ຍີ່ປຸ່ນມອມຫຼຽນອາທິດອຸໄທ ດາວເງິນ-ດາວຄຳ ໃຫ້ ດຣບຸນແຝງ ພູມມະໄລສິດ

ໃນວັນທີ​ 6 ກຸມພາ​ 2026 ທີ່ຜ່ານມາ​ ທ່ານ ສຈ.​ ປອ.​ ດຣ ບຸນແຝງ ພູມມະໄລສິດ, ອະດີດລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໄດ້ຮັບຫຼຽນກຽດຕິຄຸນອາທິດອຸໄທ ດາວຄຳ ແລະ ດາວເງິນ (ຊັ້ນ 2).

ເຊິ່ງຫຼຽນກຽດຕິຄຸນນີ້ ເປັນຂອງພະຣາຊະທານຈາກ ສົມເດັດພະເຈົ້າຈັກກະພັດແຫ່ງປະເທດຍີ່ປຸ່ນ ແລະ ຖືກສົ່ງມອບຢ່າງເປັນທາງການ ໂດຍ ທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ​ ລາວ.​

ທ່ານທູດ ໂຄອິຊຶມິ ໄດ້ສະແດງຄວາມຍິນດີ ຕໍ່ ທ່ານ ສຈ. ປອ. ດຣ. ບຸນແຝງ ແລະ ສະແດງຄວາມຂອບໃຈສຳລັບການປະກອບສ່ວນອັນຍາວນານເຂົ້າໃນການເສີມສ້າງສາຍພົວພັນລະຫວ່າງຍີ່ປຸ່ນ ແລະ ລາວ ໂດຍສະເພາະໃນຂະແໜງສາທາລະນະສຸກ.

ທີ່ມາ: ສະຖານທູດຍີ່ປຸ່ນ ປະຈຳ ສປປ​ ລາວ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles