ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ (ໄລຍະທີ II) ໄດ້ຈັດຂຶ້ນໃນວັນທີ 6 ກຸມພາ ທີ່ຜ່ານມານີ້ ທີ່ໂຮງແຮມອາມາຣີ ເມືອງວັງວຽງ ແຂວງວຽງຈັນ; ເປັນກຽດຮ່ວມລົງນາມ ຕາງໜ້າອົງການໄອຍະການປະຊາຊົນສູງສຸດ ແມ່ນ ທ່ານ ພຸດທະວົງ ບົວລະພາ ຄະນະບໍລິຫານງານພັກ ຫົວໜ້າກົມພົວພັນຮ່ວມມືກັບຕ່າງປະເທດ, ຕາງໜ້າອົງການອະນຸລັກສັດປ່າ ປະຈຳ ສປປ ລາວ ແມ່ນ ທ່ານ ສັນຕິ ໄຊປັນຍາ ຜູ້ອໍານວຍການໂຄງການອະນຸລັກສັດປ່າ ປະຈໍາ ສປປ ລາວ,
ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ.
ບົດບັນທຶກດັ່ງກ່າວ ໄດ້ຄົ້ນຄວ້າ ແລະ ເອກະພາບກັນ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ, ໄດ້ຮັບການອະນຸມັດຈາກກະຊວງການຕ່າງປະເທດ ໂດຍຈຸດປະສົງ: ເພື່ອເພີ່ມປະສິດທິພາບຂອງການສືບສວນ-ສອບສວນ ແລະ ການດຳເນີນຄະດີ ກ່ຽວກັບ ສັດປ່າ ຢູ່ ສປປ ລາວ ໂດຍຜ່ານການສະໜັບສະໜູນໃນການປັບປຸງຂໍ້ມູນຂ່າວສານເພື່ອຍົກສູງຄວາມຮູ້, ການເສີມຂະຫຍາຍຂີດຄວາມສາມາດໃນການສືບສວນ-ສອບສວນ ແລະ ການດຳເນີນຄະດີ, ການປັບປຸງຮ່ວມມື ລະຫວ່າງ ອົງການຈັດຕັ້ງພາຍໃນ ແລະ ສາກົນ ໂດຍອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນ ເພື່ອປຶກສາຫາລື ແກ້ໄຂອາຊະຍາກຳສັດປ່າ ທີ່ເກີດຂຶ້ນຢູ່ພາຍໃນ ສປປ ລາວ ແລະ ຂ້າມຊາດ ເປັນຕົ້ນ:
ໜຶ່ງ: ເພື່ອເສີມສ້າງຄວາມອາດສາມາດດ້ານຄວາມຍຸຕິທຳທາງອາຍາທາງດ້ານວິຊາການໃຫ້ພະນັກງານອົງການໄອຍະການປະຊາຊົນ ເພື່ອສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ;
ສອງ: ເສີມສ້າງຄວາມອາດສາມາດດ້ານວິຊາການ ແລະ ການຈັດຕັ້ງປະຕິບັດໃຫ້ແກ່ອົງການໄອຍະການປະຊາຊົນສູງສຸດ ເພື່ອສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ;
ສາມ: ຄົ້ນຄວ້າກົດໝາຍ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດສົນທິສັນຍາໄຊເຕັດ ແລະ ການແກ້ໄຂບັນຫາການຄ້າຂາຍສັດປ່າທີ່ຜິດກົດໝາຍ; ສີ່:ເສີມຂະຫຍາຍຮ່ວມມືສາກົນ ຊຶ່ງມີກຳນົດການຈັດຕັ້ງປະຕິບັດໃນໄລຍະ 5 ປີ ແຕ່ນີ້ເຖິງ 31 ທັນວາ 2030.
ໂຄງການດັ່ງກ່າວ ແມ່ນວຽກງານໜຶ່ງ ທີ່ພັກ, ລັດຖະບານ ແຫ່ງ ສປປ ລາວ ໃຫ້ຄວາມສຳຄັນ ໂດຍໄດ້ອອກກົດໝາຍ, ນິຕິກຳ, ເປັນພາຄີສົນທິສັນຍາສາກົນ ທີ່ກ່ຽວຂ້ອງຂອງອົງການສະຫະປະຊາຊາດຈຳນວນໜຶ່ງ ອັນໄດ້ເປັນພື້ນຖານໃຫ້ແກ່ການຕ້ານ ແລະ ສະກັດກັ້ນອາຊະຍາກຳສັດປ່າ ຢູ່ປະເທດເຮົາເປັນຢ່າງດີ.
ເມື່ອໂຄງການດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ສໍາເລັດຕາມແຜນການທີ່ວາງໄວ້ ກໍຈະປະກອບສ່ວນສຳຄັນເຂົ້າໃນການອະນຸລັກສັດປ່າຂອງ ສປປ ລາວ, ເຮັດໃຫ້ລະບົບນິເວດ, ຊີວະນານາພັນ, ທໍາມະຊາດ ມີຄວາມອຸດົມສົມບູນ, ຕ້ານ ແລະ ສະກັດກັ້ນ ອາຊະຍາກໍາສັດປ່າ ຢູ່ ສປປ ລາວ, ຍົກສູງຄວາມສັກສິດຂອງການດໍາເນີນຄະດີ ຕາມຂະບວນຍຸຕິທຳ, ເຮັດໃຫ້ການດໍາເນີນຄະດີ ຖືກຕ້ອງ, ໂປ່ງໃສ, ທັນຕາມກຳນົດເວລາ ແລະ ຍຸຕິທຳ, ຍົກສູງບົດບາດຂອງອົງການໄອຍະການປະຊາຊົນໃນການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ຢ່າງສັກສິດ.
ທີ່ມາ: ໜສພ ປະຊາຊົນ.

