ເທສະການບຸນກຸດຈີນປີນີ້​ ແມ່ນກົງກັບວັນທີ 15-17 ເດືອນກຸມພາ ປີ 2026,​ ໂດຍຄົນລາວເຊື່ອສາຍຈີນ ຈະຖືປະເພນີປະຕິບັດຢູ່ 3 ວັນ​ ຄື: ວັນຈ່າຍ, ວັນໄຫວ້, ວັນທ່ຽວ

ສຳລັບຄວາມເປັນມາຂອງວັນດັ່ງກ່າວນັ້ນ ເຊື່ອກັນວ່າ ປະເພນີນີ້ ມີມາດົນກວ່າ​ ສີ່ພັນປີມາແລ້ວ. ການຈັດງານກໍເພື່ອສະເຫຼີມສະຫຼອງ ເທສະການ ລະດູໃບໄມ້ປົ່ງ ແຕ່ກ່ອນບໍ່ໄດ້ເອີ້ນວ່າ ເທສະການກິນກຸດ ແຕ່ມີຊື່ເອີ້ນຕ່າງກັນຕາມຍຸກສະໄໝ ເມື່ອ 2.100 ປີກ່ອນ ຄສ ຈະເອີ້ນວ່າ “ ຊຸ່ຍ” ເຊິ່ງມີຄວາມໝາຍເຖິງ ການໂຄຈອນ ຄົບໜຶ່ງຮອບ ຂອງດາວຈູປິເຕີຣ໌ ຈົນຕໍ່ມາໃນຍຸກ 1.000 ກວ່າປີກ່ອນ ຄສ ເທສະການກຸດຈີນ ຈະຖືກເອີ້ນວ່າ “ ໜຽນ ” ໝາຍເຖິງການເກັບກ່ຽວ​ ທີ່ໄດ້ຜົນລະປູກອຸດົມສົມບູນ.​

ນອກຈາກນີ້ ວັນກຸດຈີນ ຍັງມີຊື່ເອີ້ນ ອີກຢ່າງໜຶ່ງ​ ວ່າ “ວັນຊຸງເຈ໋ ” ເຊິ່ງໝາຍເຖິງ ເທສະການ ລະດູໃບໄມ້ປົ່ງ ຫຼື ຂຶ້ນປີປູກຝັງໃໝ່ ເພາະໄລຍະກ່ອນກິນກຸດນັ້ນ​ ກົງກັບລະດູໜາວ ບໍ່ສາມາດເຮັດການປູກຝັງໄດ້​ ດັ່ງນັ້ນ ເມື່ອເຂົ້າສູ່ລະດູໃບໄມ້ປົ່ງ ທີ່ມີອາກາດເໝາະສົມແກ່ການປູກຝັງ​ ຄົນຈີນຈຶ່ງສາມາດເຮັດນາ ເຮັດສວນໄດ້ອີກເທື່ອໜຶ່ງ ຈາກການຜ່ານພົ້ນ ລະດູໜາວໄປ.​

ການກະກຽມງານ ເພື່ອສະເຫຼີມສະຫຼອງ ເທສະການກຸດຈີນນັ້ນ​ ຈະເລີ່ມຂຶ້ນຕັ້ງແຕ່ໜຶ່ງເດືອນກ່ອນວັນກຸດຈີນ ໂດຍຜູ້ຄົນຈະເລີ່ມຊອກຫາຊື້ເຄື່ອງຂອງຕ່າງໆ ເພື່ອປະດັບຕົບແຕ່ງ ເຮືອນຊານ ແລະ ກຽມເຮັດຄວາມ ສະອາດຄັ້ງໃຫຍ່ ຕັ້ງແຕ່ຊັ້ນເທິງລົງຫາຊັ້ນລຸ່ມ ເນື່ອງຈາກມີຄວາມເຊື່ອວ່າ ຈະເປັນການປັດກວາດສິ່ງທີ່ບໍ່ດີອອກໄປ ຈາກພາຍໃນເຮືອນ ທັງປະຕູປ່ອງຢ້ຽມ​ ກໍ່ປະດັບປະດາໄປດ້ວຍສີແດງ ແລະ ເຈ້ຍສີແດງ ທີ່ມີຄຳອວຍພອນ ໃຫ້ອາຍຸຍືນ, ລ້ຳລວຍ, ຢູ່ດີມີສຸກ​ ແລະອື່ນໆ.

ຈາກນັ້ນຄອບຄົວຈະຮ່ວມກັນກິນເຂົ້າ ທີ່ລ້ວນແຕ່ມີຄວາມໝາຍມຸງຄຸນ​ ເຊັ່ນ: ກຸ້ງ ຈະໝາຍເຖິງຊີວິດທີ່ຮຸ່ງເຮືອງ ແລະ ຄວາມສຸກ, ຫອຍ ເປົ໋າຮື້ແຫ້ງ, ສາຫລ່າຍ ຈະນຳຄວາມລ້ຳ ລວຍມາໃຫ້ ແລະ ເຂົ້າຕົ້ມ ( Jiaozi ) ໝາຍເຖິງ ບັນພະບູລຸດອວຍພອນ ຫຼັງຈາກກິນອາຫານຄໍ່າແລ້ວ ທຸກຄົນໃນຄອບຄົວ ຈະນັ່ງສັງສັນນຳກັນ ຈົນຮອດຕອນເຊົ້າ ເພື່ອລໍຖ້າວັນໃໝ່ ໂດຍການຫລິ້ນເກມ, ກິດຈະກຳ​ຕ່າງໆ​ຫຼື ເບິ່ງລາຍ ການໂທລະພາບ ທີ່ກ່ຽວກັບ ວັນກຸດຈີນ ແລະ ໃນວັນນີ້ ຈະບໍ່ຮ້າຍ, ບໍ່ດ່າ,​ ບໍ່ອິດສາ ຫຼື ບໍ່ພໍໃຈກັນ ເພື່ອເປັນສີລິມຸງຄຸນ ທີ່ດີສຳລັບປີໃໝ່ ທີ່ກຳລັງຈະມາເຖິງ.

ນອກຈາກນີ້ ອີກສິ່ງໜຶ່ງ ທີ່ຖືເປັນສັນຍະລັກ ຂອງວັນກຸດຈີນ​ ຄື “ ອັ່ງເປົ໋າ ” ເຊິ່ງມີຄວາມໝາຍວ່າ “ ກະເປົ໋າແດງ ” ຫຼື ຈະເອີ້ນວ່າ “ ແຕ໋ະອຽງ ” ເຊິ່ງມີຄວາມໝາຍວ່າ “ ຜູກແອວ ” ຈາກຄົນສະໄໝກ່ອນທີ່ມັກຮ້ອຍເງິນ ເປັນພວງຜູກໄວ້ທີ່ແອວ ໂດຍການໃຫ້ອັ່ງເປົ໋ານີ້​ ແກ່ຄູ່ແຕ່ງງານ,​ ໃຫ້ເງິນເດັກນ້ອຍ ແລະ ຜູ້ໃຫຍ່ທີ່ຍັງບໍ່ໄດ້ແຕ່ງງານ ໃສ່ຊອງສີແດງ ຫຼັງຈາກນັ້ນທຸກຄົນໃນຄອບຄົວ ຈະອອກມາຈາກເຮືອນ ເພື່ອກ່າວສະບາຍດີປີໃໝ່ ກັບຍາດຕິພີ່ນ້ອງ ແລະ ໝູ່ເພື່ອນຂ້າງເຮືອນ ເຊິ່ງຄ້າຍກັບ ການທີ່ຄົນຕາເວັນຕົກ ເວົ້າວ່າ : “Let bygones be bygones” ( ແມ່ນຫຍັງ ກໍຕາມທີ່ຜ່ານໄປແລ້ວ ກໍໃຫ້ມັນຜ່ານໄປ ).

ຕາມຄວາມເຊື່ອແລ້ວ ໃນວັນກຸດຈີນ ກໍ່ມີຂໍ້ຫ້າມປະຕິບັດ ດັ່ງຕໍ່ໄປນີ້:

1. ຫ້າມກວາດເຮືອນ: ເພາະຊາວຈີນເຊື່ອວ່າ ການກວດເຮືອນໃນວັນປີໃຫມ່ຈີນ​ ຈະເປັນການກວາດສິ່ງທີ່ເປັນມຸງຄຸນອອກໄປ.​

2.​ ຫ້າມໃຫ້ຢືມເງິນ: ຖ້າບໍ່ດັ່ງນັ້ນຈະຖືກໃຫ້ຢືມເງິນຕະຫຼອດປີ ຫຼືຖ້າໄປຢືມຄົນອື່ນກໍ່ຈະເປັນໜີ້ຕະຫຼອດປີເຊັ່ນກັນ.​

3.​ ຫ້າມຊັກເຄື່ອງ: ເພາະເຊື່ອວ່າ​ ວັນກຸດຈີນເປັນວັນເກີດຂອງເທບພະເຈົ້າແຫ່ງນ້ຳ ຖ້າຊັກເຄື່ອງຈະເປັນການລົບລູ່ທ່ານ.​

4.​ ຫ້າມເຂົ້າຫ້ອງນອນຄົນອື່ນເພາະເຊື່ອວ່າ​ ຈະເຮັດໃຫ້ໂຊກຮ້າຍ.​

5.​ ຫ້າມໃຊ້ຂອງມີຄົມ ເພາະເຊື່ອວ່າຈະເປັນການຕັດຄວາມໂຊກດີຖີ້ມໄປ.​

6.​ ຫ້າມເວົ້າຄຳຫຍາບ ເພາະຈະນຳຄວາມເດືອນຮ້ອນເຂົ້າສູ້ຕົນເອງ.​

7. ​ຫ້າມໄຫ້ ເພາະເຊື່ອວ່າ​ ຈະໄຫ້ຕະຫຼອດປີ.​

8. ​ຫ້າມໃສ່ຊຸດດຳ ໃຫ້ໃສ່ຊຸດແດງ ຫລື​ ສີທີ່ສົດໃສໃນມື້ກຸດຈີນ.​

9. ຫ້າມຂ້າສັດ, ບໍ່ໃຫ້ກິນຊີ້ນ ແລະ​ ໃຫ້ກິນເຈ ຫລື​ ມັງສາວີລັດແທນ.​

10. ຫ້າມເຮັດເຄື່ອງແຕກ ເຊັ່ນ: ຖ້ວຍ,​ ຈອກ​ ອື່ນໆ​ ເພາະເຊື່ອວ່າເປັນລາງບໍ່ດີ,​ ຖ້າເຮັດແຕກໂດຍບໍ່ຕັ້ງໃຈກໍ່ໃຫ້ແກ້ເຄັດດ້ວຍການເວົ້າວ່າ: “Luo di ka hue” ທີ່ແປວ່າ: ດອກໄມ້ຈະເບັ່ງບານເມື່ອຕົກລົງສູ່ພື້ນ.​

11.​ ຫ້າມຊື້ເກີບໃໝ່ ຄົນຈີນຈະບໍ່ຊື້ເກີບໃໝ່ໃນເດືອນທຳອິດຂອງກຸດຈີນ ເພາະຄຳວ່າ ເກີບໃນພາສາຈີນອອກສຽງວ່າ Hai ມີສຽງຄ້າຍຄືກັບການຖອນຫາຍໃຈ ຈຶ່ງເຊື່ອວ່າ ເປັນສັນຍານຂອງການເລີ່ມຕົ້ນປີໃໝ່ທີ່ບໍ່ດີ.

12. ຫ້າມໃສ່ຊຸດຂາວດຳ ເສື້ອຜ້າທີ່ເປັນສີຂາວດຳ ເປັນສັນຍະລັກຂອງຄວາມຕາຍ, ຄວາມ​ໂຊກຮ້າຍ​ ສະນັ້ນຕ້ອງໃສ່ຊຸດສີແດງເທົ່ານັ້ນ ເພາະເຊື່ອວ່າ ສີແດງຄືສີແຫ່ງຄວາມໂຊກດີ.​

13. ຫ້າມໃສ່ເງິນໃນຊອງເປັນເລກຄີກ ໂດຍສະເພາະເລກ 4, 7​ ເຊື່ອກັນວ່າ​ເປັນເລກບໍ່ມຸງຄຸນ ໃຫ້ໃສ່ຈຳນວນເປັນເລກ 8​ ແທນ.

ຂໍ້ມູນຈາກ: targetlaos, sanook

ຮຽບຮຽງໂດຍ​ Lao Youth Radio FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles