ໃນວັນທີ 12 ກຸມພາ 2026, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມິພິທີປະກາດ ການຈັດຕັ້ງຂັ້ນຫົວໜ້າຫ້ອງການຂອງ 4 ຫ້ອງການຄື: ຫ້ອງການສັງລວມ ແລະພົວພັນຕ່າງປະເທດ, ຫ້ອງການວິຊາການ ແລະຄຸ້ມຄອງນັກສຶກສາ, ຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ແລະຫ້ອງການແຜນການ ແລະ ການເງິນ ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ, ໂດຍການເປັນປະທານຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີທ່ານຮອງຜູ້ອຳນວຍການໃຫຍ່, ຫົວໜ້າຄະນະວິຊາ, ພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.
ໃນພິທີ, ທ່ານ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງກະຊວງສຶກສາທິການ ແລະກິລາ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະກິລາ ສະບັບເລກທີ 5430/ສສກ, ລົງວັນທີ 12 ກັນຍາ 2025, ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ຂອງມະຫາວິທະຍາໄລແຫ່ງຊາດ:
ໂດຍແຕ່ງຕັ້ງ ທ່ານ ຮສ. ປອ. ບຸນທອນ ສຸຂະວົງ ຮອງຫົວໜ້າຄະນະວິຊາ ຄະນະເສດຖະສາດ ແລະບໍລິຫານທຸລະກິດ ເປັນຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ;
ໂດຍແຕ່ງຕັ້ງ ທ່ານ ປອ. ຊາຍຄຳ ວັນນະໄຊ ເປັນຫົວໜ້າຫ້ອງການການຈັດຕັ້ງ-ພະນັກງານ ແລະ ກວດກາ;
ໂດຍແຕ່ງຕັ້ງ ທ່ານ ປອ. ທະນົງສັກ ດວງມາລາ ເປັນຫົວໜ້າຫ້ອງການວິຊາການ ແລະຄຸ້ມຄອງນັກສຶກສາ;
ໂດຍແຕ່ງຕັ້ງ ທ່ານ ເຢຍລໍ່ ເຍ່ຍວື ເປັນຫົວໜ້າ ຫ້ອງການແຜນການ ແລະ ການເງິນ.
ໃນໂອກາດນີ້, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ໄດ້ກ່າວເນັ້ນວ່າ: ການປັບປຸງການຈັດຕັ້ງໃນຄັ້ງນີ້ຖືເປັນບາດກ້າວສຳຄັນທີ່ສຸດນັບແຕ່ມື້ສ້າງຕັ້ງ ມຊ ເປັນຕົ້ນມາ. ນີ້ຄືການປະຕິຮູບໂຄງຮ່າງການບໍລິຫານຄັ້ງໃຫຍ່ ໂດຍການຮ່ວມເອົາ 11 ຫ້ອງການໃນເມື່ອກ່ອນ ເຂົ້າມາເປັນ 4 ຫ້ອງການ ເພື່ອໃຫ້ກົງຈັກມີຄວາມກະທັດຮັດ, ສອດຄ່ອງກັບໜ້າວຽກ ແລະ ມີປະສິດທິພາບສູງຂຶ້ນ.
ຂໍ້ມູນ: ຂ່າວສານມະຫາວິທະຍາໄລແຫ່ງຊາດ

