ບອກລາວິກິດການຂາດແຄນອະໄວຍະວະ! ເມື່ອທີມນັກວິທະຍາສາດຈາກ Carnegie Mellon University ສ້າງປະຫວັດສາດໜ້າໃໝ່ຜ່ານໂຄງການ LIVE ໂດຍນຳໃຊ້ເຕັກໂນໂລຊີ 3D Bioprinting ຂັ້ນສູງ ພິມເນື້ອເຍື່ອຕັບທີ່ມີຊີວິດຂຶ້ນມາໄດ້ແທ້ ນີ້ບໍ່ແມ່ນພຽງແຕ່ເລື່ອງການແພດ ແຕ່ແມ່ນການລວມຮ່າງຂອງ Deep Tech ແລະ Biology ທີ່ຈະເຮັດໃຫ້ມະນຸດ “ມີອາຍຸຍືນ” ແບບກ້າວກະໂດດ !
ນັກວິໄຈໃຊ້ແພລດຟອມທີ່ຊື່ວ່າ FRESH ໃນການສີດ “ຄອລລາເຈນ ແລະ ຈຸລັງທີ່ມີຊີວິດ” ເພື່ອສ້າງໂຄງສ້າງເນື້ອເຍື່ອທີ່ມີຄວາມຊັບຊ້ອນສູງ ຈຸດເດັ່ນຄື ຈຸລັງທີ່ໃຊ້ເປັນ ຈຸລັງມະນຸດ 100% ເຮັດໃຫ້ຫຼຸດຄວາມສ່ຽງເລື່ອງການຕິດເຊື້ອຂ້າມສາຍພັນ (ທີ່ມັກເກີດຈາກການໃຊ້ອະໄວຍະວະສັດ) ແລະ ເຮັດໃຫ້ຕັບທຽມນີ້ສາມາດເຮັດວຽກໄດ້ໃກ້ຄຽງກັບຕັບແທ້ທີ່ສຸດ
ໜຶ່ງໃນ Pain Point ໃຫຍ່ຂອງການປູກຖ່າຍແມ່ນຮ່າງກາຍປະຕິເສດອະໄວຍະວະໃໝ່ ແຕ່ຕັບທຽມນີ້ຖືກປັບແຕ່ງຈຸລັງໃຫ້ມາເປັນ “ຜູ້ໃຫ້ສາກົນ (Universal Donor)” ໝາຍຄວາມວ່າຄົນເຈັບບໍ່ຈຳເປັນຕ້ອງກິນຢາກົດພູມຄຸ້ມກັນໄປຕະຫຼອດຊີວິດ ນອກຈາກນັ້ນ ເຕັກໂນໂລຊີນີ້ຍັງເນັ້ນການ “ເຂົ້າໄປສ້ອມແປງ” ສ່ວນທີ່ເສຍຫາຍໃຫ້ຟື້ນຟູ ແທນການຜ່າຕັດໃຫຍ່ເພື່ອປ່ຽນໃໝ່ທັງໝົດ
ຄວາມສຳເລັດຂອງຕັບທຽມເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ ເນື່ອງຈາກໂຄງສ້າງການພິມນີ້ເປັນ “ພິມຂຽວ” ທີ່ສາມາດຕໍ່ຍອດໄປສູ່ການຜະລິດອະໄວຍະວະສ່ວນອື່ນໆ ເຊັ່ນ: ໝາກໄຂ່ຫຼັງ, ຕັບອ່ອນ ຫຼື ແມ່ນແຕ່ຫົວໃຈທຽມ ໃນອະນາຄົດ ພວກເຮົາອາດຈະເບິ່ງຮ່າງກາຍມະນຸດຄືກັບຄອມພິວເຕີ ຖ້າອາໄຫຼ່ຈຸດໃດເຊື່ອມ ກໍສາມາດສັ່ງພິມອັນໃໝ່ມາປ່ຽນເພາະສ້າງໄດ້ທັນທີ
ພວກເຮົາກຳລັງກ້າວເຂົ້າສູ່ຍຸກທີ່ “ອະໄວຍະວະບໍ່ມີມື້ໝົດອາຍຸ” ການປ່ຽນຜ່ານຈາກ Hardware (ພາສສະຕິກ / ໂລຫະ) ມາສູ່ Biology (ຈຸລັງທີ່ມີຊີວິດ) ຜ່ານເຄື່ອງພິມ 3 ມິຕິ ຈະເປັນຈຸດປ່ຽນສຳຄັນທີ່ເຮັດໃຫ້ຄ່າສະເລ່ຍອາຍຸໄຂຂອງມະນຸດເພີ່ມສູງຂຶ້ນຢ່າງທີ່ບໍ່ເຄີຍມີມາກ່ອນ
ທີ່ມາຈາກ: techspot

