ໃນໄລຍະຜ່ານມາ, ຂະແໜງການກະສິກຳ ແລະ ສິ່ງແວດລ້ອມ ແຕ່ລະຂັ້ນ ໄດ້ຖືສຳຄັນ ແລະ ຈັດຕັ້ງ ປະຕິບັດ ການສັກຢາກັນພະຍາດສັດຢ່າງເປັນຂະບວນຟົດຟື້ນ ໂດຍສະເພາະການຈັດຕັ້ງຂະບວນການສັກຢາກັນ ພະຍາດສັດ ໃນວັນທີ 11 ພະຈິກ ຂອງທຸກໆປີ ຊຶ່ງເປັນວັນສັກຢາກັນພະຍາດສັດແຫ່ງຊາດ ເຮັດໃຫ້ຝູງສັດລ້ຽງຂອງ ປະຊາຊົນລາວບັນດາເຜົ່າ ມີພູມຄຸ້ມກັນ ແລະ ຫຼຸດຜ່ອນຄວາມສ່ຽງທີ່ພາໃຫ້ເກີດການລະບາດພະຍາດສັດ; ແຕ່ຄຽງຄູ່ ກັນນັ້ນ ກໍຍັງມີການລາຍງານສະພາບການລະບາດຂອງພະຍາດສັດໃຫຍ່ຂຶ້ນ ຢູ່ໃນບາງທ້ອງຖິ່ນ ເປັນຕົ້ນ ພະຍາດປາກ ເປື່ອຍລົງເລັບ, ຜິວໜັງອັກເສບຕິດຕໍ່, ເຕົ້າໂຮມເລືອດ ງົວ-ຄວາຍ ອັນໄດ້ເຮັດໃຫ້ສັດລ້ຽງຂອງປະຊາຊົນ ເຈັບ ແລະ ລົ້ມຕາຍ ຈຳນວນໜຶ່ງ ຊຶ່ງສາເຫດຕົ້ນຕໍກໍຍ້ອນການສັກຢາກັນພະຍາດສັດບໍ່ທັນໄດ້ຮັບຄວາມເອົາໃຈໃສ່ເທົ່າທີ່ຄວນ ໂດຍສະເພາະການລ້ຽງສັດແບບຄອບຄົວ, ອັດຕາການສັກຢາປ້ອງກັນພະຍາດຍັງຕໍ່າ ແລະ ບາງພະຍາດທີ່ເຄີຍລະ ບາດໃນແຕ່ລະປີ ກໍຍັງບໍ່ໄດ້ຮັບການເອົາໃຈໃສ່ປ້ອງກັນເທົ່າທີ່ຄວນ.
ພ້ອມດຽວກັນນັ້ນ, ການຄຸ້ມຄອງການເຄື່ອນຍ້າຍສັດພາຍໃນປະເທດ, ການນຳເຂົ້າ ແລະ ການສົ່ງຜ່ານ ໄປຕ່າງປະເທດ ຍັງປະຕິບັດບໍ່ທັນໄດ້ດີ, ຍັງມີການເຄື່ອນຍ້າຍສັດ ໃນເວລາມີການລະບາດຂອງພະຍາດສັດ, ມີການ ຊື້ ຂາຍ ແລະ ເຄື່ອນຍ້າຍສັດ ທີ່ບໍ່ໄດ້ສັກຢາປ້ອງກັນພະ ຍາດສັດ, ຊາວກະສິກອນຈຳນວນໜຶ່ງ ຂາດຄວາມເຂົ້າໃຈຕໍ່ວຽກງານປ້ອງກັນການແພ່ລະບາດຂອງພະຍາດ ຈາກສັດ ສູ່ສັດ ແລະ ຈາກສັດສູ່ຄົນ ເຊັ່ນ ມີການບໍລິໂພກຊີ້ນສັດທີ່ຕາຍໂດຍບໍ່ຮູ້ສາເຫດ ເຮັດໃຫ້ມີຄວາມສ່ຽງຕໍ່ການ ຕິດພະຍາດຈາກສັດ ທີ່ສາມາດກໍ່ໃຫ້ເກີດການເຈັບປ່ວຍ ຫຼື ເສຍຊີວິດໄດ້.
ເພື່ອແກ້ໄຂບັນຫາດັ່ງກ່າວ, ຮັບປະກັນໃຫ້ສັດລ້ຽງມີສຸຂະພາບດີ, ປາສະຈາກພະຍາດ ແລະ ມີຊີ້ນສັດທີ່ມີ ຄຸນນະພາບ ສະໜອງໃຫ້ແກ່ຕະຫຼາດພາຍໃນ ທັງເປັນການກະກຽມຄວາມພ້ອມ ໃນການເຈລະຈາ ດ້ານສຸຂານາໄມ ເປີດຕະຫຼາດການສົ່ງອອກຊີ້ນສົດ ແລະ ຜະລິດຕະພັນຊີ້ນ ສູ່ຕະຫຼາດ ສປ ຈີນ ແລະ ປະເທດອ້ອມຂ້າງ, ທັງເປັນການ ປັບປຸງລະບົບການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດສັດໃຫຍ່ ຢູ່ ສປປ ລາວ ໃຫ້ມີຜົນສັກສິດ ແລະ ເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວນັ້ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈຶ່ງໄດ້ສ້າງໂຄງການຄວບຄຸມ ແລະ ຕ້ານການລະບາດພະຍາດສັດໃຫຍ່ ຢູ່ ສປປ ລາວ ຂຶ້ນ ໂດຍແມ່ນ ບໍລິສັດ ລັດລວມສູນຜະລິດຕະພັນສິນຄ້າກະສິກຳ ລາວ ແລະ ການຂົນສົ່ງສາກົນຈຳກັດ ຕາງໜ້າໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນຜູ້ລະດົມທຶນມາຈັດຕັ້ງ ປະຕິບັດ ຮ່ວມກັບ ກົມລ້ຽງສັດ ແລະ ການປະມົງ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ປະສົບຜົນສຳ ເລັດຕາມແຜນການທີ່ວາງໄວ້ ນັ້ນ,
ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ອອກແຈ້ງການ:
1. ໃຫ້ ກົມລ້ຽງສັດ ແລະ ການປະມົງ ເປັນເຈົ້າການປະສານສົມທົບກັບ ຫ້ອງການ, ບັນດາກົມ, ສະຖາບັນ, ຫົວ ໜ່ວຍວິຊາການລະດັບສອງ ຂຶ້ນກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ບໍລິສັດ ລັດລວມສູນຜະລິດຕະພັນ ສິນຄ້າກະສິກຳລາວ ແລະ ການຂົນສົ່ງສາກົນຈຳກັດ ຈັດຕັ້ງໂຄສະນາເຜີຍແຜ່ ແຈ້ງການສະບັບນີ້ ແລະ ບັນດານິຕິກຳທີ່ ກ່ຽວຂ້ອງກັບໂຄງການຄວບຄຸມ ແລະ ຕ້ານການລະບາດພະຍາດສັດໃຫຍ່ ຢູ່ ສປປ ລາວ ເປັນຕົ້ນ ກົດໝາຍ ວ່າດ້ວຍ ການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016, ດໍາລັດ ວ່າດ້ວຍການ ກັນ ແລະ ຄວບຄຸມພະຍາດສັດ ສະບັບເລກທີ 228/ລບ, ລົງວັນທີ 31 ພຶດສະພາ 2012, ດຳລັດ ວ່າດ້ວຍການເຄື່ອນ ຍ້າຍ, ນຳເຂົ້າ, ສົ່ງອອກ, ສົ່ງຜ່ານ ສັດ, ສັດນໍ້າ, ຜະລິດຕະພັນສັດ ແລະ ສັດນໍ້າ ສະບັບເລກທີ 644/ລບ, ລົງວັນທີ 25 ພະຈິກ 2024 ໃຫ້ແກ່ ຊາວກະສິກອນ, ບັນດາຟາມລ້ຽງສັດ ແລະ ຜູ້ປະກອບການ ໃນຂອບເຂດທົ່ວປະເທດ ໃຫ້ເຂົ້າໃຈ ແລະ ເຫັນໄດ້ຄວາມສໍາຄັນຂອງການສັກຢາປ້ອງກັນພະຍາດສັດ ແລະ ການດູແລຮັກສາສຸຂະພາບສັດ ເພື່ອບໍ່ໃຫ້ເກີດ ການລະບາດຂອງພະຍາດສັດ ທີ່ຈະສົ່ງຜົນເສຍຫາຍຕໍ່ຊັບສິນຂອງຜູ້ປະກອບການ ແລະ ເຈົ້າຂອງສັດລ້ຽງ;
2. ໃຫ້ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ສືບຕໍ່ເຜີຍແຜ່ນິຕິກຳ ກ່ຽວກັບການຄວບຄຸມ ແລະ ຕ້ານການລະບາດຂອງພະຍາດ ສັດໃຫຍ່ ໃຫ້ບັນດາຟາມລ້ຽງສັດ ແລະ ການລ້ຽງສັດແບບຄອບຄົວ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອ ໃຫ້ການຮ່ວມມືໃນການສັກຢາປ້ອງກັນພະຍາດສັດ ຂອງໂຄງການຄວບຄຸມ ແລະ ຕ້ານການລະບາດພະຍາດສັດ ໃຫຍ່ ຢູ່ ສປປ ລາວ. ສັດທຸກໂຕ ຕ້ອງໄດ້ຮັບການສັກຢາກັນພະຍາດສັດ ຕາມເຕັກນິກ ແລະ ລາຍການພະຍາດ ທີ່ ກົມລ້ຽງສັດ ແລະ ການປະມົງ ໄດ້ກຳນົດ, ຖ້າເຈົ້າຂອງ ສັດ ຫຼື ຟາມລ້ຽງສັດ ບໍ່ສັກຢາປ້ອງກັນພະຍາດສັດ ໃຫ້ແກ່ ສັດລ້ຽງຂອງຕົນ ແມ່ນບໍ່ອະນຸຍາດໃຫ້ເຄື່ອນຍ້າຍ ແລະ ຊື້ ຂາຍ ຢ່າງເດັດຂາດ;
3. ໃຫ້ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ຊີ້ນຳຂະແໜງລ້ຽງສັດ ແລະ ການ ປະມົງ, ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ເອົາໃຈໃສ່ ຕິດຕາມ ກວດກາ ແລະ ຄຸ້ມຄອງ ການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສັດ ຢູ່ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ສັດທຸກໂຕ ທີ່ມີການເຄື່ອນຍ້າຍ ຕ້ອງມີ ໃບຢັ້ງຢືນການສັກຢາປ້ອງກັນພະຍາດສັດ ແລະ ໃບຢັ້ງຢືນສຸຂະພາບສັດ ຈາກເຈົ້າໜ້າທີ່ສັດຕະວະແພດ ເພື່ອປ້ອງກັນບໍ່ ໃຫ້ມີການລະບາດຂອງພະຍາດສັດ ແລະ ແພ່ກະຈາຍຂອງເຊື້ອພະຍາດ ຈາກເຂດໜຶ່ງໄປສູ່ເຂດອື່ນ. ຫ້າມບໍ່ໃຫ້ມີການ ອະນຸຍາດນໍາສັດທີ່ປ່ວຍຕິດເຊື້ອ, ສັດທີ່ບໍ່ໄດ້ສັກຢາປ້ອງກັນພະຍາດ ເຂົ້າຂ້າໃນໂຮງຂ້າສັດ, ບ່ອນຂ້າສັດຍ່ອຍ ຫຼື ສະຖານທີ່ຂ້າສັດທຸກຂະໜາດ ເພື່ອປ້ອງກັນການລະບາດພະຍາດສັດ ສູ່ສັດ ແລະ ສັດ ສູ່ຄົນ
4. ໃຫ້ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ຊີ້ນຳເຈົ້າໜ້າທີ່ສັດຕະວະແພດ ປະຈໍາດ່ານ ເອົາໃຈໃສ່ ຕິດຕາມ ກວດກາ ການນຳເຂົ້າ, ສົ່ງຜ່ານ ແລະ ສົ່ງອອກສັດ ທີ່ມີຊີວິດ ແມ່ນຕ້ອງມີໃບຢັ້ງຢືນການສັກຢາປ້ອງ ກັນພະຍາດສັດ ຈາກປະເທດຕົ້ນທາງ, ຖ້າບໍ່ມີໃບຢັ້ງຢືນການສັກຢາປ້ອງກັນພະຍາດສັດ ແມ່ນບໍ່ອະນຸຍາດໃຫ້ນຳເຂົ້າ ແລະ ໃຫ້ນໍາສັດໄປກັກກັນ ເພື່ອຕິດຕາມ ແລະ ກວດກາພະຍາດຕ່າງໆ ພ້ອມທັງສັກຢາປ້ອງກັນພະຍາດຕາມເຕັກນິກ ແລະ ໃນແຕ່ລະດ່ານສາກົນທີ່ມີການນຳເຂົ້າ, ສົ່ງຜ່ານ ແລະ ສົ່ງອອກສັດເປັນ ເມື່ອຜົນກວດກາກັກກັນຜ່ານຕາມ ເງື່ອນໄຂຂອງການກັກກັນພະຍາດແລ້ວ ຈຶ່ງສາມາດນຳເຂົ້າໄປສົ່ງເສີມໃຫ້ ປະຊາຊົນ, ຜູ້ປະກອບການ ນຳໄປລ້ຽງ ຫຼື ຂະຫຍາຍພັນ ໃນທຸກເຂດທົ່ວປະເທດ;
5. ມອບໃຫ້ກົມລ້ຽງສັດ ແລະ ການປະມົງ ປະສານສົມທົບກັບ ບໍລິສັດ ລັດລວມສູນຜະລິດຕະພັນສິນຄ້າ ກະສິກຳລາວ ແລະ ການຂົນສົ່ງສາກົນຈຳກັດ ຄົ້ນຄວ້າໂຄງປະກອບລາຄາໃນການບໍລິການ ສັກວັກຊິນ ແລະ ຂຶ້ນທະ ບຽນພິມສັດ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
6. ໃຫ້ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ຄົ້ນຄວ້າແຕ່ງຕັ້ງຜູ້ຊີ້ນຳໂຄງການ ຂັ້ນຄະນະພະແນກ (ຜູ້ຊີ້ນຳວຽກງານລ້ຽງສັດ ແລະ ການປະມົງ), ຜູ້ປະສານໂຄງການຂັ້ນແຂວງ ແລະ ຜູ້ປະສານງານ ໂຄງການຂັ້ນເມືອງ ເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການຄວບຄຸມ ແລະ ຕ້ານການລະບາດພະຍາດສັດໃຫຍ່ ຢູ່ ສປປ ລາວ ມີປະສິດທິພາບ;
7. ໃຫ້ ກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຮີບຮ້ອນປະສານສົມທົບກັນ ເພື່ອເປັນເຈົ້າການຊຸກຍູ້, ຕິດຕາມ ກວດກາ ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ ໃຫ້ ໄດ້ຮັບຜົນດີ ພ້ອມທັງມີການສະຫຼຸບລາຍງານ ແລະ ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດໃຫ້ຂັ້ນເທິງຂອງຕົນ ເປັນແຕ່ລະໄລຍະ ເພື່ອຮູ້ໄດ້ເຖິງຂໍ້ສະດວກ, ຫຍຸ້ງຍາກ ແລະ ບັນຫາໃນການຈັດຕັ້ງປະຕິບັດ ເພື່ອປັບປຸງ ແລະ ແກ້ໄຂໃຫ້ທັນເວລາ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ຕາມເນື້ອໃນແຈ້ງການສະບັບນີ້ຢ່າງເຂັ້ມງວດ.

