ໃນວັນທີ 10 ກຸມພາ 2026 ທີມຕໍາຫຼວດຈະລາຈອນທາງບົກເລກ 6 ກົມຕໍາຫຼວດຈະລາຈອນ, ສະຖານີຕໍາຫຼວດນະຄອນຫຼວງຮ່າໂນ້ຍ ໄດ້ນໍາໃຊ້ວິທີການໃໝ່ໃນການຄວບຄຸມຕິດຕາມ ການລະເມີດລະບຽບຈະລາຈອນ ໂດຍການປອມຕົວເປັນຜູ້ໂດຍສານເພື່ອພື່ອຕິດຕາມລົດໂດຍສານ ທີ່ຮັບຄົນເກີນກຳນົດ ໃນໄລຍະເທ ສະການປີໃໝ່ 2026.
ກົມຕໍາຫຼວດຈະລາຈອນໄດ້ລະບຸວ່າ ໃນໄລຍະເທສະການປີໃໝ່ ຄວາມຕ້ອງການເດີນທາງຂອງປະຊາຊົນເພີ່ມສູງຂຶ້ນ ເຮັດໃຫ້ມີການລະເມີດຫຼາຍຮູບແບບເກີດຂຶ້ນ ປະກອບມີ: ລົດໂດຍສານບໍ່ມີເອກະສານຄົບຖ້ວນ, ນຳໃຊ້ລົດສ່ວນຕົວເປັນລົດໂດຍສານ, ລົດໂດຍສານບັນທຸກເກີນຈໍານວນຄົນ ເຊິ່ງເປັນການລະເມີດລະບຽບຈະລາຈອນ ແລະ ເປັນອັນຕະລາຍຕໍ່ຄວາມປອດໄພ.
ເພື່ອແກ້ໄຂບັນຫານີ້ຢ່າງຕົ້ນຕໍ ທີມຕໍາຫຼວດໄດ້ນໍາໃຊ້ຍຸດທະສາດພິເສດດັ່ງນີ້:
ການກະກຽມເບື້ອງຕົ້ນ: ຕໍາຫຼວດປອມຕົວເຂົ້າຮ່ວມກຸ່ມ ແລະ ເຄືອຂ່າຍສັງຄົມອອນໄລນ໌ເຊັ່ນ: Facebook, Zalo, TikTok ເພື່ອຕິດຕາມສະຖານະການ ແລະ ຈອງປີ້ລົດຄືກັບຜູ້ໂດຍສານທົ່ວໄປ.
ການລົງຈັດຕັ້ງປະຕິບັດ: ຫຼັງຈາກຂຶ້ນລົດ ແລະ ພາຫະນະເລີ່ມເດີນທາງ, ຕໍາຫຼວດປອມຕົວສົ່ງພິກັດສະຖານທີ່ໃຫ້ທີມລາດຕະເວນເພື່ອເຂົ້າຕິດຕາມ ເພື່ອຢຸດພາຫະນະ ແລະ ກວດກາ.
ການດໍາເນີນຄະດີ: ເມື່ອກວດພົບການລະເມີດ, ຕໍາຫຼວດທີ່ປອມຕົວຈະສະແດງບັດປະຈໍາຕົວ ແລະ ປະສານງານກັບທີມເພື່ອດໍາເນີນການຕາມກົດໝາຍ.
ໃນຕອນເຊົ້າວັນທີ 10 ກຸມພາ 2026 ທີມຕໍາຫຼວດໄດ້ດໍາເນີນການກັບຄົນຂັບລົດ ທ່ານ ຫງວຽນ ວານ ທີ ທີ່ຂັບລົດປ້າຍທະບຽນ 29K-092.XX ຮັບຂົນສົ່ງຜູ້ໂດຍສານເສັ້ນທາງຮ່າໂນ້ຍ – ນິນບິງ ໃນຮູບແບບລົດໂດຍສານບັນທຸກເກີນຈໍານວນຄົນ.
ຄົນຂັບລົດຖືກປັບໄໝເນື່ອງຈາກຂັບລົດຂົນສົ່ງຜູ້ໂດຍສານທີ່ບໍ່ມີສັນຍາຂົນສົ່ງ
ເຈົ້າຂອງພາຫະນະຖືກປັບໄໝ 11 ລ້ານດົງ ແລະ ເອົາສິດນໍາໃຊ້ເຄື່ອງໝາຍລົດສັນຍາ 2 ເດືອນ ນອກຈາກນັ້ນ, ທີມງານຍັງໄດ້ດໍາເນີນການກັບລົດໂດຍສານຫຼາຍຄັນທີ່ຈອດ-ຮັບສົ່ງຜູ້ໂດຍສານຜິດລະບຽບຢູ່ເສັ້ນທາງຟຳຮູງ ພ້ອມທັງກວດແອນກໍຮໍ ແລະ ສານເສບຕິດຕໍ່ຄົນຂັບລົດ.
ຮ້ອຍຕີ ຟຳວານ ຊຽນ, ຫົວໜ້າທີມຕໍາຫຼວດຈະລາຈອນທາງບົກເລກ 6 ເນັ້ນໜັກວ່າ ວິທີການນີ້ຈະຖືກນໍາໃຊ້ຕໍ່ເນື່ອງບໍ່ພຽງແຕ່ໃນຊ່ວງເທດສະການເທົ່ານັ້ນ ແຕ່ຍັງລວມເຖິງໄລຍະທີ່ປະຊາຊົນກັບຄືນສູ່ນະຄອນຫຼວງຫຼັງຈາກວັນພັກ.
ຈຸດປະສົງຫຼັກບໍ່ພຽງແຕ່ເປັນການປັບໄໝເທົ່ານັ້ນ ແຕ່ຍັງເພື່ອເຕືອນຄົນຂັບລົດວ່າ ເຖິງແມ່ນບໍ່ເຫັນຕໍາຫຼວດປະຕິບັດໜ້າທີ່ຢ່າງເປີດເຜີຍ, ກໍ່ຕ້ອງປະຕິບັດຕາມກົດໝາຍຢ່າງເຂັ້ມງວດ, ມາດຕະການນີ້ສະແດງເຖິງຄວາມມຸ່ງໝັ້ນຂອງເຈົ້າໜ້າທີ່ຫວຽດນາມໃນການຮັກສາລະບຽບວິໄນຈະລາຈອນ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນໃນໄລຍະເທສະການທີ່ມີການເດີນທາງຫຼາຍ.
ທີ່ມາ: PV Đình Hiếu/Vietnamnet

