ຖືເປັນຂ່າວທີ່ໜ້າຍິນດີ ກັບເພື່ອນບ້ານເຮົາ! ເມື່ອ ຂົວຄຳ (Golden Bridge) ຫຼື Cau Vang ແຫ່ງເມືອງດານັງ ປະເທດຫວຽດນາມ ໄດ້ຮັບການຈັດອັນດັບຈາກນິຕະຍະສານທ່ອງທ່ຽວຊື່ດັງລະດັບໂລກຢ່າງ Time Out ໃຫ້ຕິດ ອັນດັບທີ 4 ໃນລາຍຊື່ 19 ຂົວທີ່ງາມທີ່ສຸດໃນໂລກ ປະຈຳປີ 2026.
ຈຸດເດັ່ນທີ່ເຮັດໃຫ້ຄົນທົ່ວໂລກຫຼົງໄຫຼ:
ດີໄຊອັນເປັນເອກະລັກ: ຮູບຊົງຂົວສີທອງທີ່ຖືກໂອບອຸ້ມດ້ວຍ “ມືຍັກ” ສອງຂ້າງ ເຮັດໃຫ້ເບິ່ງຄືກັບວ່າຖືກປະຄອງໂດຍມືຂອງເທວະດາ.
ຄວາມງາມເໜືອລະດັບ: ຕັ້ງຢູ່ເທິງຄວາມສູງກວ່າ 1,000 ແມັດ ເໜືອລະດັບນ້ຳທະເລ ຢູ່ເຂດບານາຮິລສ໌ (Ba Na Hills) ເຮັດໃຫ້ມີທິວທັດທີ່ສວຍງາມຄືກັບຍ່າງຢູ່ເທິງສະຫວັນ.
ເອົາຊະນະແລນມາກລະດັບໂລກ: ໃນການຈັດອັນດັບຄັ້ງນີ້ ຂົວຄຳ ສາມາດເຮັດຄະແນນເໜືອກວ່າຂົວທີ່ມີຊື່ສຽງມາຢ່າງຍາວນານຢ່າງ Brooklyn Bridge ຂອງສະຫະລັດອາເມລິກາ (ອັນດັບ 5) ແລະ Sydney Harbour Bridge ຂອງອົດສະຕຣາລີ (ອັນດັບ 14)
ເປັນຫຍັງຈຶ່ງຕິດອັນດັບ?
ທາງຜູ້ຊ່ຽວຊານດ້ານການທ່ອງທ່ຽວໄດ້ໃຊ້ເກນການຕັດສິນຈາກ 3 ປັດໄຈຫຼັກຄື:
ສະຖາປັດຕະຍະກຳທີ່ໂດດເດັ່ນ
ການອອກແບບທີ່ກົມກືນກັບທຳມະຊາດ
ຄວາມເປັນກະແສໃນສື່ສັງຄົມອອນລາຍທົ່ວໂລກ
“ມືຫີນທີ່ມີຮ່ອງຮອຍການເວລາ ທີ່ໂອບອຸ້ມຂົວຄຳນີ້ ເຖິງວ່າຈະເບິ່ງຄືມີປະຫວັດສາດອັນຍາວນານ ແຕ່ຄວາມຈິງແລ້ວມັນຄືຜົນງານສິລະປະທີ່ຖືກສ້າງມາເພື່ອຍຸກໂຊຊຽວມີເດຍຢ່າງແທ້ຈິງ” — ນິຕະຍະສານ Time Out ໄດ້ກ່າວໄວ້.
ໃຜທີ່ມີແຜນຈະໄປທ່ຽວຫວຽດນາມ ບອກເລີຍວ່າ “ຂົວຄຳ” ແມ່ນຈຸດໝາຍປາຍທາງທີ່ຫ້າມພາດເດັດຂາດ!
ພ້ອມແລ້ວບໍ່ທີ່ຈະໄປເຊັກອິນ ແລະ ຖ່າຍຮູບງາມໆມາອວດໝູ່?
ທີ່ມາ: VN Express
Lao Youth Radio FM90MHz




