Passport ສິງກະໂປ ຊົງພະລັງຫຼາຍທີ່ສຸດ ສ່ວນຂອງລາວຢູ່ອັນດັບ 87

ການຈັດອັນດັບໜັງສືຜ່ານແດນ ຫຼື Passport ທີ່ “ຊົງພະລັງ” ທີ່ສຸດໃນໂລກ ແມ່ນວັດແທກຈາກຈຳນວນປະເທດທີ່ຜູ້ຖື Passport ນັ້ນສາມາດເດີນທາງເຂົ້າໄດ້ໂດຍ ບໍ່ຕ້ອງຂໍວີຊາ ຫຼື ສາມາດຂໍ Visa on Arrival ໄດ້ເລີຍ.

ອີງຕາມຂໍ້ມູນຫຼ້າສຸດຈາກ Henley Passport Index (ເຊິ່ງຖືວ່າເປັນແຫຼ່ງຂໍ້ມູນທີ່ໄດ້ຮັບການຍອມຮັບ ແລະ ໜ້າເຊື່ອຖືທີ່ສຸດໃນລະດັບສາກົນ ໂດຍອ້າງອີງຂໍ້ມູນຈາກສະມາຄົມຂົນສົ່ງທາງອາກາດລະຫວ່າງປະເທດ ຫຼື IATA) ນີ້ຄື 5 ອັນດັບ Passport ທີ່ຊົງພະລັງທີ່ສຸດໃນໂລກປະຈຳປີ 2026:

1. ສິງກະໂປ ຈຳນວນຈຸດໝາຍປາຍທາງທີ່ບໍ່ຕ້ອງຂໍວີຊາ195 ປະເທດ

2. ຝຣັ່ງ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ, ແອັດສະປາຍ ຈຳນວນຈຸດໝາຍປາຍທາງທີ່ບໍ່ຕ້ອງຂໍວີຊາ 192 ປະເທດ

3. ໂອຕຣິດ, ແຟງລັງ, ອຽກລັງ, ລຸກຊຳບວກ, ໂຮນລັງ, ສ.ເກົາຫຼີ, ຊູແອດ ຈຳນວນຈຸດໝາຍປາຍທາງທີ່ບໍ່ຕ້ອງຂໍວີຊາ191 ປະເທດ

4. ແບນຊິກ, ດານມາກ, ນູແວເຊລັງ, ນໍເວ, ສະວິດ, ສະຫະລັດອາຣັບເອມິເຣດ ຈຳນວນຈຸດໝາຍປາຍທາງທີ່ບໍ່ຕ້ອງຂໍວີຊາ190 ປະເທດ

5. ອົດສະຕຣາລີ, ປອກຕຸຍການ ຈຳນວນຈຸດໝາຍປາຍທາງທີ່ບໍ່ຕ້ອງຂໍວີຊາ189 ປະເທດ

ເປັນຫຍັງ “ສິງກະໂປ” ຈຶ່ງຄອງແຊັມ?

ສິງກະໂປໄດ້ກາຍເປັນປະເທດທີ່ມີ Passport ຊົງພະລັງທີ່ສຸດໃນໂລກຢ່າງຕໍ່ເນື່ອງ ຍ້ອນນະໂຍບາຍການທູດທີ່ດີເລີດ ແລະ ການສ້າງຄວາມສຳພັນທີ່ດີກັບນານາປະເທດທົ່ວໂລກ ເຮັດໃຫ້ພົນລະເມືອງຂອງເຂົາເຈົ້າໄດ້ຮັບຄວາມສະດວກສະບາຍໃນການເດີນທາງສູງສຸດ.

Passport ຂອງ ສປປ ລາວ ຖືກຈັດຢູ່ໃນອັນດັບທີ 87 ຂອງໂລກ. ຄະແນນການເຂົ້າເຖິງຜູ້ຖື Passport ລາວ ສາມາດເດີນທາງໄປຍັງ 47 ປະເທດ ແລະ ເຂດປົກຄອງທົ່ວໂລກ ໂດຍບໍ່ຕ້ອງຂໍວີຊາລ່ວງໜ້າ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles