ກະຊວງກະສິກໍາແຈ້ງການ: ສັດໃຫຍ່ທຸກໂຕຕ້ອງມີໃບຢືນຢັນການສັກຢາກ່ອນເຄື່ອນຍ້າຍ ແລະ ກ່ອນເຂົ້າໂຮງຂ້າສັດ

ອີງຕາມແຈ້ງການເລກທີ 0520/ກສ ລົງວັນທີ 6 ກຸມພາ 2026,​ ຂອງກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ​ ເລື່ອງ: ການຈັດຕັ້ງປະຕິບັດໂຄງການຄວບຄຸມ ແລະ ຕ້ານການລະບາດສັດໃຫຍ່ ຢູ່ ສປປ ລາວ.

ເຊິ່ງເນື້ອໃນຂອງແຈ້ງການ​ສະບັບນີ້ໄດ້ລະບຸວ່າ:​

1. ໃຫ້ກົມລ້ຽງສັດ ແລະ ການປະມົງ ເປັນເຈົ້າການປະ​ສານສົມທົບກັບຫ້ອງການ, ບັນດາກົມ, ສະຖາບັນ, ຫົວ​ໜ່ວຍວິຊາການ, ບໍລິສັດ ລັດລວມສູນຜະລິດຕະພັນສິນ​ຄ້າກະສິກຳລາວ ແລະ ການຂົນສົ່ງສາກົນຈຳກັດ ຈັດຕັ້ງໂຄສະນາເຜີຍແຜ່ ແຈ້ງການສະບັບນີ້ ແລະ ບັນດານິຕິກຳທີ່ກ່ຽວຂ້ອງກັບໂຄງການຄວບຄຸມ ແລະ ຕ້ານການລະບາດ ພະຍາດສັດໃຫຍ່ ຢູ່ ສປປ ລາວ ໃຫ້ແກ່ຊາວກະສິກອນ, ບັນດາຟາມລ້ຽງສັດ ແລະ ຜູ້ປະກອບການ ໃຫ້ເຂົ້າໃຈ ແລະ ເຫັນໄດ້ຄວາມສໍາຄັນຂອງການສັກຢາປ້ອງກັນພະ​ຍາດສັດ ແລະ ການດູແລຮັກສາສຸຂະພາບສັດ;

2. ໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນ​ຫຼວງວຽງຈັນ, ແຂວງ ແລະ ຫ້ອງການກະສິກຳ ແລະ ສິ່ງ​ແວດລ້ອມ ເມືອງ, ນະຄອນ ສືບຕໍ່ເຜີຍແຜ່ນິຕິກຳ ກ່ຽວ​ກັບການຄວບຄຸມ ແລະ ຕ້ານການລະບາດຂອງພະຍາດສັດໃຫຍ່ ໃຫ້ບັນດາຟາມລ້ຽງສັດ ແລະ ການລ້ຽງສັດແບບຄອບຄົວ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ຖ້າເຈົ້າຂອງ ສັດ ຫຼື ຟາມລ້ຽງສັດ ບໍ່ສັກຢາປ້ອງກັນພະຍາດສັດຕົນ ແມ່ນບໍ່ອະນຸຍາດໃຫ້ເຄື່ອນຍ້າຍ ແລະ ຊື້-ຂາຍ ຢ່າງເດັດຂາດ;

3. ໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນ​ຫຼວງວຽງຈັນ, ແຂວງ ຊີ້ນໍາຂະແໜງລ້ຽງສັດ ແລະ ການປະມົງ, ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ເອົາໃຈໃສ່ຕິດຕາມ ກວດກາ ແລະ ຄຸ້ມຄອງ ການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສັດ ຢູ່ພາຍໃນຂອບເຂດຄວາມຮັບ​ຜິດ​ຊອບຂອງຕົນ. ສັດທຸກໂຕ ທີ່ມີການເຄື່ອນຍ້າຍ ຕ້ອງມີໃບ​ຢັ້ງຢືນການສັກຢາປ້ອງກັນພະຍາດສັດ ແລະ ໃບຢັ້ງຢືນສຸຂະພາບສັດ ຈາກເຈົ້າໜ້າທີ່ສັດຕະວະແພດ ເພື່ອປ້ອງ​ກັນບໍ່ໃຫ້ມີການລະ ບາດຂອງພະຍາດສັດ ແລະ ແພ່ກະ​ຈາຍຂອງເຊື້ອພະຍາດ ຈາກເຂດໜຶ່ງໄປສູ່ເຂດອື່ນ, ຫ້າມບໍ່ໃຫ້ມີການ ອະນຸຍາດນໍາສັດທີ່ປ່ວຍຕິດເຊື້ອ, ສັດທີ່ບໍ່ໄດ້ສັກຢາປ້ອງກັນພະຍາດ ເຂົ້າຂ້າໃນໂຮງຂ້າສັດ, ບ່ອນຂ້າສັດຍ່ອຍ ຫຼື ສະຖານທີ່ຂ້າສັດທຸກຂະໜາດ ເພື່ອປ້ອງກັນການລະບາດພະຍາດສັດ ສູ່ສັດ ແລະ ສັດ ສູ່ຄົນ.​

4. ໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນ​ຫຼວງວຽງຈັນ, ແຂວງ ຊີ້ນຳເຈົ້າໜ້າທີ່ສັດຕະວະແພດ ປະ​ຈຳດ່ານ ເອົາໃຈໃສ່ຕິດຕາມກວດກາ ການນໍາເຂົ້າ, ສົ່ງຜ່ານ ແລະ ສົ່ງອອກສັດທີ່ມີຊີວິດ ແມ່ນຕ້ອງມີໃບຢັ້ງຢືນການສັກຢາປ້ອງ ກັນພະຍາດສັດ ຈາກປະເທດຕົ້ນທາງ, ຖ້າບໍ່ມີໃບຢັ້ງຢືນການສັກຢາປ້ອງກັນພະຍາດສັດ ແມ່ນບໍ່ອະນຸ ຍາດໃຫ້ນໍາເຂົ້າ ແລະ ໃຫ້ນໍາສັດໄປກັກກັນ ເພື່ອຕິດຕາມ ແລະ ກວດກາພະຍາດຕ່າງໆ ພ້ອມທັງສັກຢາປ້ອງກັນພະ​ຍາດຕາມເຕັກນິກ ແລະ ໃນແຕ່ລະດ່ານສາກົນທີ່ມີການນໍາເຂົ້າ, ສົ່ງຜ່ານ ແລະ ສົ່ງອອກສັດເປັນ ເມື່ອຜົນກວດກາກັກກັນຜ່ານຕາມເງື່ອນໄຂແລ້ວ ຈຶ່ງສາມາດນໍາເຂົ້າໄປສົ່ງເສີມໃຫ້ປະຊາຊົນ, ຜູ້ປະກອບການ ນໍາໄປລ້ຽງ ຫຼື ຂະຫຍາຍພັນ;

5. ມອບໃຫ້ກົມລ້ຽງສັດ ແລະ ການປະມົງ ປະສານສົມ​ທົບກັບ ບໍລິສັດ ລັດລວມສູນຜະລິດຕະພັນສິນຄ້າ ກະສິ​ກຳລາວ ແລະ ການຂົນສົ່ງສາກົນຈຳກັດ ຄົ້ນຄວ້າໂຄງປະ​ກອບລາຄາໃນການບໍລິການ ສັກວັກຊີນ ແລະ ຂຶ້ນທະ​ບຽນ​ພິມສັດ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບ​ການ;

6. ໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນ​ຫຼວງວຽງຈັນ, ແຂວງ ຄົ້ນຄວ້າແຕ່ງຕັ້ງຜູ້ຊີ້ນໍາໂຄງການ ຂັ້ນຄະນະພະແນກ (ຜູ້ຊີ້ນໍາວຽກງານລ້ຽງສັດ ແລະ ການປະ​ມົງ), ຜູ້ປະສານໂຄງການຂັ້ນແຂວງ ແລະ ຜູ້ປະສານງານໂຄງການຂັ້ນເມືອງ ເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການຄວບຄຸມ ແລະ ຕ້ານການລະບາດພະຍາດສັດ​ໃຫຍ່ ຢູ່ ສປປ ລາວ ມີປະສິດທິພາບ;

7. ໃຫ້ກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ນະຄອນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງ​ຖິ່ນ ປະສານສົມທົບກັນ ເພື່ອເປັນເຈົ້າການຊຸກຍູ້, ຕິດຕາມ ກວດກາ ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ ໃຫ້ໄດ້ຮັບຜົນດີ ພ້ອມທັງມີການສະຫຼຸບລາຍງານ ແລະ ຖອດ​ຖອນບົດຮຽນ ໃນການຈັດຕັ້ງປະຕິບັດໃຫ້ຂັ້ນເທິງຂອງຕົນ ເປັນແຕ່ລະໄລຍະ ເພື່ອຮູ້ໄດ້ເຖິງຂໍ້ສະດວກ, ຫຍຸ້ງຍາກ ແລະ ບັນຫາໃນການຈັດຕັ້ງປະຕິບັດ ເພື່ອປັບປຸງ ແລະ ແກ້ໄຂໃຫ້ທັນເວລາ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ຕາມເນື້ອໃນແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ລາຍລະອຽດຂອງແຈ້ງການອ່ານໄດ້ໃນຄອມເມັ້ນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles