ປີ 2025 ວຽກງານທ່ອງທ່ຽວແຂວງຫຼວງນໍ້າທາ ດຶງດູດນັກທ່ອງທ່ຽວເຂົ້າຢ້ຽມຢາມ ແລະ ຜ່ານດ່ານເຂົ້າອອກແຂວງ ທັງໝົດ 1,290,192 ເທື່ອຄົນ ເພີ່ມຂຶ້ນ 2,86% ເມື່ອທຽບໃສ່ປີ 2024.
ໃນນັ້ນ ນັກທ່ອງທ່ຽວຜ່ານດ່ານສາກົນມີ 970,760 ເທື່ອຄົນ ແລະ ຜ່ານເສັ້ນທາງ ລົດໄຟລາວ-ຈີນ 136,410 ເທື່ອຄົນ. ຜົນດັ່ງກ່າວ ສາມາດສ້າງລາຍຮັບທັງທາງກົງ ແລະ ທາງອ້ອມໃຫ້ແຂວງໄດ້ກວ່າ 40 ລ້ານໂດລາສະຫະລັດ.
ຄວາມສຳເລັດນີ້ ເກີດຈາກການຊີ້ນຳຢ່າງໃກ້ຊິດຂອງຄະນະພັກ ແລະ ພາກສ່ວນກ່ຽວຂ້ອງ ໂດຍເນັ້ນໃສ່ 4 ວຽກງານສຳຄັນ ຄື:
1. ການພັດທະນາແຫຼ່ງທ່ອງທ່ຽວ
ປີ 2025 ແຂວງໄດ້ຮັບ 2 ລາງວັນມາດຕະຖານອາຊຽນ ໄດ້ແກ່ ລາງວັນການທ່ອງທ່ຽວຊຸມຊົນ (CBT) ຂອງວົງຈອນພະຈົນໄພບ້ານນາລັນເໜືອ ແລະ ລາງວັນຫ້ອງນໍ້າສາທາລະນະສະອາດ. ພ້ອມນີ້ ໄດ້ຈັດທຳແຜນສະເໜີ “ທົ່ງນານໍ້າຫຼວງນໍ້າທາ” ເປັນມໍລະດົກວັດທະນະທຳ ແລະ ທ່ອງທ່ຽວ. ພ້ອມກັນນີ້ ແຂວງໄດ້ຮ່ວມມືກັບ KOICA ແລະ ADB ເພື່ອສຳຫຼວດ ແລະ ຈັດທຳແຜນພັດທະນາທ່ອງທ່ຽວ 5 ປີ (2027–2031). ພ້ອມກັນນັ້ນ ຍັງໄດ້ລິເລີ່ມອະນຸລັກ “ນົກຂວາ” ຊຶ່ງເປັນສັດປະຈຳແຂວງ.
2. ການໂຄສະນາ ແລະ ສົ່ງເສີມ
ພາກສ່ວນກ່ຽວຂ້ອງໄດ້ປັບປຸງຖານຂໍ້ມູນດິຈິຕອນ ດ້ວຍການປ້ອນຂໍ້ມູນແຜນທີ່ Google Map ສຳລັບໂຮງແຮມ ແລະ ຮ້ານອາຫານ, ແປປະຫວັດ 17 ຊົນເຜົ່າເປັນພາສາອັງກິດ, ພ້ອມທັງໂຄສະນາຜ່ານ Facebook ແລະ TikTok. ນອກນີ້ ຍັງໄດ້ຈັດງານຍ່າງປ່າປະຈຳປີ ແລະ ປັບປຸງປ້າຍ Luang Namtha Valley Route ຈຳນວນ 64 ປ້າຍ.
3. ການຄຸ້ມຄອງທຸລະກິດ
ປັດຈຸບັນ ມີຫົວໜ່ວຍທ່ອງທ່ຽວ 433 ຫົວໜ່ວຍ ມູນຄ່າລົງທຶນກວ່າ 504 ຕື້ກີບ. ມີການກວດກາ ແລະ ຈັດລະບຽບການບໍລິການ ໂດຍສະເພາະການພັດທະນາຕະຫຼາດກາງຄືນ, ການອອກໃບອະນຸຍາດ ແລະ ຮັບຮອງມາດຕະຖານ.
4. ການພັດທະນາບຸກຄະລາກອນ
ແຂວງໄດ້ຝຶກອົບຮົມດ້ານສື່ດິຈິຕອນ, ການຕະຫຼາດອອນລາຍ ແລະ ການບໍລິການ. ປັດຈຸບັນ ມີນັກນຳທ່ຽວ 76 ຄົນ ເພີ່ມຈາກປີຜ່ານມາ 45 ຄົນ.
ທິດທາງປີ 2026
ອີງໃສ່ສັກຍະພາບທີ່ມີ ແຂວງຫຼວງນໍ້າທາຕັ້ງເປົ້າດຶງດູດ 1,441,568 ເທື່ອຄົນ ແລະ ສ້າງລາຍຮັບປະມານ 45 ລ້ານໂດລາ. ພາກສ່ວນທ່ອງທ່ຽວຈະສືບຕໍ່ວາງວິໄສທັດຮອດປີ 2040, ພັດທະນາສິນຄ້າຍ່າງປ່າ ແລະ ລ່ອງເຮືອໃນເຂດປ່າສະຫງວນນໍ້າຫ້າ, ສ້າງສັນຍາລັກ “ນົກຂວາ” ແລະ ຊຸກຍູ້ງານບຸນປະເພນີ. ພ້ອມກັນນັ້ນ ຈະຍົກລະດັບຄຸນນະພາບການຄຸ້ມຄອງ ແລະ ບຸກຄະລາກອນ ເພື່ອຮອງຮັບການເຕີບໂຕອຸດສາຫະກຳທ່ອງທ່ຽວໃນຍຸກໃໝ່.
ທີ່ມາ: ຂ່າວເສດຖະກິດສັງຄົມ.

