ໄຟຟ້າລາວ ຮ່ວມມືກັບ OLV ຕັ້ງສູນ CSOC ເພື່ອຍົກລະດັບຄວາມປອດໄພທາງໄຊເບີ

ລັດວິສາຫະກິດໄຟຟ້າລາວ (ຟຟລ) ກ້າວເຂົ້າສູ່ຍຸກ Digital Transformation ຢ່າງເຕັມໂຕ! ລ້າສຸດໄດ້ເຊັນສັນຍາຮ່ວມກັບ ບໍລິສັດ ໂອແອວວີ ອິນໂນເວຊັນ ຈຳກັດ (OLV) ເພື່ອສ້າງຕັ້ງ ສູນປະຕິບັດການດ້ານຄວາມປອດໄພ ແລະ ຕ້ານໄພຄຸກຄາມທາງໄຊເບີ (CSOC) ເພື່ອປົກປ້ອງລະບົບພື້ນຖານໂຄງລ່າງໄຟຟ້າຂອງຊາດໃຫ້ມີຄວາມໝັ້ນຄົງສູງສຸດ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 16 ກຸມພາ 2026 ທີ່ສຳນັກງານໃຫຍ່ ໄຟຟ້າລາວ ໂດຍການເປັນສັກຂີພິຍານຂອງ ທ່ານ ສຸລິຍາ ມະນີວົງ ຮອງຜູ້ອຳນວຍການໃຫຍ່ ໄຟຟ້າລາວ ແລະ ທ່ານ ມົນຕາ ວໍລະມາລິດ ປະທານບໍລິສັດ OLV ພ້ອມດ້ວຍຄະນະບໍລິຫານທັງສອງຝ່າຍ.

ສູນ CSOC ຈະເຮັດໜ້າທີ່ເປັນ “ຫໍບັນຊາການ ແລະ ປ້ອມຍາມອັດສະລິຍະ” ທີ່ຄອຍເຝົ້າລະວັງ, ກວດຈັບ ແລະ ໂຕ້ຕອບໄພຄຸກຄາມທາງໄຊເບີຕະຫຼອດ 24 ຊົ່ວໂມງ. ໃນຍຸກທີ່ ໄຟຟ້າລາວ ຫັນມາໃຊ້ລະບົບດີຈິຕອນ, ສູນນີ້ຈະເປັນຫົວໃຈຫຼັກໃນການປ້ອງກັນຂໍ້ມູນ ແລະ ລະບົບການສະໜອງໄຟຟ້າບໍ່ໃຫ້ຖືກແຊກແຊງ.

ບໍລິສັດ OLV ເຊິ່ງມີປະສົບການສູງໃນການວາງລະບົບໃຫ້ທະນາຄານຊັ້ນນຳ ໄດ້ໃຫ້ຄຳໝັ້ນສັນຍາໃນ 5 ດ້ານຫຼັກ ຄື:

ເຕັກໂນໂລຊີລ້ຳສະໄໝ: ສ້າງ “ເກາະປ້ອງກັນ” ທີ່ແຂງແກ່ນໃຫ້ແກ່ຂໍ້ມູນ ແລະ ຊັບສິນຂອງ ໄຟຟ້າລາວ.

ປັ້ນບຸກຄະລາກອນ: ຖ່າຍທອດຄວາມຮູ້ໃຫ້ພະນັກງານ ໄຟຟ້າລາວ ສາມາດບໍລິຫານລະບົບໄດ້ດ້ວຍຕົນເອງຢ່າງຍືນຍົງ.

ຮັບປະກັນໂຄງການສຳເລັດສົມບູນພາຍໃນທ້າຍປີ 2026 ຕາມມາດຕະຖານສາກົນ.

ຄູ່ຮ່ວມຍຸດທະສາດ: ເປັນທີ່ປຶກສາດ້ານ IT ຢ່າງໃກ້ຊິດ ເພື່ອສ້າງຄວາມສະຖຽນລະພາບໃຫ້ພື້ນຖານໂຄງລ່າງ.

ຍົກລະດັບລະບົບ: ປັບປຸງ Data Center ແລະ ເຄືອຂ່າຍຄອມພິວເຕີໃຫ້ມີປະສິດທິພາບສູງສຸດ.

ວິໄສທັດໃໝ່: “ທັນສະໄໝ, ໝັ້ນຄົງ ແລະ ປອດໄພ” ການສ້າງຕັ້ງສູນ CSOC ໃນຄັ້ງນີ້ ບໍ່ພຽງແຕ່ເປັນການປ້ອງກັນລະບົບພາຍໃນເທົ່ານັ້ນ ແຕ່ຍັງເປັນການ ສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ ແລະ ນັກລົງທຶນ ວ່າການບໍລິການໄຟຟ້າຂອງລາວ ມີລະບົບຄວາມປອດໄພທີ່ໄດ້ມາດຕະຖານໂລກ.

ໄຟຟ້າລາວ ພ້ອມແລ້ວທີ່ຈະກ້າວສູ່ອະນາຄົດດິຈິຕອນ ດ້ວຍຄວາມໝັ້ນໃຈ ແລະ ປອດໄພ!

ທີ່ມາ: ເສດຖະກິດການຄ້າ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles