ການເກັບກູ້ລະເບີດ ແມ່ນການຄືນສິດ ໃນການດໍາລົງຊີວິດທີ່ປອດໄພ ແລະ ຄືນໂອກາດໃນການພັດທະນາ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ ຊຶ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ກຳນົດເອົາການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງແຕ່ປາງສົງຄາມ ເປັນບຸລິມະສິດແຫ່ງຊາດ ໂດຍໄດ້ສ້າງຕັ້ງໂຄງການເກັບກູ້ລະເບີດແຫ່ງຊາດຂຶ້ນມາ ໃນວັນທີ 13 ກຸມພາ 1996.
ເຫດຜົນເປັນຫຍັງຈຶ່ງສ້າງຕັ້ງໂຄງການເກັບກູ້ລະເບີດແຫ່ງຊາດ ຂຶ້ນມາ, ຊຶ່ງໃນໄລຍະສົງຄາມອິນດູຈີນຄັ້ງທີ 2 ໄລຍະແຕ່ປີ 1964-1973, ຕະຫຼອດໄລຍະ 9 ປີ ໄດ້ມີຖ້ຽວບິນສູ້ຮົບ ຂອງພວກຈັກກະພັດຜູ້ຮຸກຮານ ຫຼາຍກວ່າ 580.000 ຖ້ຽວ (ສະເລ່ຍ 8 ນາທີຕໍ່ຖ້ຽວ) ຂົນເອົາລະເບີດ ຫຼາຍກວ່າ 2 ລ້ານໂຕນ ມາຖິ້ມລົງໃສ່ຜືນແຜ່ນດິນລາວ. ໃນນັ້ນ, ເປັນປະເພດລະເບີດລູກຫວ່ານ ຫຼື ລະເບີດບົມບີ່ ຫຼາຍກວ່າໝູ່ ຊຶ່ງມີຈໍານວນສູງເຖິງ 270 ລ້ານໜ່ວຍ, ຈຶ່ງເຮັດໃຫ້ ສປປ ລາວ ກາຍເປັນປະເທດ ທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານໜັກໜ່ວງທີ່ສຸດໃນໂລກ ເມື່ອທຽບໃສ່ຈໍານວນປະຊາກອນຕໍ່ຫົວຄົນ.
ພື້ນຖານໂຄງລ່າງ ຖືກທໍາລາຍເກືອບທັງໝົດ ແລະ ເຮັດໃຫ້ຈໍານວນປະຊາກອນຫຼຸດລົງ ເຫຼືອພຽງແຕ່ປະມານ 3 ລ້ານຄົນ ຊຶ່ງແນ່ນອນ ການຖິ້ມລະເບີດ ດັ່ງກ່າວ, ໄດ້ກາຍເປັນສາເຫດໜຶ່ງທີ່ເຮັດໃຫ້ ສປປ ລາວ ກາຍເປັນປະເທດດ້ອຍພັດທະນາ.
ພາຍຫຼັງສົງຄາມສິ້ນສຸດລົງ, ຍັງມີລະເບີດລູກຫວ່ານຕົກຄ້າງສູງເຖິງ 30% ຫຼື ທຽບເທົ່າກັບ 80 ລ້ານໜ່ວຍ ທີ່ຍັງບໍ່ທັນແຕກ ລວມທັງລະເບີດປະເພດອື່ນອີກ ຊຶ່ງຍັງສືບຕໍ່ເຮັດໃຫ້ເກີດມີອຸບັດເຫດ, ມີຜູ້ບາດເຈັບ, ພິການ ແລະ ເສຍຊີວິດ ໃນແຕ່ລະປີ.
ສະເພາະປີ 2025 ມີອຸບັດເຫດເກີດຂຶ້ນ 15 ຄັ້ງ, ມີຜູ້ຖືກເຄາະຮ້າຍ 25 ຄົນ. ໃນນັ້ນ, 19 ຄົນໄດ້ຮັບບາດເຈັບ ແລະ 6 ຄົນເສຍຊີວິດ.
ສ່ວນປີ 2026 ມີອຸບັດເຫດເກີດຂຶ້ນ 2 ຄັ້ງ, ມີຜູ້ຖືກເຄາະຮ້າຍ 7 ຄົນ (ບໍ່ມີຜູ້ເສຍຊີວິດ), ຊຶ່ງມັນໄດ້ກາຍເປັນໄພຂົ່ມຂູ່ໃຫ້ແກ່ການດໍາລົງຊີວິດ ແລະ ການທໍາມາຫາກິນຂອງປະຊາຊົນລາວບັນດາເຜົ່າ ລວມທັງເປັນສິ່ງກີດຂວາງ ໃຫ້ແກ່ການພັດທະນາພື້ນຖານໂຄງລ່າງ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ຢ່າງໃດກໍຕາມ, ລັດຖະບານລາວ ຈະສືບຕໍ່ຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອເສີມສ້າງສັນຕິພາບ ພ້ອມທັງພັດທະນາຂະແໜງການລະເບີດບໍ່ທັນແຕກ ຢູ່ ສປປ ລາວ ໃຫ້ມີໃບໜ້າໃໝ່ ແລະ ໄດ້ມາດຖານສາກົນຕື່ມອີກ ແນໃສ່ເຮັດໃຫ້ຜືນແຜ່ນດິນລາວ ກາຍເປັນດິນແດນ ທີ່ປອດໄພຢ່າງແທ້ຈິງ.
ທີ່ມາ: ຄວາມສະຫງົບ

