ຊັອກວົງການ ວິໄຈເຜີຍ Gen Z ເປັນຄົນຮຸ່ນທຳອິດທີ່ມີ IQ ຕ່ຳກວ່າຄົນຮຸ່ນພໍ່ແມ່

ເປັນເລື່ອງທີ່ສ້າງຄວາມຮືຮາໄປທົ່ວໂລກ ເມື່ອຜົນວິໄຈທາງຈິດຕະວິທະຍາ ແລະ ປະສາດວິທະຍາໄລຫຼ້າສຸດເລີ່ມຊີ້ໃຫ້ເຫັນສັນຍານທີ່ໜ້າຕົກໃຈວ່າ: Gen Z ອາດເປັນຄົນຮຸ່ນທຳອິດໃນປະຫວັດສາດສະໄໝໃໝ່ ທີ່ມີລະດັບ IQ ຫຼຸດລົງ ເມື່ອທຽບກັບຄົນຮຸ່ນກ່ອນ (Gen X ແລະ Baby Boomer). ປາກົດການນີ້ກຳລັງເຮັດໃຫ້ເກີດຄຳຖາມວ່າ: “ເກີດຫຍັງຂຶ້ນກັບສະໝອງຂອງຄົນລຸ້ນໃໝ່ ?”

ໃນອະດີດ ມະນຸດມີທ່າອ່ຽງທີ່ຈະມີ IQ ສູງຂຶ້ນເລື້ອຍໆໃນທຸກໆ 10 ປີ ເຊິ່ງເອີ້ນວ່າ Flynn Effect. ແຕ່ໃນປັດຈຸບັນ ກຣາບນັ້ນກຳລັງ “ດິ່ງລົງ” ໃນຫຼາຍປະເທດພັດທະນາແລ້ວ.

ເຕັກໂນໂລຊີ: ດາບສອງຄົມທີ່ກັດກິນສະມາທິ

ນັກວິໄຈລະບຸວ່າ “ຕົວການຫຼັກ” ບໍ່ແມ່ນກຳມະພັນ ແຕ່ແມ່ນ ສິ່ງແວດລ້ອມ ແລະ ວິຖີຊີວິດ ທີ່ປ່ຽນໄປ:

1. ການປ່ຽນແປງຂອງການອ່ານ: ຈາກການອ່ານປຶ້ມເປັນເຫຼັ້ມ ທີ່ຕ້ອງໃຊ້ສະມາທິສູງ ປ່ຽນມາເປັນການຮັບຂໍ້ມູນສັ້ນໆ ເຮັດໃຫ້ຄວາມສາມາດໃນການຄິດວິເຄາະແບບເລິກເຊິ່ງຫຼຸດລົງ.

2. ສະໝອງທີ່ “ຂີ້ຄ້ານ” ຍ້ອນ AI: ເມື່ອເຮົາມີ Google, ChatGPT ແລະ ເຄື່ອງມືອັດສະລິຍະຊ່ວຍຄິດແທນທຸກຢ່າງ ສະໝອງສ່ວນການຈື່ຈຳ ແລະ ການແກ້ໄຂບັນຫາຈຶ່ງຖືກໃຊ້ງານໜ້ອຍລົງ.

3. ຜົນກະທົບຈາກ Social Media: ການຕິດໜ້າຈໍເຮັດໃຫ້ເວລານອນຫຼຸດລົງ ແລະ ສົ່ງຜົນກະທົບຕໍ່ພັດທະນາການຂອງລະບົບປະສາດໃນໄລຍະຍາວ.

ແລ້ວເຮົາຄວນຮັບມືແນວໃດ?

ເຖິງຕົວເລກ IQ ຈະເບິ່ງຄືວ່າຫຼຸດລົງ ແຕ່ຜູ້ຊ່ຽວຊານບອກວ່າ “ບໍ່ໄດ້ໝາຍຄວາມວ່າ Gen Z ບໍ່ເກັ່ງ”. ຄົນຮຸ່ນນີ້ມີທັກສະດ້ານອື່ນທີ່ໂດດເດັ່ນເຊັ່ນ: ຄວາມສະຫຼາດທາງດິຈິຕອນ (DQ) ແລະ ຄວາມຄິດສ້າງສັນໃນຮູບແບບໃໝ່.

ວິທີປ້ອງກັນບໍ່ໃຫ້ສະໝອງ “ຖອຍຫຼັງ”:

1. Digital Detoxວາງມືຖືລົງບາງເວລາ ເພື່ອໃຫ້ສະໝອງໄດ້ພັກຜ່ອນ.

2. Deep Work ຝຶກເຮັດວຽກທີ່ຕ້ອງໃຊ້ສະມາທິສູງ ໂດຍບໍ່ເປີດການແຈ້ງເຕືອນ.

3. Critical Thinkingຝຶກຕັ້ງຄຳຖາມ ແລະ ຫາຄຳຕອບດ້ວຍຕົນເອງກ່ອນຈະເພິ່ງພາ AI.

ເຈົ້າເຫັນດີບໍ່ ? ວ່າເຕັກໂນໂລຊີກຳລັງເຮັດໃຫ້ເຮົາ “ສະຫຼາດໜ້ອຍລົງ” ຫຼື ມັນພຽງແຕ່ປ່ຽນ “ຮູບແບບຄວາມສະຫຼາດ” ຂອງເຮົາໄປເທົ່ານັ້ນ? ລອງຄອມເມັ້ນແລກປ່ຽນຄວາມຄິດເຫັນກັນໄດ້ເລີຍ

ທີ່ມາ: Wionews

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles