ຫຼວງພະບາງ ທຳລາຍສິນຄ້າບໍ່ຕິດສະຫຼາກພາສາລາວ ແລະ ສິນຄ້າໝົດອາຍຸ

ໃນວັນທີ 17 ກຸມພາ 2026 ນີ້​ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ ໄດ້ຈັດພິທີທຳລາຍສິນຄ້າທີ່ບໍ່ຕິດສະຫຼາກພາສາລາວ ແລະ ສິນຄ້າໝົດອາຍຸເຊື່ອມຄຸນນະພາບ​ ທີ່ຢຶດມາໄດ້ ແລ້ວມາທຳລາຍຖິ້ມ ເພື່ອປົກປ້ອງຜູ້ຊົມໃຊ້.

ປະເພດອາຫານເຄື່ອງທະເລແຊ່ແຂງ ມີ 22 ລາຍການ ມີມູນຄ່າທັງໝົດ 11,370,000 ກີບ.

ປະເພດເຂົ້າໜົມ, ເຄື່ອງດື່ມ ແລະ ເຄື່ອງປຸງອາຫານ ມີ 21 ລາຍການ, ມີມູນຄ່າ 3,787,000 ກີບ.

ລວມມູນຄ່າທັງໝົດ 15,157,000 ກີບ.

ທີ່ມາ: ພະແນກ ອຸດສາຫະກໍາ ແລະ​ ການຄ້າແຂວງຫລວງພະບາງ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles