໝໍແຂວງ ໄດ້ຈ່າຍໃຫ້ຄົນເຈັບທຸກຍາກ ແລະ ອານາຖາ ໂດຍບໍ່ໄດ້ຈ່າຍຄ່າໃດ ໂດຍງົບປະມານໄດ້ຈ່າຍຜູ້ມີເງື່ອນໄຂ ເຊີ່ງເປັນການຊ່ວຍເຫລືອເຊີ່ງກັນ ແລະ ກັນ.

ແຫຼ່ງລາຍຮັບ ເພີ່ມຂອງໂຮງໝໍມີອັນໃດແນ່?

ໂຮງໝໍຈະເຮັດບໍລິການເກັບເງີນແມ່ນການບໍລິການລະບົບຫ້ອງນອນພີເສດ; ການບໍລິການນອກໂມງການ, ການບໍລິການກວດສຸຂະພາບ ແບບເປັນຊຼຸດ Package ຕາມກຸ່ມອາຍຸ; ການບໍລິການກວດສຸຂະພາບນອກສະຖານທີ່ (ໂຮງຈັກ, ໂຮງງານ) ແລະ ການບໍລິການຄົນເຈັບບໍລິສັດປະກັນໄພເອກກະຊົນພາຍໃນ ແລະ ຕ່າງປະເທດ; ການບໍລິການຮັບສົ່ງຄົນເຈັບພາຍໃນ ແລະ ນອກສະຖານທີ່.

ເຮັດແນວໃດຈື່ງຈະຮູ້ວ່າໂຮງໝໍມີຄວາມໂປ່ງໃສຕໍ່ລາຍຮັບທີ່ຫາໄດ້? ທຸກໆການບໍລິການ ການຄຸ້ມຄອງວຽກງານການເງິນ ແລະ ວຽກບໍລິການກວດປິ່ນປົວຄົນເຈັບແມ່ນໃຊ້ ລະບົບໄອທີມີຄວາມໂປ່ງໃສ ສາມາດກວດສອບໄດ້. ມີການສະຫລຸບລາຍຮັບລາຍຈ່າຍໃຫ້ກະຊວງແຜນການ-ການເງີນ ນອກນັ້ນຍັງມີຄະນະກຳມະການຈາກກະຊວງການເງີນ ໄດ້ລົງຕິດຕາມການໃຊ້ເງີນຕາມລະບຽບການ.

ສະຫລຸບແລ້ວ: ການຫັນເປັນກຸ້ມຕົນເອງທາງດ້ານການເງີນ ບໍ່ໄດ້ໝາຍຄວາມວ່າໂຮງໝໍຈະເປັນອິດສະຫລະທຸກຢ່າງ ຈຸດປະສົງຂອງລັດຖະບານ ແມ່ນເພື່ອຮັບປະກັນໃຫ້ປະຊາຊົນລາວທຸກຊັ້ນຄົນສາມາດເຂົ້າເຖີງການບໍລິການ ດ້ານສາທາລະນະສຸກ ພ້ອມກັນນັ້ນ ກໍ່ໃຫ້ໂຮງໝໍສາມາດສ້າງຄວາມເຂັ້ມແຂງ ໃນການບໍລິຫານວຽກງານໃນໂຮງໝໍ ມີຄວາມເປັນເຈົ້າຕົນເອງ ສາມາດສ້າງລາຍຮັບໄດ້ສ່ວນໜື່ງ ເພື່ອຫລຸດຜ່ອນລາຍຈ່າຍຈາກລັດຖະບານ ແຕ່ຕ້ອງຮັບປະກັນຄວາມໂປ່ງໃສ ແລະ ສາມາດກວດສອບໄດ້.

ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles